ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີຜູ້ເສຍຊີວິດ ຫຼາຍກວ່າ 100 ຄົນ ຍ້ອນ ລົມພາຍຸ ຢູ່ ເມັກຊິໂກ (ສະໄລດ໌)


ດິນເຈື່ອນ ທີ່ບ້ານ La Pintada ປະເທດເມັກຊິໂກ (19 ກັນຍາ 2013)
ດິນເຈື່ອນ ທີ່ບ້ານ La Pintada ປະເທດເມັກຊິໂກ (19 ກັນຍາ 2013)
ເຈົ້າໜ້າທີ່ເມັກຊິໂກກ່າວວ່າ ໂຕເລກຜູ້ເສຍຊີວິດຍ້ອນລົມພາຍຸ
ຂະໜາດແຮງ 2 ຫົວທີ່ພັດເຂົ້າຖະຫລົ່ມທັງສອງຟາກຝັ່ງທະເລ
ຂອງເມັກຊິໂກນັ້ນ ເຮັດໃຫ້ມີຜູ້ເສຍຊີວິດ ໄປແລ້ວ ຫລາຍກວ່າ
100 ຄົນ.

ລັດຖະມົນຕີກະຊວງພາຍໃນຂອງເມັກຊິໂກ ທ່ານ Migue An-
gel Osorio ກ່າວວ່າ ຍັງມີ 68 ຄົນ ຫາຍສາບສູນ ລັງຈາກໄດ້
ເກີດດິນເຈື່ອນຮ້າຍແຮງທີ່ບ້ານ La Pintada.

ພວກກູ້ໄພ ຍັງສືບຕໍ່ການປະຕິບັດງານ ຊອກຄົ້ນຫາ ຢູ່ຕາມຕົມ ແລະດິນທີ່ເຈື່ອນລົງມາຈາກເຈີ້ຍພູ ໃນວັນພຸດແລ້ວໂດຍໄດ້ຖົມ
ເຮືອນຊານບ້ານຊ່ອງ ແລະໂຮງ ຮຽນຈຳນວນນຶ່ງ ຢູ່ທີ່ບ້ານຕາກອາກາດດັ່ງກ່າວ.

ໃນອາທິດນີ້ ລົມເຮີຣິເຄນ Ingrid ໄດ້ພັດເຂົ້າຖະຫຼົ່ມບໍລິເວນອ່າວເມັກຊິໂກ ແລະລົມພາ ຍຸເຂດຮ້ອນ Manuel ພັດຖະຫຼົ່ມເຂດແຄມຝັ່ງມະຫາສະມຸດປາຊີຟິກ ຊຶ່ງໄດ້ພາໃຫ້ເກີດ ດິນເຈື່ອນແລະໄພນໍ້າຖ້ວມທີ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານຫຼາຍສິບພັນຫຼັງ.

ໃນມື້ວັນສຸກວານນີ້ເຈົ້າໜ້າທີ່ສາມາດເປີດເສັ້ນທາງເປັນບາງສ່ວນທີ່ເນັ່ງອອກຈາກເມືອງ Acapulco ຊຶ່ງໄດ້ຮັບຄວາມເສຍຫາຍ ຍ້ອນດິນເຈື່ອນນັ້ນ ເຮັດໃຫ້ພວກນັກທ່ອງທ່ຽວ ຫຼາຍພັນຄົນ ທີ່ຍັງຕົກຄ້າງຢູ່ໃນເມືອງຕາກອາກາດທີ່ຖືກນໍ້າຖ້ວມແຫ່ງນີ້ມີຊ່ອງທາງອອກ ໄປຈາກຫົວເມືອງ ທີ່ໄດ້ຮັບຄວາມເສຍດັ່ງກ່າວໄດ້.

ເຮືອບິນຂອງກອງທັບ ແລະເຮືອບິນໂດຍສານຂອງເມັກຊິກໂກ ສາມາດຍົກຍ້າຍພວກນັກ ທ່ອງທ່ຽວຫລາຍກວ່າ 5 ພັນຄົນຂອງຈໍານວນທັງໝົດ 40 ພັນຄົນທີ່ຍັງຕົກຄ້າງຢູ່ໃນເມືອງ Acapulco ກ່ອນທີ່ຫົນທາງບາງສ່ວນສາມາດເປີດໃຊ້ຄືນໃໝ່.

ເລຂາທິການໃຫຍ່ ອົງການສະຫະປະຊາຊາດ ທ່ານ Ban Ki-moon ໄດ້ສະແດງຄວາມ ເສຍໃຈໄປຍັງປະຊາຊົນຊາວເມັກຊິໂກແລະກ່າວວ່າອົງການສະຫະປະຊາຊາດພ້ອມແລ້ວ ທີ່ຈະຊ່ອຍໃນການດຳເນີນຄວາມພະຍາຍາມ ເພື່ອສະໜອງຕອບ ຕໍ່ຄວາມຕ້ອງການທາງ ດ້ານມະນຸດສະທຳ ທີ່ເກີດຈາກໄພພິບັດດັ່ງກ່າວນີ້.

XS
SM
MD
LG