ເບິ່ງວິດິໂອລາຍງານຂ່າວພາສາລາວ
ຕອນທີ່ນາຍແພດກວດພົບວ່າ Sheila Connor ເປັນໂຣກມະເຮັງຮວຍໄຂ່ໃນປີ 2007
ນັ້ນກໍແມ່ນວ່າ ພະຍາດດັ່ງກ່າວໄດ້ເຖິງຂັ້ນທີ່ເປັນມາຫລາຍແລ້ວ. ນາງ Connor ໄດ້ຮັບ
ການຜ່າຕັດ ແລະບໍາບັດທາງເຄມີ ຫລື chemotherapy. ແຕ່ວ່າ ພະຍາດນັ້ນກໍກັບຄືນ
ມາເປັນໃໝ່ອີກ ຮອດ 4 ເທື່ອໃນໄລຍະເວລາ 4 ປີຕໍ່ມາ. Sheila Connor ເວົ້າວ່າ:
“ໄລຍະທີ່ມັນເຊົາເປັນດົນທີ່ສຸດ ແມ່ນປະມານ 8 ເດືອນ.”
ນາງ Connor ໄດ້ລອງກິນຢາຫລາຍໆຊະນິດຕ່າງກັນ. ຢາບາງຊະນິດ ກໍໃຊ້ການໄດ້ພຽງ
ໄລຍະນຶ່ງເທົ່ານັ້ນ. ສ່ວນຊະນິດອື່ນກໍເຮັດໃຫ້ນາງມີ ອາການແຊກຊ້ອນ. ຫວ່າງໝໍ່ໆມານີ້
ນາງໄດ້ຢຸດເຊົາການປິ່ນປົວ ແລະກໍບໍ່ແນ່ໃຈວ່າອາການຂອງນາງຈະເປັນແນວໃດໃນອະນາ
ຄົດ. Laura Shawver ຊຶ່ງເປັນນັກຄົ້ນຄວ້າດ້ານໂຣກມະເຮັງ, ນັກພັດທະນາຢາເພື່ອຂາຍ
ແລະກໍເປັນຜູ້ນຶ່ງທີ່ລອດຊີວິດຈາກໂຣກມະເຮັງຮວຍໄຂ່ມາໄດ້ 5 ປີແລ້ວນັ້ນ ເວົ້າວ່າ ສະພາບ
ການແບບນັ້ນແມ່ນເປັນຂອງທໍາມະດາ.
“ພວກຜູ້ຍິງທີ່ເປັນໂຣກນີ້ ແມ່ນຈະໄດ້ຮັບການບໍາບັດທາງເຄມີເປັນ ຫລາຍງວດ
ລຽນຕິດ ລຽນຕໍ່ກັນ ຊຶ່ງພາໃຫ້ພວກເຂົາເຈົ້າສູນເສຍຄວາມມີຄຸນນະພາບຂອງ
ຊີວິດ ແລະໃນທີ່ສຸດພວກເຂົາເຈົ້າກໍຕ້ອງຍອມຈໍານົນຕໍ່ພະຍາດນີ້.”
ອັດຕາການກັບຄືນມາຂອງໂຣກມະເຮັງຮວຍໄຂ່ ຫລັງຈາກໄດ້ຮັບການປິ່ນປົວໄປແລ້ວນັ້ນ
ແມ່ນ 75%. Laura Shawver ເວົ້າວ່າ ມັນເປັນພະຍາດທີ່ປົວຍາກຊະນິດນຶ່ງ ເພາະວ່າ
ເນື້ອງອກຂອງພະຍາດນີ້ ແຕ່ລະອັນແມ່ນແຕກຕ່າງກັນຫລາຍ ແລະແຕ່ລະອັນນັ້ນກໍມີ
ປະຕິກິລິຍາໂຕ້ຕອບ ຕ່າງກັນ ຕໍ່ຢາແຕ່ລະຊະນິດທີ່ມີໃຊ້ປິ່ນປົວນັ້ນ.
“ສະຫລູບແລ້ວ ມັນເປັນການສຸ່ມເລືອກເອົາຢາມາປົວ ແລະໂດຍສ່ວນໃຫຍ່ແລ້ວ
ຄົນເຈັບມັກຈະໄດ້ຮັບພິດຮ້າຍຈາກຢາໂດຍບໍ່ໄດ້ຮັບປະໂຫຍດອັນໃດ.”
Laura Shawver ໄດ້ເລີ້ມ
ຈັດຕັ້ງ ມູນນິທິ Clarity
Foundation ຂຶ້ນມາ ເພື່ອ
ແກ້ໄຂບັນຫານີ້. ອົງການ
ທີ່ບໍ່ຫາຜົນກໍາໄລອັນນີ້
ສະໜອງພາບປະກອບລວມ
ຂອງເນື້ອງອກຂອງພວກ
ຄົນເຈັບໃຫ້ເຂົາເຈົ້າເບິ່ງ.
ມູນນິທິ Clarity ປຽບທຽບ
ເນື້ອງອກຂອງພະຍາດມະ
ເຮັງຮວຍໄຂ່ທີ່ຕາຍແລ້ວນັ້ນ
ກັບເນື້ອງອກຂອງມະເຮັງ
ອື່ນໆ ຢູ່ໃນຖານເກັບຂໍ້ມູນ
ຂອງຕົນ.
ນອກນີ້ແລ້ວ ກໍຍັງກວດຫາເຄື່ອງໝາຍທາງຊີວະພາບ ທີ່ຊີ້ໃຫ້ເຫັນວ່າ ເນື້ອງອກນັ້ນໆ
ອາດຈະມີປະຕິກິລິຍາຕອບໂຕ້ແນວໃດຕໍ່ຢາ ບາງຢ່າງທີ່ໃຊ້ບໍາບັດທາງເຄມີ ເພື່ອຢັບຢັ້ງ
ການເຕີບໂຕຂອງແຊລ ຫລື ເນື້ອເຫຍື່ອຢູ່ໃນໂຣກມະເຮັງປະເພດອື່ນ.
“ພວກເຮົາກໍາລັງພະຍາຍາມຊ່ວຍ ຈັດລໍາດັບຄວາມສໍາຄັນຂອງທາງເລືອກຕ່າງໆ
ສໍາລັບການປິ່ນປົວນັ້ນ. ຖ້າຫາກວ່າທາງເລືອກເຫລົ່ານັ້ນ ບໍ່ມີປະໂຫຍດສໍາລັບ
ບຸກຄົນນັ້ນ ພວກເຮົາກໍພະຍາຍາມຊ່ວຍໃນການຊອກຫາການທົດລອງ ທາງດ້ານ
ປິ່ນປົວໃນຄລີນິກ ທີ່ມີປະໂຫຍດຕໍ່ຜູ້ກ່ຽວ. ໂດຍພື້ນຖານແລ້ວ ກໍແມ່ນຫາທາງປິ່ນ
ປົວຄົນເຈັບນັ້ນເອງ.”
ການສ້າງພາບປະກອບລວມຂອງເນື້ອງອກ ໄດ້ກາຍເປັນມາດຕະຖານ ສໍາລັບປິ່ນປົວໂຣກ
ມະເຮັງຊະນິດອື່ນຢູ່ແລ້ວ. ວິທີນີ້ຫາກໍຖືກນໍາມາໃຊ້ ສໍາລັບໂຣກມະເຮັງຮວຍໄຂ່ ເມື່ອໝໍ່ໆມາ
ນີ້ເອງ ໂດຍຜ່ານມູນນິທິ Clarity. ເຖິງແມ່ນວ່າ ຂັ້ນຕອນການປິ່ນປົວແບບນີ້ ຍັງບໍ່ມີໃນ
ຕອນທີ່ ໂຣກມະເຮັງຮວຍໄຂ່ຂອງນາງ Sheila Connor ກັບຄືນມາອີກເທື່ອທໍາອິດນັ້ນກໍ
ຕາມ ແຕ່ນາງກໍກ່າວວ່າ ມັນຈະຊ່ວຍໃຫ້ພວກຜູ້ອື່ນທໍາການ ຕັດສິນໃຈແບບທີ່ອິງໃສ່ຂໍ້ມູນ
ອັນຖີ່ຖ້ວນ ໄດ້ຕັ້ງແຕ່ຫົວທີໃນການປິ່ນປົວ ພະຍາດຂອງພວກເຂົາເຈົ້ານັ້ນ.
“ຖ້າເຮົາຮູ້ໄດ້ວ່າ ເຮົາຈະຕອບຮັບຫລືບໍ່ຕອບຮັບຕໍ່ຢາພວກນີ້ ເຮົາກໍຈະສາມາດຫັນ
ໄປທົດລອງວິທີອື່ນ ທົດລອງໃຊ້ຢາມາດຕະຖານອື່ນ ແລະບາດແລ້ວ ເຮົາກໍຮູ້ໄດ້ໂລດ
ວ່າ ເຮົາຈໍາເປັນຕ້ອງໄປຮັບການປິ່ນປົວທົດລອງທາງຄລີ ນິກ.”
ນັ້ນກໍຄືວິທີ ທີ່ Laura Shawver ຕັ້ງໃຈຈະເຮັດເພື່ອຈະປ່ຽນແປງວິທີ ການປິ່ນປົວໂຣກມະ
ເຮັງຮວຍໄຂ່: ກໍຄື ປົວຄົນເຈັບເທື່ອລະຄົນໄປ. ນາງກ່າວວ່າ ວິທີການນີ້ບໍ່ພຽງແຕ່ສາມາດປັບ
ປຸງຄຸນນະພາບຊີວິດຂອງຜູ້ຍິງ ທີ່ເປັນໂຣກມະເຮັງຮວຍໄຂ່ທີ່ກັບຄືນມາເປັນອີກເທົ່ານັ້ນ ມັນ
ຍັງອາດຈະພາໃຫ້ມີການພັດທະນາຢາໃໝ່ສະເພາະໃດນຶ່ງອີກ ສໍາລັບພະຍາດທີ່ກັນດານອັນນີ້.
ເບິ່ງວີດີໂອ ພາສາອັງກິດ: