ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ De Blasio ມີຄະແນນ ນຳໜ້າ ໃນການເລືອກ​ຕັ້ງ ຂັ້ນຕົ້ນ ຢູ່ນິວຢອກ


ທ່ານ Bill De Blasio ໄດ້​ຮັບ​ຄະ​ແນນ​ຫຼາຍທີ່​ສຸດ ​ໃນ​ການ
​ເລືອກ​ຕັ້ງຂັ້ນຕົ້ນ ເອົາ​ຕຳ​ແໜ່​ງ​ເຈົ້າຄອງ​ນະຄອນ​ນິວຢອກ
ທ່ານ Bill De Blasio ໄດ້​ຮັບ​ຄະ​ແນນ​ຫຼາຍທີ່​ສຸດ ​ໃນ​ການ ​ເລືອກ​ຕັ້ງຂັ້ນຕົ້ນ ເອົາ​ຕຳ​ແໜ່​ງ​ເຈົ້າຄອງ​ນະຄອນ​ນິວຢອກ
ທ່ານ Bill de Blasio ​ເປັນ​ຜູ້​ໄດ້​ຮັບ​ຄະ​ແນນ​ຫຼາຍທີ່​ສຸດ ​ໃນ​ການ
​ເລືອກ​ຕັ້ງຂັ້ນຕົ້ນ ໃນ​ວັນ​ອັງຄານ​ວານ​ນີ້ ​ເພື່ອ​ລົງ​ຄວາມ​ເຫັນ​ວ່າ
​ໃຜ​ຈະ​ໄດ້​ເປັນ​ຜູ້​ສະໝັກ​ຂອງ ພັກ​ເດ​ໂມ​ແຄຣັດ ​ໃນ​ການ​ແຂ່ງຂັນ
​ເອົາ​ຕຳ​ແໜ່​ງ​ເຈົ້າຄອງ​ນະຄອນ​ນິວຢອກ.

​ບັດ​ຄະ​ແນນ​ຈາກ​ເຂດ​ຕ່າງໆທີ່​ນັບ​ໄປ​ແລ້ວ 95 ​ເປີ​ເຊັນສະ​ແດງ
​ໃຫ້​ເຫັນ​ວ່າທ່ານ de Blasio ມີ​ຄະ​ແນນ​ນຳ​ໜ້າ ​ໂດຍ​ໄດ້​ຮັບ​
ຄະ​ແນນ​ທັງ​ໝົດ​ຫລາຍ​ກວ່າ 40 ​ເປີ​ເຊັນ ລື່ນ​ຂີດ​ໝາຍ​ທີ່​ຈຳ​ເປັນ
​ເພື່ອ​ຫລີກ​ລ່ຽງການ​ເລືອກ​ຕັ້ງຮອບ​ສອງໃນ​ວັນ​ທີ 1 ຕຸລາ
ກັບ​ທ່ານ Bill Thompson ອະດີດ​ຫົວໜ້າ​ກວດ​ສອບ​ການ​ເງິນ​
ຫລື​ຫົວ ໜ້າການ​ເງິນຂອງ​ນະຄອນ​ນິວຢອກ. ທ່ານ Thompson
ຊຶ່ງ​ໄດ້​ຮັບ​ການ​ແຕ່ງ ຕັ້ງຈາກ​ພັກ​ເດ​ໂມ​ແຄຣັດ​ໃນ​ປີ 2009 ​ໄດ້​ຮັບ​ຄະ​ແນນ​ທັງ​ໝົດ 26 ​ເປີ​ເຊັນ.

ຜົນ​ການ​ນັບ​ບັດ​ຄະ​ແນນ​ສຽງ​ຂັ້ນທ້າຍ ຍັງ​ອີກ​ຫລາຍໆ​ມື້​ຈຶ່ງ​ຈະ​ມີ​ການ​ປະກາດ​ໃຫ້ ຊາບ
ຂະນະ​ທີ່​ພວກ​ເຈົ້າໜ້າ​ທີ່​ເລືອກ​ຕັ້ງພາກັນ​ນັບ​ບັດ​ຂອງ​ພວກ​ທີ່​ສົ່ງ​ໄປ​ລົງ​ຄະ ​ແນນ​ສຽງ​ຢູ່.
ຖ້າ​ຫາກ​ທ່ານ de Blasio ຍັງ​ສາມາດ​ຮັກສາ​ຄະ​ແນນ​ນຳ​ໜ້າ​ໄວ້​ໄດ້ ທ່ານ​ກໍ​ຈະ​ປະ​ເຊີນ
​ໜ້າ​ກັບ​ຜູ້​ສະໝັກ​ຂອງ​ພັກຣີພັບ​ບລີ​ກັນທ່ານ Joe Lhota ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປ ​
ໃນ​ເດືອນ​ພະຈິກ​ທ້າຍ​ປີນີ້ ​ເພື່ອ​ຮັບ​ຕຳ​ແໜ່​ງຕໍ່​ຈາກເຈົ້າ ຄອງ​ນະຄອນ​ນິວຢອກຄົນ​
ປັດຈຸບັນ ທ່ານ Michael Bloomberg.
XS
SM
MD
LG