ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Trump ແລະ ທ່ານ Sanders ຊະນະການເລືອກຕັ້ງ ຂັ້ນຕົ້ນ ໃນ New Hampshire


Outsiders Trump and Sanders Win New Hampshire Primary
please wait

No media source currently available

0:00 0:02:50 0:00

ຊົມວິດີໂອ ກ່ຽວກັບ ລາຍງານນີ້

ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີ ສະຫະລັດ ທີ່ຢູ່ນອກວົງ ການການເມືຶອງ ສຳລັບພັກ ຣີພັບບລີກັນ ທ່ານ Donald Trump ແລະ ທ່ານ Bernie Sanders ຈາກພັກ ເດໂມແຄຣັດ, ໄດ້ເປັນຜູ້ ທີ່ໄດ້ຮັບໄຊຊະນະຄັ້ງໃຫຍ່ໃນການແຂ່ງຂັນເລືອກຕັ້ງຂັ້ນຕົ້ນທີ່ລັດ New Hampshire ໃນວັນອັງຄານວານນີ້ ເຊິ່ງເປັນການທົດສອບ ໃນຂັ້ນຕົ້ນທີ່ມີຄວາມສຳຄັນ ສຳລັບບັນດາຜູ້ລົງແຂ່ງຂັນເອົາຕຳ ແໜ່ງ ປະທານາທິບໍດີ ສະຫະລັດ. ນອກນັ້ນ ຜູ້ປົກຄອງລັດ Ohio ທ່ານ John Kasic ກໍໄດ້ປະສົບຄວາມສຳເລັດໃນຄ່ຳຄືນວານນີ້ ເຊັ່ນກັນ ໂດຍໄດ້ເປັນທີ 2 ຕາມຫຼັງທ່ານ Trump ໃນການແຂ່ງຂັນ ສຳລັບພັກ ຣີພັບບລີກັນ. ຜົນທີ່ອອກມາໄດ້ຊີ້ໃຫ້ເຫັນວ່າການແຂ່ງ ຂັນນີ້ຈະແກ່ຍາວ ແລະ ບາງທີອາດມີຄວາມຂົມຂື່ນກໍເປັນໄດ້ໃນ ການສະເໜີຊື່ເປັນຜູ້ເຂົ້າແຂ່ງຂັນ ສຳລັບທັງສອງພັກການເມືອງ. ນັກຂ່າວແຫ່ງຊາດ ຂອງ ວີໂອເອ Jim Malone ມີລາຍງານເພີ່ມເຕີມກ່ຽວກັບການລົງຄະແນນສຽງໃນລັດ New Hampshire ຄັ້ງີ້ຈາກເມືອງ Manchester ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີ ທ່ານ.


ສຳລັບທ່ານ Donald Trump ຈາກພັກ ຣີພັບບລີກັນ, ມັນເປັນເວລາທີ່ຈະສະເຫຼີມສະຫຼອງ ກັນ.

ທ່ານ Donald Trump ເວົ້າວ່າ “ປະໂທ້ ປະໂທ້ ປະໂທ. ມັນຄືມາງາມແທ້!”

ຫຼັງຈາກໄດ້ຮັບຄວາມຜິດຫວັງໃນການໄດ້ຄະແນນເປັນອັນດັບທີ 2 ຢູ່ໃນການປະຊຸມຄັດເລືອກ ຂອງພັກທີ່ລັດ Iowa ແລ້ວ, ຜູ້ລົງແຂ່ງຂັນທີ່ເອີ້ນຕົນເອງວ່າບໍ່ແມ່ນນັກການເມືອງ ເຊິ່ງເປັນທີ່ຮູ້ ຈັກກັນສຳລັບການປາກເວົ້າຢ່າງກົງໆ ກໍແມ່ນໄດ້ຮັບຄວາມເພີງພໍໃຈກັບໄຊຊະນະໃນການ ແຂ່ງຂັນຂອງຕົນ.

ທ່ານ Donald Trump ກ່າວວ່າ “ພວກເຮົາຈະຊະນະອີກຄັ້ງໜຶ່ງ ແລະ ພວກເຮົາກໍຈະໄດ້ຮັບ ໄຊຊະນະໄປເລື້ອຍໆ, ພວກທ່ານກໍຈະມີຄວາມສຸກຢ່າງຍິ່ງ ແລະ ພວກເຮົາຈະເຮັດໃຫ້ ອາເມຣິກາ ຍິ່ງໃຫຍ່ອີກຄັ້ງ, ບາງເທື່ອອາດຍິ່ງໃຫຍ່ກວ່າທີ່ຜ່ານມາດ້ວຍຊໍ້າ. ຂ້າພະເຈົ້າຮັກ ຫອມພວກທ່ານໝົດທຸກຄົນ.”

ແຕ່ວ່າຄວາມຕື່ນເຕັ້ນໃນການແຂ່ງຂັນສຳລັບພັກ ຣີພັບບລີກັນ ແມ່ນການໄດ້ຮັບຕ່ຳແໜ່ງອັນ ດັບທີ 2 ໂດຍຜູ້ປົກຄອງລັດ Ohio ທ່ານ John Kasich.

ທ່ານ John Kasich ກ່າວວ່າ “ມັນມີຄວາມອັດສະຈັນຢູ່ໃນບັນຍາກາດ ກັບການໂຄສະນາ ຫາສຽງໃນຄັ້ງນີ້ ເພາະວ່າພວກເຮົາບໍ່ເຫັນມັນເປັນຄືກັນກັບການໂຄສະນາຫາສຽງຢູ່ບ່ອນ ອື່ນ, ພວກເຮົາເຫັນມັນເປັນໂອກາດສຳລັບພວກເຮົາໝົດທຸກຄົນ, ແລະ ຂ້າພະເຈົ້າໝາຍ ຄວາມວ່າ ພວກເຮົາທຸກຄົນທີ່ຈະໄດ້ເຂົ້າຮ່ວມໃນບາງຢ່າງທີ່ໃຫຍ່ກວ່າຊີວິດຂອງພວກເຮົາ ເອງ ເພື່ອປ່ຽນແປງປະເທດ ອາເມຣິກາ.”

ມັນມີການແຂ່ງຂັນທີ່ແອອັດທີ່ຈະຕາມຫຼັງທ່ານ Kasich ມາ ໃນບັນດາຜູ້ທີ່ໄດ້ຮັບໄຊຊະນະໃນ ການປະຊຸມຄັດເລືອກຂອງພັກໃນລັດ Iowa ທ່ານ Ted Cruz, ທ່ານ Jeb Bush ອະດີດຜູ້ປົກ ຄອງລັດ Florida ແລະ ສະມາຊິກສະພາສູງລັດ Florida ທ່ານ Marco Rubio.

ໃນການແຂ່ງຂັນສຳລັບພັກ ເດໂມແຄຣັດ, ສະມາຊິກສະພາສູງລັດ Vermont ທ່ານ Bernie Sanders ກໍໄດ້ຮັບໄຊຊະນະຄັ້ງຍິ່ງໃຫຍ່ລໍ້າໜ້າຜູ້ນຳໜ້າພັກ ເດໂມແຄຣັດ ທ່ານນາງ Hilary Clinton.

ທ່ານ Bernie Sanders ຜູ້ລົງແຂ່ງຂັນພັກ ເດໂມແຄຣັດ ກ່າວວ່າ “ລັດຖະບານຂອງປະເທດ ທີ່ຍິ່ງໃຫຍ່ຂອງພວກເຮົາເປັນຂອງປະຊາຊົນໝົດທຸກຄົນ ແລະ ບໍ່ແມ່ນສຳລັບພຽງແຕ່ຜູ້ປະ ກອບສ່ວນໃນການໂຄສະນາຫາສຽງທີ່ມີຄວາມຮັ່ງມີ ແລະ ບັນດາຜູ້ສະໜັບສະໜູນ super PACs ຂອງພວກເຂົາເຈົ້າເທົ່ານັ້ນ."

ທ່ານນາງ Clinton ໄດ້ຮຽກຮ້ອງໃຫ້ບັນດາຜູ້ສະໜັບສະໜູນຂອງທ່ານນາງ ໃຫ້ຄິດກ່ຽວກັບ ການເລືອກຕັ້ງຂັ້ນຕົ້ນໃນຄັ້ງຕໍ່ໄປທີ່ໃກ້ຈະມາເຖິງນີ້ ເຊິ່ງເປັນບ່ອນທີ່ທ່ານນາງໄດ້ຮັບຄວາມນິ ຍົມຊົມຊອບ.

ທ່ານນາງ Hilary Clinton ກ່າວວ່າ “ພວກທ່ານແມ່ນເຫດຜົນທີ່ພວກເຮົາມາຢູ່ທີ່ນີ້ ແລະ ພວກທ່ານແມ່ນເຫດຜົນທີ່ພວກເຮົາຈະໄດ້ຮັບໄຊຊະນະ ໃນການສະເໜີຊື່ເຂົ້າຮັບເລືອກ ຕັ້ງ ແລະ ເອົາຊະນະໃນການເລືອກຕັ້ງພ້ອມໆກັນ. ຂໍຂອບໃຈທ່ານໝົດທຸກຄົນ.”

ໃນທົ່ວລັດ New Hampshire, ບັນດາຜູ້ລົງຄະແນນສຽງໄດ້ລັ່ງໄຫຼເຂົ້າໄປສະຖານທີ່ອອກ ສຽງໃນເມືອງ Merrimack, ເຊິ່ງເປັນບ່ອນທີ່ຜູ້ສະໜັບສະໜູນທ່ານ Donald Trump ໄດ້ ອອກມາລົງຄະແນນສຽງເປັນຈຳນວນຫຼວງຫຼາຍ.

ທ້າວ Mike Malzone ຜູ້ສະໜັບສະໜູນທ່ານ Trump ກ່າວວ່າ “ທ່ານບໍ່ແມ່ນຜູ້ອະນຸລັກ ນິຍົມຫົວເກົ່າທີ່ສຸດ ແຕ່ຂ້າພະເຈົ້າເຊື່ອວ່າ ຫົວໃຈຂອງທ່ານເຊິ່ງມີຄວາມຮັກປະເທດຊາດ ແລະ ຂ້າພະເຈົ້າຄິດວ່າທ່ານສາມາດເອົາຊະນະໃຈສື່ມວນຊົນໄດ້.”

ເຊັ່ນດຽວກັນກັບຜູ້ສະໜັບສະໜູນທ່ານ Bernie Sanders.

ທ້າວ Brad Johnson ຜູ້ສະໜັບສະໜູນທ່ານ Sanders ກ່າວວ່າ “ໂລກຂອງເຮົາຈະມີ ຄວາມສຸກກັບທ່ານ ແລະ ນັ້ນກໍແມ່ນສິ່ງທີ່ສຳຄັນສຳລັບ ອາເມຣິກາ ທີ່ຈະມີຜູ້ນຳທີ່ຢູ່ຝ່າຍ ດຽວກັບຕົນ.”

ແລະ ທ່ານນາງ Hilary Clinton.

ທ້າວ Oscar Villacis ຜູ້ສະໜັບສະໜູນທ່ານນາງ Clinton ກ່າວວ່າ “ຜູ້ລົງແຂ່ງຂັນທັງສອງ ຄົນແມ່ນດີທີ່ສຸດ ແຕ່ວ່າຄົນໜຶ່ງມີປະຫວັດການເຮັດວຽກງານທີ່ໃຫຍ່ກວ່າຄົນອື່ນ ແລະ ນັ້ນ ກໍຄືທ່ານນາງ Clinton.”

ຜູ້ທີ່ຈົບການແຂ່ງຂັນລົງດ້ວຍຕຳແໜ່ງສູງສຸດໃນລັດ New Hampshire ຕອນນີ້ມຸ່ງໜ້າໄປສູ່ການແຂ່ງຂັນໃນຄັ້ງຕໍ່ໄປທີ່ລັດ South Carolina ແລະ ລັດ Nevada. ສຳລັບຜູ້ລົງແຂ່ງຂັນສັງກັດພັກ ຣີພັບບລີກັນ ຄົນອື່ນໆຜູ້ທີ່ຕາມຫຼັງຫ່າງໄກ ຈະຕ້ອງໄດ້ຄິດທົບທວນຄືນໃໝ່ສຳລັບຄວາມປາຖະໜາຢາກເປັນປະທານາທິບໍດີຂອງພວກຕົນ.

Two political outsiders, Republican Donald Trump and Democrat Bernie Sanders, were the big winners in their respective New Hampshire primary contests Tuesday - a key early test for the U.S. presidential contenders. Ohio Governor John Kasich also had a breakthrough night with his second place finish behind Trump in the Republican race. The results suggest long and perhaps bitter fights ahead for both party nominations. VOA National correspondent Jim Malone has more on the New Hampshire vote from Manchester.

((NARRATOR))
For Republican Donald Trump, it was a moment to savor.

((TRUMP NATS))
"Oh wow, wow, wow. So beautiful!"

(NARRATOR))
After a disappointing second place finish in the Iowa caucuses, the self-styled non-politician known for blunt talk enjoyed a victory lap in New Hampshire.

((DONALD TRUMP, REPUBLICAN CANDIDATE))
"We are going to start winning again and we are going to win so much, you are going to be so happy and we are going to make America so great again, maybe greater than ever before. I love you all!"

((NARRATOR))
But the surprise in the Republican race was the second place finish by Ohio Governor John Kasich.

((JOHN KASICH, REPUBLICAN CANDIDATE))
"There is magic in the air with this campaign because we don't see it as just another campaign, we see this as an opportunity for all of us, and I mean all of us, to be involved in something that is bigger than our own lives, to change America."

((NARRATOR))
There was a crowded battle to follow Kasich among Iowa Caucus winner Ted Cruz, former Florida governor Jeb Bush and Florida Senator Marco Rubio.

In the Democratic race, Vermont Senator Bernie Sanders scored a major victory over frontrunner Hillary Clinton.

((BERNIE SANDERS, DEMOCRATIC CANDIDATE))
"The government of our great country belongs to all of the people and not just a handful of wealthy campaign contributors and their super PACs (political action committees)."

((NARRATOR))
Clinton urged her supporters to look ahead to upcoming primaries where she is favored.

((HILLARY CLINTON, DEMOCRATIC CANDIDATE))
"You are the reason we are here and you are the reason that we are going to win the nomination and win this election together!Thank you all!"

((NARRATOR))
Throughout New Hampshire, voters swarmed polling stations like this one in Merrimack, where Trump supporters were out in force.

((MIKE MALZONE, TRUMP SUPPORTER))
"He's not the ultimate conservative but I do believe in his heart that he loves the country and I think he can put a beating on the media."

((NARRATOR))
As were those backing Bernie Sanders...

((BRAD JOHNSON, SANDERS SUPPORTER))
"The world would enjoy him and that is an important thing for America, to have a leader who is on your side."

((NARRATOR))
And Hillary Clinton.

((OSCAR VILLACIS, CLINTON SUPPORTER))
"Two great candidates but one has a bigger resume than the other and that is her."

((NARRATOR))
The top finishers in New Hampshire now head to the next contests in South Carolina and Nevada. Those Republicans who trailed far behind will have to reassess their presidential ambitions.

XS
SM
MD
LG