ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໓ ກັນຍາ ໒໐໒໓

ສະຫະລັດ ບໍ່ພໍໃຈກັບ ການຕັດສິນ ຈຳຄຸກ ຜູ້ນຳ ຝ່າຍຄ້ານ ຂອງ ເວເນຊູເອລາ


ນາງ Lilian Tintori, ພັນລະຍາຂອງຜູ້ນຳຝ່າຍຄ້ານທີ່ຖືກຈັບເຂົ້າຄຸກ ທ່ານ Leopoldo Lopez, ກ່າວຕໍ່ຜູ້ສະໜັບສະໜູນສາມີຂອງລາວໃນນະຄອນຫຼວງ Caracas, ປະເທດ ເວເນຊູເອລາ, 11 ກັນຍາ, 2015.

ສະຫະລັດ ​ໄດ້​ສະ​ແດງ​ຄວາມ​ບໍ່ພໍໃຈ​ຕໍ່​ການ​ຈັບ​ຜູ້ນຳ​ພັກ​ຝ່າ​ຍຄ້ານ​ຂອງ ​ເວ​ເນ​ຊູ​ເອລາ ທ່ານ Leopoldo Lopez ​ເຂົ້າ​ຄຸກ.

ທ່ານ Lopez ​ໄດ້​ຖືກ​ຕັດສິນ​ຈຳ​ຄຸກ​ເກືອບ 14 ປີ​ໃນ​ຂໍ້​ຫາພົວພັນ ກັບ​ການ​ປະ​ທ້ວງ​ທີ່​ນຳ​ໜ້າ​ໂດ​ຍພັກ​ຝ່າຍ​ຄ້ານ​ເມື່ອ​ປີ​ກາຍ​ນີ້ທີ່ໄດ້ ເຮັດໃຫ້ມີການເສຍຊີວິດ ​ໃນ​ເວລາ​ທີ່​ກຳລັງ​ທະຫານ​ລັດຖະບານ​ໄດ້​ປະ​ທະ​ກັນ​ກັບ​ພວກ​ປະ​ທ້ວງ.

ທູ​ດ ສະຫະລັດ ປະ​ຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Samantha Power ​ໄດ້​ກ່າວ​ຕໍ່​ນັກ​ຂ່າວ ວີ​ໂອ​ເອ Margaret Besheer ວ່າການ​ຕັດ​ສີນ​ລົງ​ໂທດທ່ານ Lopez ​ແມ່ນ​ບໍ່​ຍຸດຕິ​ທຳ ​ແລະ “ມັນໄດ້ດຳ​ເນີນ​ໄປ​ໂດຍ​ບໍ່​ໄດ້​ກ່າວເຖິງໂທ​ດກຳ​ການ​ກະທຳຂອງ​ທ່ານ Lopez ແລະ​ ວ່າບໍ່​ສົມ​ເຫດ​ສົມ​ຜົນ.”

ທ່ານ​ນາງ Power ​ໄດ້​ກ່າວ​ວ່າ ການ​ລົງ​ໂທດທ່ານ Lopez ​ແມ່ນ​ຈະ​ບໍ່​ “ນຳ​ໄປ​ສູ່​ສັນຕິພາບ ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ ​ແລະ ຄວາມ​ໝັ້ນຄົງ​ໃນປະ​ເທດ ​ເວ​ເນ​ຊູ​ເອລາ” ​ໃນ​ເວລາ​ທີ່​ປະ​ເທດ ກຳລັງ​ຜ່ານ​ຜ່າ​ບັນຫາ​ວິ​ກິດ​ການ​ທາງ​ດ້ານ​ເສດຖະກິດຢູ່​ນີ້.

ນັກ​ເສດ​ຖະສາ​ດທີ່​ໄດ້​ຮັບ​ການ​ຝຶກ​ອົບຮົມໃນ ສະຫະລັດຜູ້​ນັ້ນ ​ໄດ້ຖືກ​ຕັດ​ສີນວ່າ​ມີ​ຄວາມ​ຜິດ​ຍ້ອນ​ວ່າ​ຍຸຍົງ​ໃຫ້​ເກີດຄວາມ​ຮຸນ​ແຮງ​ຕ້ານ​ລັດຖະບານ ​ໃນ​ຄວາມພະຍາຍາມບັງຄັບ​ໃຫ້​ປະທານາທິບໍດີ Nicolas Maduro ອອກ​ຈາກ​ຕຳ​ແໜ່​ງ. ທ່ານ Lopez ມີ​ອາ​ຍຸ 44 ປີ, ທ່ານ​ເປັນ​ຜູ້​ກໍ່​ຕັ້ງ​ຂອງ ພັກ​ຄວາມ​ປາຖະໜາ​ຂອງ​ປະຊາ​ຊົນ ຫຼື Popular Will.

Venezuela Politics
please wait
Embed

No media source currently available

0:00 0:00:24 0:00

XS
SM
MD
LG