ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີ​ການ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງ ຫຼັງ​ຈາກ​ອີ​ຣ່ານ​ປະ​ຫານ​ຊີ​ວິດ​ຜູ້​ປະ​ທ້ວງ


ບຸກ​ຄົນ​ນຶ່ງ​ທີ່​ນະ​ຄອນ​ຫຼວງ​ນິ​ໂຄ​ເຊຍ ຂອງ​ໄຊ​ປ​ຣັ​ສ ກວດ​ເບິ່ງ​ໂທ​ລະ​ສັບ​ມື​ຖື​ຂອ​ງ​ລາວ ເມື່ອ​ວັນ​ທີ 8 ທັນ​ວາ 2022 ພົບ​ຂ່າວ​ທາງ​ທວີດ​ເຕີ້ ກ່ຽວ​ກັບ​ການ​ປະ​ຫານ​ຊີ​ວິດ ​ດ້ວຍ​ການ​ແຂວນ​ຄໍ​ທ້າວ​ໂມ​ເຊນ ເຊ​ກາ​ຣີ ໂດຍ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ.
ບຸກ​ຄົນ​ນຶ່ງ​ທີ່​ນະ​ຄອນ​ຫຼວງ​ນິ​ໂຄ​ເຊຍ ຂອງ​ໄຊ​ປ​ຣັ​ສ ກວດ​ເບິ່ງ​ໂທ​ລະ​ສັບ​ມື​ຖື​ຂອ​ງ​ລາວ ເມື່ອ​ວັນ​ທີ 8 ທັນ​ວາ 2022 ພົບ​ຂ່າວ​ທາງ​ທວີດ​ເຕີ້ ກ່ຽວ​ກັບ​ການ​ປະ​ຫານ​ຊີ​ວິດ ​ດ້ວຍ​ການ​ແຂວນ​ຄໍ​ທ້າວ​ໂມ​ເຊນ ເຊ​ກາ​ຣີ ໂດຍ​ເຈົ້າ​ໜ້າ​ທີ່​ອີ​ຣ່ານ.

ມີ​ການ​ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຢ່າງ​ແຮງຂອງ​ນາໆ​ຊາດຫຼັງ​ຈາກ​ອີ​ຣ່ານ​ໄດ້​ປະ​ກາດ​ໃນ​ວັນ​ພະ​ຫັດ​ວານນີ້ ກ່ຽວ​ກັບ​ການ​ປະ​ຫານ​ຊີ​ວິດ​ຊາຍ​ໜຸ່ມ​ຄົນ​ນຶ່ງທີ່​ຖືກ​ພົບ​ເຫັນ​ວ່າ​ມີ​ບົດ​ບາດ ​ໃນ​ຄື້ນ​ຟອງ​ຂອງ​ການ​ປະ​ທ້ວງ​ຕໍ່​ຕ້ານ​ລັດ​ຖະ​ບານ​ທີ່​ພວມ​ດຳ​ເນີນ ​ຢູ່​ໃນ​ເວ​ລານີ້.

ສື່ມວນ​ຊົນ​ຂອງ​ທາງ​ການ​ລາຍ​ງານ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ທ້າວ​ໂມ​ເຊນ ເຊ​ກາ​ຣີ ອາ​ຍຸ 23 ປີ ໄດ້​ຖືກ​ແຂວນ​ຄໍ​ໃນ​ຕອນ​ເຊົ້າ​ວັນ​ພະ​ຫັດ ຫຼັງ​ຈາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ​ແລະ​ຕັດ​ສິນ​ໂທດ​ປະ​ຫານ​ຊີ​ວິດ ຍ້ອນ​ຕັນ​ທາງ​ແລະ​ໂຈມ​ຕີ​ກຳ​ລັງ​ຮັກ​ສາ​ຄວາມ​ສະ​ຫງົບຄົນ​ນຶ່ງຢູ່ນະ​ຄອນ​ຫຼວງ​ເຕ​ຫະ​ຣ່ານ​ທີ່ໄດ້​ຮັບ​ບາດ​ເຈັບ​ຕ້ອງຫ​ຍິບ​ຫຼາຍ​ເຂັມ.

ທ່ານ​ຈາ​ເວດ ເຣ​ແມນ ຜູ້​ຂຽນ​ລາຍ​ງານ​ພິ​ເສດ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບສະ​ຖາ​ນະ​ການ​ດ້ານ​ສິດ​ທິ​ມະ​ນຸດ​ຢູ່​ໃນ​ສາ​ທາ​ລະ​ນະ​ລັດ​ອິ​ສ​ລາມກ່າວຕໍ່​ວີ​ໂອ​ເອພະ​ແນກ​ພາ​ສາ​ເປີ​ເຊຍ​ ໃນ​ການ​ໃຫ້​ສຳ​ພາດ​ຈາກ​ປະ​ເທດ​ອັງ​ກິດ​ວ່າ “ມັນ ​ເປັນ​ທີ່​ໜ້າ​ຢ້ານ​ກົວ ຕື່ນ​ຕົກ​ໃຈ ແລະ​ບໍ່​ພໍ​ໃຈ​ທີ່​ສຸດ ກ່ຽວ​ກັບ​ການ​ປະ​ຫານ​ຊີ​ວິດ​ທ້າວ​ເຊ​ກາ​ຣີ.”

ທ່ານ​ກ່າວ​ຕື່ມ​ວ່າ ປະ​ຊາ​ຄົມ​ນາໆ​ຊາດ ​ຈຳ​ເປັນຕ້ອງ​ໄດ້​ດຳ​ເນີນ​ການ​ຢ່າງ​ຈິງ​ຈັງ​ທີ່​ວ່າ ​ອີ​ຣ່ານ​ຈະ​ປະ​ຫານ​ຊີ​ວິດ​ພວກ​ປະ​ທ້ວງ ​ທີ່​ຖືກໄດ້​ຕັດ​ສິນ​ໂທດ​ປະ​ຫານນັ້ນ​ຕື່ມ​ອີກ. ສານ​ຂອງ​ອີ​ຣ່ານ ​ໄດ້​ຕັດ​ສິນ​ໂທດ​ປະ​ຫານ​ໄປ​ແລ້ວ​ ໃຫ້​ແກ່​ຢ່າງ​ໜ້ອຍ 10 ຄົນ ທີ່​ຖືກ​ຈັບ​ໃນ​ຖານ​ພົວ​ພັນ​ກັບ​ການ​ປະ​ທ້ວງ ແຕ່​ທ້າວ​ເຊ​ກາ​ຣີ​ແມ່ນ​ຜູ້​ທຳ​ອິດ​ທີ່​ໄດ້​ຖືກ​ປະ​ຫານ​ຊີ​ວິດ.

ທ່ານ​ເຣ​ແມນ ກ່າ​ວວ່າ ມີ​ຫຼັກ​ຖານ​ສະ​ແດງ​ໃຫ້​ເຫັນ​ວ່າ ທ້າວ​ເຊ​ກາ​ຣີ​ໄດ້​ຖືກ​ທໍ​ລະ​ມານ​ແລະ​ໄດ້​ຖືກ​ປະ​ຕິ​ເສດ​ບໍ່​ໃຫ້​ຕິດ​ຕໍ່​ກັບ​ທະ​ນາຍ​ຄວາມ.

ຜູ້​ພິ​ພາກ​ສາ ອາ​ໂບ​ລ​ກັ​ສ​ແຊມ ຊາ​ລາ​ວາ​ຕີ ຜູ້​ທີ່ປະ​ເຊີນ​ກັບ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ​ ຍ້ອນ​ໄດ້​ທຳ​ການ​ຕັດ​ສິນ​ໂທດ​ຢ່າງ​ໜັກ ໃນ​ລະ​ຫວ່າງ​ການ​ດຳ​ເນີນ​ຄະ​ດີຕໍ່​ທ້າວ​ຊາ​ກາ​ຣີ.

ກະ​ຊວງ​ການ​ເງິນ​ຂອງ​ສະ​ຫະ​ລັດ ກ່າວ​ໃນ​ການ​ລົງ​ໂທດ​ຕໍ່​ລາວເມື່ອ​ປີ 2019 ວ່າ “ຊາ​ລາ​ວາ​ຕີ​ພຽງ​ຄົນ​ດຽວ​ເທົ່າ​ນັ້ນ ໄດ້​ຕັດ​ສິນ​ນັກ​ໂທດ​ການ​ເມືອງ​ ນັກ​ເຄື່ອນ​ໄຫວ​ເພື່ອ​ສິດ​ທິ​ມະ​ນຸດ ພະ​ນັກ​ງານ​ສື່ມວນ​ຊົນ ແລະ​ບຸກ​ຄົນ​ອື່ນໆ​ອີກ ຫຼາຍກວ່າ 100 ຄົນ ທີ່​ຊອກ​ສະ​ແຫວງ​ຫາ​ໂອ​ກາດ​ ເພື່ອ​ຊົມ​ໃຊ້​ສິດ​ເສ​ລີ​ພາບ​ໃນ​ການ​ໂຮມ​ຊຸມ​ນຸມ​ໃຫ້​ຕິດ​ຄຸກ​ເປັນ​ເວ​ລາ​ດົນ​ນານ.

ອົງ​ການ​ນິ​ລະ​ໂທດ​ກຳ​ສາ​ກົນ ໄດ້​ສະ​ແດງ​ຄວາມ​ຕື່​ນ​ຕົກ​ໃຈກ່ຽວ​ກັບ​ການ​ປະ​ຫານ​ຊີ​ວິດ​ທ້າວ​ເຊ​ກາ​ຣີ ຫຼັງ​ຈາກ​ທີ່​ອົງ​ການ​ດັ່ງ​ກ່າວ​ເອີ້ນ​ວ່າ “ການ​ດຳ​ເນີນ​ຄະ​ດີ​ແບບ​ຫຼອກ​ລວງ​ຢ່າງ​ຮ້າຍ​ແຮງ.” ລາວ​ໄດ້​ຖືກ​ຈັບ​ເມື່ອ​ວັນ​ທີ 25 ກັນ​ຍາ ແລະ​ປະ​ຫານ​ຊີ​ວິດ​ໃນ​ວັນ​ທີ 8 ທັນ​ວາ ໃນ​ຊ່ວງ​ໄລ​ຍະ​ເວ​ລາ​ບໍ່​ຮອດ 11 ອາ​ທິດ.

ອ່ານ​ຂ່າວນີ້​ຕື່​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG