ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ມຽນມາ ຜູ້ພ່າຍແພ້ ຈະນັບຖື ຜົນຂອງ ການເລືອກຕັ້ງ


ປະທານາທິບໍດີ ມຽນມາ ທ່ານຕຽນ ຊຽນ (ໜ້າຊ້າຍ) ທັກທາຍ ບັນດາຜູ້ຕາງໜ້າ ພັກການເມືອງຕ່າງໆ ໃນລະຫວ່າງ ກອງປະຊຸມຢູ່ທີ່ຫ້ອງການລັດຖະບານ ໃນນະຄອນ Yangon, ວັນທີ 15 ພະຈິກ 2015.
ປະທານາທິບໍດີ ມຽນມາ ທ່ານຕຽນ ຊຽນ (ໜ້າຊ້າຍ) ທັກທາຍ ບັນດາຜູ້ຕາງໜ້າ ພັກການເມືອງຕ່າງໆ ໃນລະຫວ່າງ ກອງປະຊຸມຢູ່ທີ່ຫ້ອງການລັດຖະບານ ໃນນະຄອນ Yangon, ວັນທີ 15 ພະຈິກ 2015.

ປະທານາທິບໍດີ ມຽນມາ ທ່ານຕຽນ ຊຽນ ໃຫ້ຄຳໝັ້ນສັນຍາວ່າ
ຈະໂອນອຳນາດ ໃຫ້ລັດຖະບານໃໝ່ ຢ່າງຮຽບຮ້ອຍ ໃນຄວາມ
ພະຍາຍາມ ເພື່ອບໍ່ເຮັດໃຫ້ເກີດຄວາມຢ້ານກົວ ວ່າ ທະຫານ ຈະ
ບໍ່ສົນໃຈ ກັບຜົນການເລືອກຕັ້ງ ທີ່ເສລີ ເມື່ອອາທິດແລ້ວນີ້ ອີກ
ຄັ້ງນຶ່ງ.

ທ່ານຕຽນ ຊຽນ ໄດ້ໃຫ້ຄຳໝັ້ນສັນຍາ ໃນລະຫວ່າງ ການພົບປະກັບ
ບັນດາພັກການເມືອງຕ່າງໆ ຢູ່ທີ່ນະຄອນ Yangon ໃນວັນອາທິດ
ມື້ນີ້ ໜຶ່ງສັບປະດາ ຫຼັງຈາກການເລືອກຕັ້ງປະຫວັດສາດ ເຊິ່ງພັກ
ສັນນິບາດແຫ່ງຊາດ ເພື່ອປະຊາທິປະໄຕ ຫຼື (NLD) ຂອງຜູ້ນຳພັກ
ຝ່າຍຄ້ານ ທ່ານນາງ Aung San Suu Kyi ໄດ້ເອົາຊະນະ ພັກສະ
ຫະພາບສາມັກຄີ ແລະການພັດທະນາ ຫຼື (USDP) ທີ່ໜູນຫຼັງໂດຍ ທະຫານ ຢ່າງລົ້ນເຫຼືອ ຢ່າງບໍ່ໜ້າເຊື່ອ.

ບັນດາຜູ້ສະໜັບສະໜູນ ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມຽນມາ ພາກັນເຊີຍ ຂະນະຜົນຂອງການເລືອກຕັ້ງ ແມ່ນໄດ້ຖືກ ຕິດປະກາດຢູ່ນອກ ສຳນັກງານໃຫຍ່ຂອງພັກ NLD ໃນນະຄອນ Yangon, ປະເດທມຽນ, ວັນທທີ 9 ພະຈິກ 2015.
ບັນດາຜູ້ສະໜັບສະໜູນ ພັກສັນນິບາດ ແຫ່ງຊາດ ເພື່ອປະຊາທິປະໄຕ ຂອງມຽນມາ ພາກັນເຊີຍ ຂະນະຜົນຂອງການເລືອກຕັ້ງ ແມ່ນໄດ້ຖືກ ຕິດປະກາດຢູ່ນອກ ສຳນັກງານໃຫຍ່ຂອງພັກ NLD ໃນນະຄອນ Yangon, ປະເດທມຽນ, ວັນທທີ 9 ພະຈິກ 2015.

ປະທານາທິບໍດີ ຕຽນ ຊຽນ ເວົ້າວ່າ “ໜ້າທີ່ຂອງໝົດທຸກຄົນແມ່ນ ຄວນມອບອຳນາດ
ໃຫ້ແກ່ລັດຖະບານຕໍ່ໄປ ຢ່າງເປັນລະບົບລະບຽບ ຕາມກຳນົດເວລາ. ພວກເຮົາຈະເຮັດ
ໃຫ້ແນ່ໃຈວ່າ ມັນຈະເປັນໄປດ້ວຍຄວາມຮຽບຮ້ອຍ ແລະ ທຸ່ນທ່ຽງ ປາດສະຈາກ ຄວາມ
ເປັນຫ່ວງແຕ່ປະການໃດ.”

ລັດຖະບານໃນປັດຈຸບັນ ຈະຍັງຄົງມີອຳນາດຢູ່ ຈົນເຖິງເດືອນກຸມພາ ປີໜ້າ ໃນເວລານັ້ນ
ພັກ NLD ຈະຮັບເອົາອຳນາດ ດ້ວຍການມີທີ່ນັ່ງໃນສະພາແຫ່ງຊາດ ຫຼາຍກວ່າ 80 ເປີເຊັນ ເຊິ່ງຈະອະນຸຍາດ ໃຫ້ຕົນ ຕັດສິນໃຈວ່າ ຜູ້ໃດຈະໄດ້ເປັນປະທານາທິບໍດີ.

Myanmar Politics
please wait
Embed

No media source currently available

0:00 0:02:16 0:00

XS
SM
MD
LG