ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ອະດີດ​ເຈົ້າໜ້າທີ່ ຂອງອົງການ FIFA ໃຫ້ລາຍລະອຽດ ກ່ຽວກັບ ການຮັບສິນບົນ


FIFA Blatter
please wait
Embed

No media source currently available

0:00 0:01:54 0:00

ສານ​ສະຫະລັດ ​ໄດ້​ເປີດ​ເຜີຍ​ໃນ​ວັນ​ພຸດ​ວານ​ນີ້ ກ່ຽວກັບ​ອະດີດ​
ຂອງສະມາຊິກ​ຄະນະກຳມະ ການ​ບໍ​ລິຫານອົງການ​ຄຸ້ມ​ຄອງ
ເຕະບານ​ໂລກ ຫຼື FIFA ທີ່​ຮັບສາລະພາບວ່າ ໄດ້ຮັບ​ເງິນ​ສິນ
​ບົນ ທີ່​ພົວພັນ​ກັບ​ການ​ແຂ່ງ​ຂັນ​ເຕະບານ​ໂລກ​ ຫຼື World Cub
ໃນ 1998 ​ແລະ ປີ 2010 ​ໃນ​ເດືອນ​ພະຈິກ ປີ 2013.

ທ່ານ Charles Blazer ຊາວ​ອາ​ເມຣິກັນ ຜູ້​ທີ່​ໃຊ້​ເວລາ ຫຼາຍ​ກວ່າ 2 ທົດ​ສະ​ວັດ ​ເປັນນຶ່ງ
ໃນ​ຄະນະ​ເຈົ້າ​ໜ້າ​ທີ່​ສຳຄັນ​ສຸດ​ຂອງ​ອົງການ FIFA ​ໄດ້​ຍອມ​ຮັບ​ແບບລັບໆ​ຕໍ່ຂໍ້ຫາ 10
ກະ​ໂທ​ງ ​ໃນ​ນະຄອນ​ນິວຢ໊ອກ ​ຊຶ່ງ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກລົງ ​ກັບ​ບັນດາໄອ​ຍະ​ການ​ສະຫະລັດ ອິງ​ຕາມ​ບາງ​ຕອນ​ຂອງ​ຂໍ້​ມູນ​ທີ່​ການທົບທວນໃນການຮັບຟັງຄຳໃຫ້ການ
ຢູ່ສານ. ​

ທ່ານ Blazer ​ໄດ້​ບອກ​ກັບຜູ້​ພິພາກສາ​ສານວ່າ ທ່ານ​ແລະ​ສະມາຊິກ​ຂອງ​ຄະນະກຳມະການ ບໍ​ລິຫານ​ຄົນອື່ນໆຂອງອົງການ FIFA ​ໄດ້​ຮັບ​ເງິນ​ສິນ​ບົນ ​ໃນ​ການ​ພົວພັນ​ຂອງ​ການ​ເລືອກ​ເອົາປະເທດ​ຝຣັ່ງ ໃຫ້ເປັນ​ເຈົ້າພາບຈັດການແຂງຂັນເຕະບານ​ໂລກ​ໃນ​ປີ 1998. ຊາວ​ອະ​ເມຣິກັນ ທ່ານ​ນີ້ ຍັງ​ໄດ້​ກ່າວ​ວ່າ ​ລາວໄດ້​ຮັບ​ເງິນ​ສິນ​ບົນ ໃນ​ປີ 2010 ທີ່​ໄດ້​ມອບ​ໃຫ້ອາ​ຟຣິກາ​ໃຕ້​ ເປັນ​ເຈົ້າພາບ​ຈັດການແຂ່ງຂັນເຕະ​ບານ​ໂລກ​ຂຶ້ນ. ມີອະດີດ​ຂອງສະມາຊິກ​ຄະນະ​ບໍ​ລະຫານ​ຂອງ FIFA ​ອີກທ່ານ​ນຶ່ງ ທີ່ຖືກຂໍ້ຫາ​ດັ່ງກ່າວ​ນີ້ ກໍ​ຄື ທ່ານ Jack Warner ຈາກ Trinidad ​ແລະ Tobago ທີ່​ໄດ້​ຍອມຮັບໃນ​ວັນ​ພຸດ​ວານ​ນີ້ ​ໃນ​ການ​ກ່າວ​ທາງ​ໂທລະພາບ ຊຶ່ງ​ທ່ານ​ໄດ້​ຢືນຢັນ​ເຖິງ​ການ​ພົວພັນ​ທາງ​ການ​ເງິນ ຂອງອົງການ FIFA ​ແລະ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ປະ​ເທດ​ເກາະດອນ ໃນທະເລ Caribbean ເມື່ອປີ 2010.

ພາບເຈົ້າໜ້າທີ່ຂັ້ນສູງຂອງ FIFA, ວັນທີ 27 ພຶດສະພາ, 2015
ພາບເຈົ້າໜ້າທີ່ຂັ້ນສູງຂອງ FIFA, ວັນທີ 27 ພຶດສະພາ, 2015

ອະດີດຮອງ​ປະທານອົງການ FIFA ແມ່ນ 1 ໃນ 6 ຄົນ ຊຶ່ງຮວມທັງເຈົ້າໜ້າທີ່ອົງການ FIFA ຄົນທີສອງ ແລະ 4 ຜູ້ບໍລິຫານຂັ້ນສູງ ພວກຊຶ່ງໄດ້ຈັດເຂົ້າໃນລາຍຊື່ “ສີ​ແດງ” ໂດຍພວກເຈົ້າໜ້າທີ່ປະຕິບັດ​ກົດໝາຍສາກົນ ຄືຕຳຫຼວດສາກົນ ໃນຂໍ້ຫາຫຼາຍຢ່າງ ຊຶ່ງຮວມທັງ ການສໍ້ໂກງ ການຕົ້ມຕຸນຍັກຍອກ ຊຶ່ງໝາຍຄວາມວ່າ ສ່ຽງຕໍ່ການຖືກຈັບກຸມ ໃນທຸກສະຖານທີ່ໃດໆ ໃນໂລກທີ່ພວກເຂົາເຈົ້າເດີນທາງ.

ກຸ່ມທີ່ວ່ານີ້ແມ່ນຢູ່ໃນ 14 ຄົນ ທີ່ໄດ້ຖືກຟ້ອງຮ້ອງ ໂດຍກະຊວງຍຸຕິທຳສະຫະລັດ ໃນສັບ
ປະດາແລ້ວນີ້ ໃນຂໍ້ຫາ ການຕົ້ມຕຸນຍັກຍອກ ການສົ່ງເງິນຫຼອກລວງ ແລະການຟອກເງິນ ໃນແບບແຜນທີ່ທາງບັນດາໄອຍະການ ກ່າວວ່າ ໄດ້ພົວພັນ ກັບຫົວໜ້າບໍລິຫານສື່ມວນ
ຊົນ ທີ່ວ່າຈ້າງ ຫຼືບໍ່ ກໍຕົກລົງໃນການຈ່າຍເງິນຈຳນວນຫຼາຍກວ່າ 150 ລ້ານໂດລ່າ ໃນການ
ແລກປ່ຽນກ່ຽວກັບສິດທິໃນການຕະຫຼາດຂອງການແຂ່ງຂັນ.


WATCH: Related video report by Mike Richman

Long-Time Head of FIFA Announces Resignation
please wait

No media source currently available

0:00 0:02:48 0:00

XS
SM
MD
LG