ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ Blatter ລາອອກ ຈາກຕຳແໜ່ງປະທານ ອົງການ FIFA


ທ່ານ Sepp Blatter ປະທານອົງການ​ຄຸ້ມຄອງ​ເຕະບານ​ໂລກ ຫຼື FIFA.
ທ່ານ Sepp Blatter ປະທານອົງການ​ຄຸ້ມຄອງ​ເຕະບານ​ໂລກ ຫຼື FIFA.

ອົງການຂ່າວຕ່າງໆໃນສະຫະລັດ ກ່າວ​ວ່າ ປະທານອົງການ​ຄຸ້ມ
​ຄອງ​ເຕະບານ​ໂລກ ຫຼື FIFA ​ທ່ານ Sepp Blatter ກຳລັງ​ຖືກ​
ສືບສວນໃນສະຫະລັດທີ່​ພົວ ພັນ​ກັບ​ຂ່າວ​ສໍ້​ໂກງນອງນັນ ກ່ຽວ
ກັບອົງການຄຸ້ມຄອງເຕະບານ​ໂລກ.

ລາຍງານຂ່າວ​ແຈ້ງວ່າ ທ່ານ Blatter ອາຍຸ 79 ປີ ​ໄດ້​ເປັນ​ເປົ້າ
​ໝາຍ ຂອງ​ການສືບສວນໂດຍໄອຍະການລັດຖະບານ​ກາງ ​
ແລະເຈົ້າໜ້າທີ່ສັນຕິບານກາງ FBI ​ໄດ້​ມີ​ຂື້ນບໍ່ເທົ່າໃດຊົ່ວໂມງ
​ ຫລັງ​ຈາກ​ທ່ານ​ໄດ້ລາ​ອອກຈາກ​ໜ້າ​ທີ່ຢ່າງກະ ທັນຫັນ ​ໃນລະ
ຫວ່າງ​ກອງ​ປະຊຸມນັກ​ຂ່າວ​ທີ່ນະຄອນ Zurich. ທ່ານ Blatter
​ທີ່​ຫາ​ກໍ່​ໄດ້ຮັບເລືອ​ກ​ໃໝ່ໆ​ເປັນ​ສະໄໝທີ​ຫ້າ ​ເພື່ອເຂົ້າຮັບຕຳແໜ່ງເປັນປະທານ ອົງການ​ຄຸ້ມ​ຄອງ​ເຕະບານ​ໂລກ ​ໃນ​ວັນ​ສຸກ​ແລ້ວ​ນີ້ຮັບ​ຮູ້​ວ່າ​ ທ່ານ​ບໍ່​ໄດ້ “ຮັບ​ສິດ ອຳນາດຈາກ​ກິລາ
ເຕະບານ​ໂລກ​ທັງ​ໝົດ ບັນດາແຟນໆ ພວກນັກເຕະ​ບານ ສະໂມສອນຕ່າງໆ ຜູ້​ຄົນ​ທີ່​ມີ​ຊີ
ວິດ​ຢູ່ ຫາຍ​ໃຈ ​ແລະຮັກກິລາເຕະບານ ຫລາຍ​ເທົ່າ​ກັບພວກ​ເຮົາປະຕິບັດ​ຢູ່ອົງການ FIFA.”

ທ່ານ​ຍອມຮັບວ່າ “ອົງການ FIFA ຈຳເປັນຕ້ອງໄດ້ມີການປ່ຽນແປງໂຄງສ້າງ ​ໃໝ່​ຢ່າງ
​ເລິກເຊິ່ງ” ​ແລະໄດ້ໃຫ້​ຄຳ​ໜັ້ນສັນຍາ ຄວາ​ມໝັ້ນ​ໝາຍ​ຂອງ​ທ່ານ ກໍ ແມ່ນ​ເປົ້າ​ໝາຍ​ດັ່ງ​ກ່າວ.

ບັນດາ​ຜູ້​ໃຫ້ຄວາມອຸບປະຖໍາເປັນມູນຄ່າຫຼາຍໆລ້ານໂດລາ ແກ່ອົງການ FIFA ຈຳນວນ
ນຶ່ງ ໄດ້ສັນລະ​ເສີນ​ການ​ຕັດສິນ​ໃຈ​ຂອງ​ທ່ານ Blatter ​ໃນ​ການ​ລາ​ອອກ. ບໍລິສັດ​ຜະລິດ
​ເຄື່ອງດື່ມ​ Coca-Cola ກ່າວ​ວ່າ ມັນເປັນ “ບາດກ້າວ​ໃນ ທາງບວກ​ ​ເພື່ອເຫັນແກ່​ກິລາເຕະບານ ​ແລະ ບັນດາ​ແຟນໆ.”

ທ່ານ Chung Mong-joon ທາຍາດບໍລິສັດພັນລ້ານ Hyandai ຂອງເກົາຫລີໃຕ້ ແລະ
​ອະດີດ​ສະ​ມາ​ຊິກ ຄະນະ​ກຳ​ມະ​ການບໍລິຫານອົງການ FIFA ​ໄດ້​ປະກາດ​ ໃນ​ວັນ​ພຸດ​ມື້​ນີ້
​ທີ່ນະຄອນ​ໂຊ​ລວ່າ ທ່ານ​ກຳລັງ​ພິຈາລະນາທີ່ຈະລົງສະໝັກ​ແລ່ນ ​ເປັນປະທານອົງການ
FIFA.

FIFA Blatter
please wait
Embed

No media source currently available

0:00 0:02:11 0:00

XS
SM
MD
LG