ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທູດພິເສດສະຫະປະຊາຊາດ ທີ່ພວມອອກຈາກຕຳແໜ່ງ ກ່າວວ່າ ມຽນມາພວມກ້າວເຂົ້າສູ່ສົງຄາມກາງເມືອງ


ທູດພິເສດສະຫະປະຊາຊາດ ປະຈຳມຽນມາ ທ່ານນາງຄິຣສຕິນ ຊາເນີ ເບີເກີເນີ ໄປເຖີງສະໜາມບິນ Sittwe ໃນລັດ Rakhine ປະເທດມຽນມາ ວັນທີ 15 ຕຸລາ 2018.
ທູດພິເສດສະຫະປະຊາຊາດ ປະຈຳມຽນມາ ທ່ານນາງຄິຣສຕິນ ຊາເນີ ເບີເກີເນີ ໄປເຖີງສະໜາມບິນ Sittwe ໃນລັດ Rakhine ປະເທດມຽນມາ ວັນທີ 15 ຕຸລາ 2018.

ມຽນມາພວມກ້າວເຂົ້າສູ່ເຂົ້າສົງຄາມກາງເມືອງ ຫຼັງຈາກທະຫານໄດ້ເຮັດລັດຖະ ປະຫານ
ອີງຕາມຄຳເວົ້າ ຂອງທູດພິເສດສະຫະປະຊາດຮັບຜິດຊອບເລື້ອງມຽນ ນາທີ່ພວມຈະພົ້ນ
ຈາກຕຳແໜ່ງ ໄດ້ກ່າວໃນວັນພະຫັດວານນີ້ ໂດຍເຕືອນວ່າໂອ ກາດ ທີ່ຈະກັບຄືນມາເປັນປະຊາທິປະໄຕ ກຳລັງຫາຍສາບສູນໄປ ແລະກຳລັງ ໃຫ້ສັນຍານວ່າ ການລົງໂທດເພີ້ມຕື່ມ
ອາດສາມາດຊ່ວຍເຫຼືອໄດ້.

ທ່ານນາງຄຣີສຕິນ ຊຣາເນີ ເບີເກີເນີ (Christine Schraner Burgener) ທີ່ພວມຈະລົງ
ຈາກຕຳແໜ່ງຫຼັງຈາກໄດ້ຮັບໜ້າທີ່ມາດົນກວ່າສາມປີເຄິ່ງກ່າວຕໍ່ກອງ ປະຊຸມສະມັດຊາໃຫຍ່
ສະຫະປະຊາຊາດ ໃນເດືອນມິຖຸນາຜ່ານມານີ້ວ່າ ມີຄວາມ ສ່ຽງຢ່າງແທ້ຈິງ ທີ່ຈະເກີດສົງ
ຄາມກາງເມືອງຂະໜາດໃຫຍ່ຫຼັງຈາກທະຫານໄດ້ ຍຶດອຳນາດໃນວັນທີ 1 ກຸມພາ ຄຸມຂັງ
ທ່ານນາງອອງຊານ ຊູຈີ ແລະບັນດາຜູ້ ນຳລັດຖະບານທີ່ຖືກເລືອກຕັ້ງຄົນອື່ນໆ.

ເວລາມີການຖາມ ໃນວັນພະຫັດວານນີ້ວ່າ ສົງຄາມກາງເມືອງເກີດຂຶ້ນ ແລ້ວບໍໃນປັດຈຸ
ບັນນີ້ ທ່ານນາງຕອບວ່າ “ຢູ່ໃນຄຳສັບຂອງກົດໝາຍສາກົນ ທີ່ພວກເຮົາໃຊ້ຢູ່ໃນການຂັດ
ແຍ້ງດ້ວຍກຳລັງອາວຸດພາຍໃນປະເທດນັ້ນ ແລະຂ້າ ພະເຈົ້າຈະໃຊ້ຄຳສັບນີ້ ໃນປັດຈຸບັນ.”

ທ່ານນາງກ່າວວ່າ ມັນມີ “ຄວາມສຳຄັນຫຼາຍ” ທີ່ລັດຖະບານຂອງປະເທດຕ່າງໆ ແລະ
ສະຫະປະຊາຊາດ ບໍ່ໄດ້ໃຫ້ສັນຍານໃນການຍອມຮັບໃດໆ ຕໍ່ພວກທະຫານ ແລະຄວາມ
ຕັ້ງໃຈຂອງປະຊາຊົນຜູ້່ໄດ້ລົງຄະແນນສຽງເມື່ອນຶ່ງປີກ່ອນເພື່ອເລືອກ ເອົາລັດຖະບານ
ຂອງທ່ານນາງຊູຈີ ແມ່ນໄດ້ຮັບການປົກປ້ອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG