ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານນາງ ຍິ່ງລັກ ຖືກພົບເຫັນ ມີຄວາມຜິດ ຖານລະເລີຍ ໜ້າທີ່ ໃນໂຄງການ ຈຳນຳເຂົ້າ (​ສະ​ໄລ​ດ໌/ວີດີໂອ)


ທ່ານນາງຍິ່ງລັກ ຊິນນະວັດ
ທ່ານນາງຍິ່ງລັກ ຊິນນະວັດ
ຄະນະ​ກຳມະການ​ຕໍ່ຕ້ານ​ການ​ສໍ້ທຸ​ຈະລິດ​ຂອງໄທ ​ໄດ້​ມອບຄວາມ
ປາ​ໄຊ​ທາງ​ດ້ານ​ກົດໝາຍ​ອີກ​ຄັ້ງ​ນຶ່ງ ​ໃຫ້​ແກ່​ນາຍົກລັດຖະມົນຕີຍິ່ງ
ລັກ ຊິນນະ​ວັດ ທີ່​ໄດ້​ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່​ງ​ໄປ​ແລ້ວ​ນັ້ນ ​ໂດຍ
​ຕັດສິນ​ວ່າ​ ທ່ານ​ນາງມີ​ຄວາມ​ຜິດ​ໃນ​ຂໍ້​ຫາລະ​ເລີຍຕໍ່ໜ້າ​ທີ່​ກ່ຽວ​ກັບ​
ໂຄງການ​ຮັບ​ຈຳນຳ​ເຂົ້າ​ທີ່​ເປັນ​ບັນຫາ​ໂຕ້​ແຍ້​ງກັນນັ້ນ.

ຄະນະ​ກຳມະການ ​ໄດ້​ອອກ​ຄຳ​ຕັດສິນ ຢ່າງ​ເປັນ​ເອກະສັນ​ໃນ​ວັນ
​ພະຫັດ​ມື້​ນີ້​ວ່າ ມີ​ຫລັກ​ຖານ​ພຽງພໍເພື່ອ​ທຳ​ການ​ຟ້ອງ​ຮ້ອງ​ຢ່າງ​ເປັນ
​ທາງ​ການ​ທ່ານ​ນາງ​ຍິ່ງ​ລັກກ່ຽວ​ກັບ​ໂຄງການ​ດັ່ງກ່າວທີ່​ພວກ​ຕຳ​ໜິ
ຕິຕຽນ​ທ່ານ​ນາງ​ເວົ້າ​ວ່າ ​ເຕັມ​ໄປ​ດ້ວຍການ​ສໍ້​ລາດ​ບັງ​ຫຼວງແລະ​ສິ້ນ​ເປືອງ​ເງິນ​ລັດຖະ ບານ​ຫຼາຍ​ພັນ​ລ້ານ​ໂດ​ລາ​.

ບັດ​ນີ້ ​ຄະດີ​ດັ່ງກ່າວ​ ຈະ​ຖືກ​ສົ່ງ​ໄປ​ຍັງ​ສະພາ​ສູງ ບ່ອນ​ທີ່ທ່ານ​ນາງ​ຍິ່ງ​ລັກຈະ​ປະ​ເຊີນ​ ກັບ​ການ​ລົງມະຕິ​ກ່ຽວ​ກັບການ​ຟ້ອງ​ຮ້ອງທ່ານ​ນາງ​ຢ່າງ​ເປັນ​ທາງ​ການທີ່​ສາມາດເກື​ອດຫ້າມ​ບໍ່​ໃຫ້ທ່ານ ​ນາງ ຫລິ້ນ​ການ​ເມືອງ​ເປັນ​ເວລາ​ຫ້າ​ປີ​ ກໍໄດ້.

ຄຳຕັດສິນດັ່ງກ່າວມີ​ຂຶ້ນ​ ​ນຶ່ງ​ມື້ຫຼັງ​ຈາກ​ສານ​ລັດຖະທຳມະນູນ​ ຂອງໄທ ​ໄດ້​ຕັດສິນປົດທ່ານ​ນາງ​ຍິ່ງ​ລັກ ພ້ອມ​ດ້ວຍ​ສະມາຊິກ 9 ຄົນ ໃນ​ຄະນະ​ລັດຖະບານ​ຂອງ​ທ່ານ​ນາງ ​ອອກ​ຈາກ​ອຳນາດ ກ່ຽວ​ກັບ​ຄະດີ​ຍົກຍ້າຍ ລັດຖະ​ກອນ​ພົນລະ​ເ​ຮື​ອນຂັ້ນອາວຸ​ໂສທ່ານ​ນຶ່ງ​ ອອກ​ຈາກ​ຕຳ​ແໜ່​ງຢ່າງ​ ບໍ່​ຖືກຕ້ອງ​ຕາມ​ກົດໝາຍ​.

​ໄດ້​ມີ​ການ​ແຕ່ງ​ຕັ້ງ​ໃຫ້​ ທ່ານ​ນິວັດ​ທຳຣົງ ບຸນ​ສົງ​ໄພສານ ລັດຖະມົນຕີ​ກະຊວງ​ການ​ຄ້າ ເປັນ​ນາ ຍົກ​ຮັກສາ​ການ​ຊົ່ວຄາວ​ ແທນ​ທ່ານ​ນາງ​ຍິ່ງ​ລັກ. ທ່ານ​ນິວັດ​ທຳຣົງແມ່ນ​ເປັນພັນທະ​ມິດ​ ທີ່​ໃກ້ ຊິດ​ກັບ​ທ່ານ​ນາງ​ຍິ່ງ​ລັກ ​ແລະ​ອະດີດ​ ນາຍົກລັດຖະມົນຕີ ທັກສິນ ຊິນນະ​ວັດ ອ້າຍ​ຂອງ​ທ່ານ​ນາງ​ທີ່ມີ​ອິດ​ທິພົນນັ້ນ.
THAILAND POLITICS VOSOT
please wait

No media source currently available

0:00 0:01:41 0:00
XS
SM
MD
LG