ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອຸດອນ ວົງສີ ເພີ່ມສີສັນໃຫ້ ຜົນງານເພງອະມະຕະ ສຸດຍອດນິຍົມຂອງລາວ ມີຊີວິດຊີວາຂຶ້ນ (ວີດີໂອ)


ອຸດອນ ວົງສີ ຂັບກ່ອມທ່ານຜູ້ຟັງ ໃນງານສັງສັນທີ່ ຊິດນີ ອອສເຕຣເລຍ​
ອຸດອນ ວົງສີ ຂັບກ່ອມທ່ານຜູ້ຟັງ ໃນງານສັງສັນທີ່ ຊິດນີ ອອສເຕຣເລຍ​


ນັ້ນ​ແມ່ນ​ນຶ່ງ​ໃນ​ຜົນງານ​ເພງ​ອະ​ມະຕະ​ຂອງ​ລາວ​ທີ່​ໂດ່​ງດັງ​ໃນ
​ອະດີດທີ່​ອຸດອນ ວົງ​ສີ ​ໄດ້​ນໍາຂຶ້ນມາ​ຈັດ​ທໍາ​ໃຫມ່ ທີ່​ທາງ​ລາຍ
ການ​ສຽງ​ເພງ​ຈາກ​ແດນ​ໄກ ​ໄດ້​ນໍາ​ສະ​ເໜີ​ໃຫ້ທ່ານ​ຟັງ​ໄປ​ແລ້ວ
ຫຼັງ​ຈາກ​ນັ້ນ ກໍ​ໄດ້ມີ​ຫຼາຍໆ​ທ່ານ​ຢາກ​ຊາບເຖິງ​ເບື້ອງ​ຫຼັງຄວາມ​ເປັນ​ມາ​ຂອງ​ສິນລະປິນ​
ທ່ານ​ນີ້ ວັນນະ​ສອນ​ຈຶ່ງ​ໄດ້​ຈັດການ​ສໍາພາດ ກັບຜູ້ກ່ຽວ​ຜ່ານທາງໂທ​ລະ​ສັບ ຈາກ Sydney, Australia, ມາ​ໃຫ້ທ່ານ​ຜູ້​ຟັງ​ໄດ້​ຊາບ​ກັນໂດຍ​ທົ່ວເຖິງ. ​ເພາະສະ​ນັ້ນ ຂໍ​ເຊີນ​ທ່ານ​ຮັບ​ຟັງ ​ການ​ສໍາພາດ​ກັບ ອຸດອນ ວົງ​ສີ ​ໄດ້​ເລີຍ.

ອຸດອນ ວົງສີ ກັບເພື່ອນຝູງ
ອຸດອນ ວົງສີ ກັບເພື່ອນຝູງ


ປະຈຸ​ບັນ​ນີ້ ອຸດອນ ວົງ​ສີ ອາ​ໄສ​ຢູ່ Melbourne, Australia,
ກັບ​ຄອບຄົວ​ທີ່​ອົບ​ອຸ່ນ ​ພ້ອມ​ກັບລູກຫຼານ​ທີ່​ໜ້າ​ຮັກ. ອຸດອນ
ວົງ​ສີ ກໍ​ຍັງ​ຈະ​ສືບ​ຕໍ່​ສ້າງ​ຜົນງານ​ໃໝ່ໆ​ໂດຍ​ການ​ນໍາ​ເອົາ​ເພງ​
ອະມະຕະ​ໃນ​ອະດີດຂອງ​ລາວ ມາ​ຊຸບ​ຊີວິດ​ໃຫ້ໃໝ່ ​ແລະ​ວ່າ
ຕາບ​ໃດທີ່​ຍັງ​ມີ​ທ່ານ​ຜູ້​ຟັງ​ຢ່າງ​ໄທ​ເຮົາ​ເຈົ້າ​ຂ້ອຍ ​ໃຫ້ການ
ສະໜັບສະໜູນ ​ແລະ​ເປັນ​ກໍາລັງ​ໃຈ​ໃຫ້​ແລ້ວ ອຸດອນ ວົງ​ສີ
ກໍ​ຍັງ​ຈະ​ເປັນ​ສິນລະປິນ ຢູ່​ຄູ່​ກັບ​ວົງ​ການ​ເພງ​ລາວ​ໃນ​ຕ່າງ
​ແດນ ຕາບ​ນານ​ເທົ່າ​ນານ.

ຂໍເຊີນທ່ານຮັບຟັງລາຍການສຽງເພງຈາກແດນໄກ ທີ່ນໍາສະເໜີ ເພງຂອງອຸດອນ ວົງສີ
ລິງໂດຍກົງ
XS
SM
MD
LG