ທາງການແຂວງອຸດົມໄຊສົ່ງເສີມນັກທຸລະກິດຈີນ ໃຫ້ເຂົ້າມາຕອບສະໜອງເງິນທຶນແລະ
ເທັກນິກໃຫ້ແກ່ບັນດາກະເສດຕະກອນລາວເພື່ອປູກພືດຕ່າງໆສົ່ງໃຫ້ຈີນ ໂດຍແນໃສ່ຍຸ
ຕິການຖາງປ່າເພື່ອເຮັດໄຮ່ເລື່ອນລອຍ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານສົມຈິດ ປັນຍາສັກ ຮອງເຈົ້າແຂວງ ແຂວງອຸດົມໄຊ ຢືນຢັນວ່າ ແຂວງອຸດົມໄຊ ໄດ້ສົ່ງເສີມໃຫ້ນັກທຸລະກິດຈີນເຂົ້າມາລົງທຶນໃນພາກກະສິກຳໃນແຂວງອຸດົມໄຊ ເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ໃນໄລຍະ 3 ປີ ມານີ້ ໂດຍສະເພາະແມ່ນການສົ່ງເສີມໃຫ້ນັກທຸລະກິດຈີນ ເປັນພາກສ່ວນທີ່ຕອບສະໜອງດ້ານການເງິນແລະເທັກນິກໃຫ້ແກ່ກະເສດຕະກອນລາວ ເພື່ອປູກພືດຊະນິດຕ່າງໆ ສົ່ງໃຫ້ຈີນນັ້ນ ຖືເປັນພາກສ່ວນທີ່ມີການເຕີບໂຕຢ່າງວ່ອງໄວ
ທັງຍັງປະກອບສ່ວນຢ່າງສຳຄັນ ເຂົ້າໃນການຍຸຕິການຖາງປ່າ ເພື່ອເຮັດໄຮ່ເລື່ອນລອຍ
ໃນແຂວງອຸດົມໄຊ ອີກດ້ວຍ ດັ່ງທີ່ທ່ານສົມຈິດ ໄດ້ໃຫ້ການຢືນຢັນວ່າ “ຈາກສະພາບ
ການຜະລິດອັນນີ້ ກະມີຫຼາຍບ້ານ ໄດ້ມີການຍຸຕິການຖາງປ່າເຮັດໄຮ່ ເນື່ອງຈາກວ່າ
ໄດ້ຫັນມາຜະລິດການປູກພືດອັນນີ້ ເພື່ອຕອບສະໜອງໃຫ້ຈີນນີ້ ເຮັດຄືຈັ່ງຊີ້ ນຶ່ງຫັ້ນ
ຕະຫຼາດຈີນຮັບ ສອງເທັກນິກ ຈີນຮັບ ສ່ວນວ່າແຮງງານແມ່ນຂອງຄົນລາວ ແຕ່ມາ
ຮອດປັດຈຸບັນ ກະຫຼາຍຄອບຄົວໄດ້ຍຸຕິໃນການຖາງປ່າເຮັດໄຮ່ ອັນນີ້ ກະໄດ້ເຮັດ
ໃຫ້ຫຼາຍພາກສ່ວນ ຫຼາຍຄອບຄົວ ກໍພົ້ນທຸກ ອັນນີ້ກະເປັນປະຈັກກັບຕາ ຫຼາຍເມືອງ
ກະຍຸຕິການຖາງປ່າ ເຖິງແມ່ນວ່າມັນຍັງມີ ແຕ່ກະບໍ່ຫຼາຍທຽບໃສ່ໄລຍະຜ່ານມາ.”
ທັງນີ້ ລັດຖະບານລາວ ໄດ້ວາງແຜນການເພີ້ມການປົກຫຸ້ມຂອງປ່າໄມ້ ໄດ້ 37 ພັນ
ເຮັກຕາ ຕໍ່ປີ ໂດຍແນໃສ່ການເພີ້ມຄວາມໜາແໜ້ນຂອງປ່າໄມ້ ໃຫ້ເຖິງ 70 ເປີເຊັນ
ຂອງພື້ນທີ່ທັງໝົດ ຕາມແຜນຍຸດທະສາດປ່າໄມ້ແຫ່ງຊາດ ເຖິງປີ 2020 ດ້ວຍການ
ຊຸກຍູ້ໃຫ້ປູກຕົ້ນໄມ້ໃນເຂດອ່າງໂຕ່ງຂອງເຄື່ອນໄຟຟ້າ ແລະເຂດຄອງຊົນລະປະທານ
ຕ່າງໆ ຮວມທັງຍັງຈະຕ້ອງຍຸຕິການຖາງປ່າເຮັດໄຮ່ໄດ້ຢ່າງສິ້ນເຊີງອີກດ້ວຍ.
ແຕ່ເຖິງຢ່າງໃດກໍຕາມ ທ່ານລຽນ ທິແກ້ວ ລັດຖະມົນຕີວ່າການກະຊວງກະສິກຳ
ແລະປ່າໄມ້ ກໍໄດ້ໃຫ້ທັດສະນະ ແລະປະເມີນວ່າສະພາບປ່າໄມ້ຂອງລາວໃນປັດຈຸບັນ
ຍັງມີຄວາມໜາແໜ້ນເຫຼືອຢູ່ປະມານ 40 ເປີເຊັນຂອງພື້ນທີ່ທັງໝົດ ໝາຍຄວາມວ່າ
ໃນໄລຍະນັບແຕ່ປີ 2018-2020 ລັດຖະບານລາວ ກໍຈະຕ້ອງເພີ່ມການປົກຫຸ້ມຂອງ
ປ່າໄມ້ໃຫ້ໄດ້ໃນອັດຕາສະເຫຼ່ຍ 10 ເປີເຊັນ ຕໍ່ປີ ໃນທຸກເຂດແຂວງໃນທົ່ວປະເທດ
ໂດຍເຂດທີ່ລັດຖະບານລາວ ຖືເປັນພື້ນທີ່ເປົ້າໝາຍສຳຄັນ ທີ່ຈະຕ້ອງຈັດຕັ້ງປະຕິບັດ
ເພື່ອໃຫ້ບັນລຸເປົ້າໝາຍໃຫ້ໄດ້ ກໍຄືເຂດປ່າ ສະຫງວນແຫ່ງຊາດ ຊຶ່ງກໍຍັງປາກົດວ່າ
ໄດ້ມີການລັກລອບເຂົ້າໄປຕັດໄມ້ຢູ່ເລື້ອຍມາ.
ທັງນີ້ ໂດຍອົງການອະນຸລັກສິ່ງແວດລ້ອມ Global Witness ລາຍງານວ່າ ເຂດທີ່ມີ
ການລັກລອບຕັດໄມ້ ຫຼາຍທີ່ສຸດ ກໍຄືເຂດທີ່ຕິດຕໍ່ຊາຍແດນກັບຫວຽດນາມ ຊຶ່ງຮວມ
ເຖິງເຂດປ່າສະຫງວນແຫ່ງຊາດນາກາຍ ໃນແຂວງຄຳມ່ວນ ຊຶ່ງບັນດານາຍທຶນແລະ
ພະນັກງານລັດຈຳນວນນຶ່ງໄດ້ຮ່ວມກັນວ່າຈ້າງປະຊາຊົນລາວ ໃນທ້ອງຖິ່ນໃຫ້ພາກັນ
ເຂົ້າໄປລັກລອບຕັດໄມ້ໃນເຂດປ່າສະຫງວນແຫ່ງຊາດນາກາຍ ແລ້ວກໍ ລັກລອບຂົນ
ໃນເວລາກາງຄືນ ເພື່ອສົ່ງອອກໄປຂາຍຊາຍແດນຫວຽດນາມຕາມລຳດັບ.
ທາງດ້ານທ່ານສຸຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້ ກະຊວງກະສິກຳປ່າໄມ້ໃຫ້
ການຍອມຮັບວ່າ ເປັນການຍາກແລະເປັນສິ່ງທີ່ທ້າທາຍຫຼາຍທີ່ຈະເພີ້ມການປົກຫຸ້ມ
ຂອງປ່າໄມ້ ໃນລາວ ໃຫ້ໄດ້ເຖິງ 70 ເປີເຊັນ ຂອງພື້ນທີ່ທັງໝົດ ໃນປີ 2020
ເພາະການຈັດຕັ້ງປະຕິບັດ ນັບຕັ້ງແຕ່ປີ 2005 ເປັນຕົ້ນມາ ໄດ້ປະເຊີນບັນຫາ
ຫຼາຍດ້ານທີ່ຮວມເຖິງບັນຫາການປະສານງານລະຫວ່າງໜ່ວຍງານຂອງ
ລັດຖະບານດ້ວຍ
ພາຍໃຕ້ສະພາບການດັ່ງກ່າວ ກໍເຮັດໃຫ້ ທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີ
ໄດ້ມີຄຳສັ່ງໃຫ້ປິດໂຮງເລື່ອຍເຖິງ 1,206 ແຫ່ງ ໃນປີ 2017 ຜ່ານມາ ເນື່ອງຈາກວ່າ
ມີສ່ວນກ່ຽວຂ້ອງໃນການລັກລອບຕັດແລະຄ້າໄມ້ ໂດຍຜິດກົດໝາຍ ໃນນີ້ກໍເປັນ
ໂຮງເລື່ອຍທີ່ດຳເນີນກິດຈະການໂດຍບໍ່ໄດ້ຂໍອະນຸຍາດຕາມລະບຽບກົດໝາຍ
ເຖິງ 1,186 ແຫ່ງ ສ່ວນອີກ 20 ແຫ່ງ ກໍໄດ້ເຂົ້າໄປລັກລອບຕັດໄມ້ ໃນເຂດປ່າ
ສະຫງວນແຫ່ງຊາດ ແລະການທີ່ບັນດາເຈົ້າໜ້າທີ່ຂອງໂຮງເລື່ອຍສາມາດດຳເນີນ
ການ ໄດ້ຄືແນວນີ້ ກໍເພາະວ່າພະນັກງານພັກ ແລະລັດໄດ້ເຂົ້າໄປມີສ່ວນໄດ້ຮັບຜົນ
ປະໂຫຍດຮ່ວມຢູ່ດ້ວຍນັ້ນເອງ.
ເບິ່ງຄວາມເຫັນ (3)
ໂຫລດຄວາມເຫັນ ຕື່ມອີກ