ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ປະທານາທິບໍດີ Ivory Coast ຊະນະການເລືອກຕັ້ງ ສະໄໝ ທີ​​​​ 2


ປະທານາທິບໍດີ Ivory Coast ທ່ານ Alassane Ouattara (ຊ້າຍ) ໂບກມືຫລັງຈາກປ່ອນບັດ ພ້ອມດ້ວຍພັນລະຍາ ທ່ານນາງ Dominique Ouattara (ຂວາ)
ປະທານາທິບໍດີ Ivory Coast ທ່ານ Alassane Ouattara (ຊ້າຍ) ໂບກມືຫລັງຈາກປ່ອນບັດ ພ້ອມດ້ວຍພັນລະຍາ ທ່ານນາງ Dominique Ouattara (ຂວາ)

ປະ​ທາ​ນາ​ທິບໍດີ Ivory Coast ທ່ານ Alassane Quattara ​
ໄດ້​ຊະນະ​ການ​ເລືອກ​ຕັ້ງເຂົ້າຮັບ​ຕຳ​ແໜ່​ງ​ເປັນ​ສະ​ໄໝທີສອງ​ຕື່ມ​
ອີກ​ຫ້າ​ປີ​ອີງ​ຕາມ​ຜົນ​ການ​ເລືອກ ​ຕັ້ງທີ່​ເປັນ​ທາງ​ການ.

ຄະນະ​ກຳມາທິການ​ເລືອກ​ຕັ້ງ​ຂອງ​ປະ​ເທດກ່າວໃນ​ຕອນ​ເຊົ້າ
​ວັນ​ພຸດ​ມື້​ນີ້​ວ່າ ທ່ານ Quattara ​ໄດ້​ຮັບຄະ​ແນນ​ສຽງ 83.66
​ເປີ​ເຊັນ​ໃນ​ການ​ປ່ອນ​ບັດ​ເລືອກຕັ້ງ ໃນ ​ວັນ​ອາທິດທີ່​ຜ່າ​ນມາ.

ຄະນະ​ກຳມາທິການ ​ໄດ້​ຄາດ​ຄະ​ເນ​ເປັນ​ກ່ຽວ​ກັບ​ການໄປປ່ອນ
​ບັດ​ໃນ​ວັນ​ອາທິດທີ່​ຜ່າ​ນມາວ່າ ປະມານ 60 ​ເປີ​ເຊັນ ​ເຖິງ​ແມ່ນ
ວ່າ ກຸ່ມສັງຄົມ​ພົນລະ​ເຮືອນ​ກ່າວ​ວ່າ ມີ​ຢູ່ 53 ​ເປີ​ເຊັນ.

ພັກຝ່າຍ​ຄ້ານ​ ຈາກ​ກຸ່ມ​ແນວ​ໂຮມປະສົມ​ແຫ່ງ​ຊາດເພື່ອ​ການ​ປ່ຽນ​ແປງ ຍັງ​ໄດ້​ສະແດງ​
ຄວາມ​ສົງໄສເພີ້ມຕື່ມກ່ຽວ​ກັບ​ການໄປ​ປ່ອນ​ບັດຂອງ​ປະຊາຊົນ ​ໂດຍ​ກ່າວ​ວ່າ ຊາວ
Ivory ​ໄດ້​ພາກັນ​ຢູ່​ບ້ານ​ຢູ່​ເຮືອນ ​ແລະ​ໜ້ອຍກວ່າ 20 ​ເປີ​ເຊັນ​ ໄດ້​ພາກັນໄປປ່ອນ​ບັດ.

ຜູ້​ສະມັກຝ່າຍ​ຄ້ານ​ສາມ​ທ່ານ ​ໄດ້​ຖອນ​ໂຕ​ອອກ ​ກ່ອນ​ການ​ປ່ອນ​ບັດ ​ແລະໄດ້​ກ່າວ​ຫາ​ວ່າ
ມີ​ການ​ເຮັດ​ຜິດ​ກົດ​ລະບຽບເຊັ່ນ​ວ່າ ຄວາມ​ກັງວົນ​ກ່ຽວ​ກັບ​ລາຍ​ຊື່​ຜູ້ ປ່ອນ​ບັດ ທີ່​ເຂົາ​ເຈົ້າ
ກ່າວ​ວ່າ ຫລາຍໆ​ຄົນ​ໄດ້​ລົງທະບຽນ​ສອງ​ເທື່ອ.​ ​ໃນ​ມື້ວັນ​ອາທິດ​ແລ້ວ​ ໜ່ວຍ​ປ່ອນບັດ
ບາງ​ແຫ່ງ​ຍັງເປີດ​ຕໍ່ເວລາໃຫ້​ປ່ອນ​ບັດ​ຕື່ມ​ອີກຫລັງ​ຈາກ​ອຸບປະກອນປ່ອນ​ບັດ ບໍ່​ໄດ້ໄປ​
ເຖິງ​ຕາມ​ເວລາ ​ແລະ​ເຄຶ່ອງຄອມ​ພິວ​ເຕີທີ່​ໃຊ້​ເພື່ອ​ຢັ້ງຢືນ​ຜູ້​ປ່ອນ​ບັດ​ບໍ່​ເຮັດວຽກ.

​ແຕ່ວ່າ ບັນດາ​ຜູ້​ສັງ​ເກດ​ການ​ສາກົນ ຮວມທັງ​ພວກ​ທີ່ມາ​ຈາກ ປະຊາ​ຄົມ​ເສດຖະກິດ​ໃນ​
ເຂດ​ອາ​ຟຣິກາ​ຕາ​ເວັນ​ຕົກ ຫລື ECOWAS ກ່່າວ​ວ່າ ການ​ປ່ອນ​ບັດ​ໄດ້​ເປັນໄປ​ຢ່າງເສລີ
​ແລະ​ຍຸດຕິທຳ.

ການ​ເລືອກ​ຕັ້ງຄັ້ງນີ້ ​ແມ່ນ​ເບິ່ງ​ກັນ​ວ່າ​ເປັນ​ການ​ທົດ​ສອບ​ທີ່​ສຳຄັນ ສຳ​ຫລັບ​ປະ​ເທດດັ່ງ
ກ່າວ ຫລັງ​ຈາກ​ໄດ້​ເກີດ​ຄວາມ​ຮຸນ​ແຮງ​ລຸນ​ຫລັງການ​ປ່ອນ​ບັດ​ເມື່ອ​ຫ້າ​ປີ​ກ່ອນ ທີ່​ເຮັດ​ໃຫ້
​ມີ​ຜູ້​ເສຍ​ຊີວິດຢ່າງ​ໜ້ອຍ 3,000 ຄົນ.

Ivory Coast Election
please wait
Embed

No media source currently available

0:00 0:02:02 0:00

XS
SM
MD
LG