ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກສຶກສາ ອາເມຣິກັນ ທີ່ເກົາຫຼີເໜືອ ປ່ອຍຕົວ ໄດ້ເສຍຊີວິດແລ້ວ


ນັກສຶກສາອາເມຣິກັນ ທ້າວ Otto Warmbier ໃຫ້ການ ຕໍ່ເຈົ້າໜ້າທີ່ ໃນພຽງຢາງ ເກົາຫຼີເໜືອ, 29 ກຸມພາ 2016.
ນັກສຶກສາອາເມຣິກັນ ທ້າວ Otto Warmbier ໃຫ້ການ ຕໍ່ເຈົ້າໜ້າທີ່ ໃນພຽງຢາງ ເກົາຫຼີເໜືອ, 29 ກຸມພາ 2016.

ທ້າວ Otto Warmbier ນັກ​ສຶກສາ​ຊາວ​ອາ​ເມຣິກັນ ຜູ້​ຊຶ່ງ​ຖືກ​ເກົາຫຼີ​ເໜືອຄຸມ​ຂັງມາ
ເປັນ​ເວລາ​ເກືອບ​ປີ​ເຄິ່ງນັ້ນ ​ໄດ້​ເສຍຊີວິດ​ແລ້ວ ຊຶ່ງ​ຄອບຄົວ​ຂອງ​ລາວ​ໄດ້​ປະກາດ​ໃນ
​ວັນ​ຈັນ​ວານ​ນີ້.

ທ້າວ Warmbier ​ໄດ້​ກັບ​ຄືນ​ມາ​ຍັງ​ສະຫະລັດ ​ໃນ​ສັບປະດາ​ແລ້ວ​ນີ້ ​ໃນ​ສະພາບ​ທີ່​
ສະ​ຫຼົບສະ​ໄຫຼ. ບັນດາ​ທ່ານໝໍທີ່​ນະຄອນ Cincinnati ລັດ Ohio ​ໄດ້​ກ່າວ​ວ່າ ຊາຍ
​ໜຸ່ມ​ໄວ 22 ປີ ຄົນ​ນີ້ ​ແມ່ນ​ມີ​ອາການບາດ​ເຈັບ​ສາ​ຫັດທາງ​ສະໝອງ ​ໃນ​ຂະນະ​ທີ່​ຖືກ
​ກັກ​ຂັງ​ຢູ່​ໃນ​ເກົາຫຼີ​ເໜືອ ​ແຕ່​ຍັງ​ບໍ່​ທັນ​ເປັນ​ທີ່​ແຈ່ມ​ແຈ້ງ​ເທື່ອວ່າ ​ແມ່ນ​ຫຍັງ​ແທ້ທີ່​ເປັນ
ສາ​ເຫດຂອງ​ການ​ເສຍ​ຊີວິດ​ດັ່ງກ່າວ​ນີ້.

ເກົາຫຼີ​ເໜືອ ​ໄດ້​ກ່າວ​ວ່າ ທ້າວ Warmbier ​ໄດ້ຕົກ​ຢູ່​ໃນ​ສະພາບ​ບໍ່​ຮູ້​ເມື່ອ​ຄີງ ບໍ່​ດົນ​
ຫຼັງ​ຈາກ​ລາວໄດ້ຖືກຕັດສິນ​ໂທດ ​ໃນ​ເດືອນ​ມີນາ​ຜ່ານ​ມາ​ນີ້ ​ໃນຖານລັກ​ຂະ​ໂມ​ຍ
ປ້າຍ​ໂຄສະນາທາງ​ການ​ເມືອງຈາກ​ໂຮງ​ແຮມ​ແຫ່ງ​ນຶ່ງ​ໃນເກົາຫຼີ​ເໜືອ. ລັດຖະບານ ​
ໄດ້​ກ່າວ​ອ້າງ​ວ່າ ຊາຍ​ໜຸ່ມ​ຜູ້​ນີ້ ບໍ່​ຮູ້​ເມື່ອ​ຄີງ ຍ້ອນກິ​ນອາຫານ​ເປັນພິດ ​ແລະໃຫ້​ກິນ
ຢານອນ​ຫລັບ.

​ແຕ່​ວ່າ ຄອບຄົວ​ຂອງທ້າວ Warmbier ​ແມ່ນ​ບໍ່​ເຫັນ​ພ້ອມກັບ​ການ​ກ່າວ​ອ້າງດັ່ງກ່າວ ​
ໂດຍເວົ້າ​ວ່າ ເກົາຫຼີ​ເໜືອ ​ເປັນ​ຜູ້​ທໍລະ​ມານທ້າວ Otto.

“​ໂຊກ​ບໍ່​ເຂົ້າ​ຂ້າງ ການ​ທໍລະມານຢ່າງ​ຮ້າຍ​ແຮງ ທີ່​ລູກ​ຊາຍ​ຂອງ​ພວກ​ເຮົາ​ໄດ້​ຮັບ
ຍ້ອນ​ນ້ຳມື​ຂອງເກົາຫຼີເໜືອນັ້ນ​ ແມ່ນຄ້ຳປະກັນ​ວ່າ ບໍ່​ແມ່ນ​ຜົນ​ແນວ​ອື່ນທີ່​ເປັນ​ໄປ​
ໄດ້ ນອກຈາກຄວາມ​ໂສກ​ເສົ້າ​ເສຍ​ໃຈ ທີ່​ພວກ​ເຮົາ​ໄດ້​ສຳ​ພັດ​ໃນ​ມື້​ນີ້,”
​ນັ້ນ ​ແມ່ນ
​ຄຳ​ເວົ້າ​ຂອງ​ຄອບຄົວ​ຂອງ​ທ້າວ Otto ທີ່​ໄດ້​ຂຽນລົງ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ​ລ ທຣຳ ​ໄດ້​ສະ​ແດງ​ຄວາມ​ເສົ້າສະຫ​ລົດ​ໃຈ​ໄປ​
ຍັງ​ຄອບຄົວ​ Otto ​ໃນ​ວັນ​ຈັນ​ວານ​ນີ້ ​ໂດຍ​ກ່າວ​ວ່າ “ມັນ​ຈະ​ບໍ່​ມີ​ສິ່ງ​ອື່ນ​ໃດ ຫຼາຍ​ກວ່າ
​ຄວາມ​ໂສກ​ເສົ້າ​ເສຍ​ໃຈ ຂອງ​ພໍ່​ແມ່ ທີ່​ໄດ້ສູນ​ເສຍ​ລູກ​ຊາຍ​ໄປ ​ໃນ​ຊ່ວງ​ຊີວິດ​
ທີ່​ສູງ​ສຸດ​ຂອງ​ລາວ,”
ຊຶ່ງ​ທ່ານ​ໄດ້​ຂຽນ​ລົງ​ໃນ​ຖະ​ແຫຼ​ງການ​ສະບັບ​ນຶ່ງ. ທ່ານ​ທຣຳ
ຍັງ​ໄດ້​ກ່າວ​ວ່າ ການ​ຕາຍ​ນີ້ ໄດ້​ເຮັດ​ໃຫ້ທ່ານ​ຕັດສິນ​ໃຈເພີ່ມ​ຂຶ້ນ ​ທີ່​ຈະປ້ອງກັນ​ບໍ່​ໃຫ້
​ເກີດ​ເຫດ​ຮ້າຍ​ໃນ​ທຳນອງ​ນີ້ຂຶ້ນອີກ ໃນ​ອະນາ​ຄົດຕໍ່ໜ້າ ​ໂດຍ​ກ່າວ​ວ່າ “ກໍລະນີ​ນີ້ ​
ແມ່ນຢູ່ໃນກຳມື ​ຂອງ​ລະບອບ​ທີ່​ບໍ່​ໄດ້ເຄົາລົບການ​ປົກຄອງ​ດ້ວຍ​ຕົວ​ບົດ​ກົດໝາຍ​
ແມ່ນ​ກະ​ທັງກົດ​ໝາຍ​ຂັ້ນ​ພື້ນຖານ​ຂອງ​ຄວາມ​ເປັນ​ມະນຸດ.”

​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ປະຈຳ​ອົງການ​ສະຫະ​ປະຊາ​ຊາດ ທ່ານ​ນາງ Nikki
Haley ​ໄດ້​ກ່າວ​ວ່າ ການ​ຕາຍ​ຂອງທ້າວ Warmbier ຈະ​ເປັນ​ສິ່ງຢ້ຳ​ເຕືອນທີ່​ຍາວ​ນານ
ຕະຫລອດ​ໄປຂອງ “ທາດ​ແທ້​ໃນ​ຄວາມ​ໂຫດຮ້າຍປ່າ​ເຖື່ອນ ​ຂອງ​ຜູ້ນຳ​ເກົາຫຼີ​ເໜືອ.”

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

US North Korea Prisoner
please wait

No media source currently available

0:00 0:01:19 0:00

XS
SM
MD
LG