ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ສະມັກ ປ. ພັກຣີພັບບລີກັນ ໃຫ້ຄວາມເຫັນ ແບບລະວັງ ກ່ຽວກັບພະສັນຕະປາປາ ແລະທ່ານ Trump ໂຕ້ຖຽງກັນ


Pope Francis Questions Trump's Christian Beliefs
please wait

No media source currently available

0:00 0:01:25 0:00

ທ່າມກາງ​ການ​ໂຄສະນາ​ຫາ​ສຽງ​ເພື່ອ​ແຂ່ງຂັນ​ເອົາຕຳ​ແໜ່​ງປະ
ທານາທິບໍດີສະຫະລັດ ທີ່​ໄດ້​ທ້າ​ທາຍ​ ຕໍ່ແບບ​ຢ່າງ ທີ່​ເຄີຍ​ມີ​ມາ
ກ​ອ່ນແລະຄວາມ​ຄາດໝາຍໃນ​ການ​ໂຕ້​ຖຽງ​ກັນ​ຢ່າງເຜັດ​ຮ້ອນ
ກ່ຽວ​ກັບ​ເລື້ອງ​ຄົນ​ເຂົ້າ​ເມືອງ ລະຫວ່າງຜູ້ສະມັກຂອງ​ພັກ​ຣີພັບ
​ບລິ​ກັນ ທີ່​ມີ​ຄະ​ແນນ​ສຽງ​ນຳ​ໜ້າ ທ່ານ Donald Trump ​ແລະ
ຜູ້ນຳ​ຂອງ​ສາສະໜາ​ຄາ​ໂທ​ລິກ ພະ​ສັນຕະປາ​ປາ Francis ​ເວ
ລາ​ນີ້​ກຳລັງ​ຄອບ​ງໍາ​ການ​ສົນ​ທະນາຂອງ​ຜູ້​ຄົນ.

​ໃນ​ຂະນະ​ທີ່​ບິນ​ກັບ​ຄືນ​ສູ່ນະຄອນ Rome ຫຼັງ​ຈາກ​ຢ້ຽມຢາມ​
ເມັກ​ຊິ​ໂກ​ແລ້ວນັ້ນ ນັກ​ຂ່າວ​ຄົນ​ໜຶ່ງ​ຖາມ ພະ​ສັນຕະປາປາກ່ຽວ
​ກັບແຜນ​ຂອງທ່ານ Trump ທີ່​ຈະ​ສ້າງ​ກຳ​ແພງ​ໃຫຍ່​ຢູ່​ຊາຍແດນ
ສະຫະລັດ ຕິດກັບ ​ເມັກ​ຊິ​ໂກ. ພະ​ສັນຕະປາປາ ຊົງກ່າວ​ວ່າ “ບຸກ​ຄົນທີ່​ຄິດພຽງແຕ່ການ​ສ້າງ​ກຳແພງ ຢູ່​ບ່ອນ​ໃດ​ກໍ​ຕາມ ​ແລະ​ບໍ່​ເຄີຍ​ຄິດ​ທີ່​ຈະ​ສ້າງຂົວ​ນັ້ນ ບໍ່​ແມ່ນຄຣິສຕຽນ.”

ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ກ່າວລະຫວ່າງການໂຄສະນາຫາສຽງ.
ຜູ້ສະມັກເປັນ ປະທານາທິບໍດີ ສະຫະລັດ ທ່ານ Donald Trump ກ່າວລະຫວ່າງການໂຄສະນາຫາສຽງ.

ຢູ່​ໃນ​ການ​ໂຄສະນາ​ຫາ​ສຽງ ​ທີ່ລັດ South Carolina ​ໃນ​ວັນ​ພະຫັດ​ວານ​ນີ້ ມະຫາ​ເສດຖີ Trump ​ໄດ້​ຕອບ​ຢ່າງ​ວ່ອງ​ໄວ ​ໂດຍ​ກ່າວ​ວ່າ ຄຳ​ຖາມ​ຂອງ​ພະ​ສັນຕະປາປາ ກ່ຽວ​ກັບ
ຄວາມ​ເຊື່ອ​ຖື​ຂອງທ່ານ​ນັ້ນ “ບໍ່​ເປັນ​ທີ່ໜ້າ​ນັບຖື​.” ຢູ່ໃນ ລາຍ​ຕອບ​ຄຳຖາມ ທີ່ມີ​ການຖ່າຍ
ທອດ​ທາງໂທລະພາບ​ທົ່ວ​ປະ​ເທດ ຂອງ​ພັກ ຣີພັບ​ບລິ​ກັນ ​ໃນ​ຕອນ​ແລງວັນ​ພະຫັດ​ວານ​ນີ້ ​ໂດຍໂທລະພາບ CNN ທ່ານ Trump ປາ​ກົດ​ວ່າ​ເອົາ​ທ່າທີອ່ອນ​ລົງ. ທ່ານ ກ່າວ​ວ່າ ທ່ານ​ມີຄວາ​ມ​ເຄົາລົບ​ຫລາ​ຍທີ່​ສຸດ​ຕໍ່ພະ​ສັນຕະປາປາ ທີ່ພະ​ສັນຕະປາປາ Francis ​ໄດ້​ມີ​ນິ​ໃສ​ໃຈຄໍ​ຫລາຍ​ຢ່າງ ​ແລະ​ພະ​ອົງ​ອາດ​ຈະ​ໄດ້​ຮັບຂໍ້​ມູນ​ທີ່​ຜິດພາດ ກ່ຽວ​ກັບ​ແຜນ​ຊາຍ​ແດນ​ຂອງ​ລາວ.

ພະສັນຕະປາປາ Francis ຕອບຄຳຖາມນັກຂ່າວຄົນໜຶ່ງຢູ່ເທິ່ງເຣືອບິນ.
ພະສັນຕະປາປາ Francis ຕອບຄຳຖາມນັກຂ່າວຄົນໜຶ່ງຢູ່ເທິ່ງເຣືອບິນ.

XS
SM
MD
LG