ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ເຊເລັນສກີ ກໍາລັງພິຈາລະນາ ດໍາເນີນການຊັບຊ້ອນເຈົ້າໜ້າທີ່ຂັ້ນສູງຂອງຢູເຄຣນຫຼາຍທ່ານ

ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ມອບຫຼຽນລາງວັນໃຫ້ແກ່ສະມາຊິກທະຫານ ໃນລະຫວ່າງຢ້ຽມຢາມແນວໜ້າຂອງທ່ານ, ທ່າມກາງການໂຈມຕີຂອງ ຣັດເຊຍ ໃນ ຢູເຄຣນ, ຢູ່ພາກພື້ນຊາໂປຣິສເຊຍ, ວັນທີ 4 ກຸມພາ 2024.
ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ຂອງຢູເຄຣນ ມອບຫຼຽນລາງວັນໃຫ້ແກ່ສະມາຊິກທະຫານ ໃນລະຫວ່າງຢ້ຽມຢາມແນວໜ້າຂອງທ່ານ, ທ່າມກາງການໂຈມຕີຂອງ ຣັດເຊຍ ໃນ ຢູເຄຣນ, ຢູ່ພາກພື້ນຊາໂປຣິສເຊຍ, ວັນທີ 4 ກຸມພາ 2024.

ປະທານາທິບໍດີ​ຢູ​ເຄຣນ ທ່ານໂວໂລດີເມຍ ເຊເລັນສກີ ກ່າວ​ວ່າ ທ່ານ​ກຳລັງ​ພິຈາລະນາ​ດໍາເນີນການຊັບ​ຊ້ອນ​ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຫລາຍ​ຄົນ, ​ແລະ​ບໍ່​ພຽງ​ແຕ່​ໃນ​ດ້ານ​ການ​ທະຫານ​ເທົ່າ​ນັ້ນ, ແຕ່​ເພື່ອ​ແຕ່ງຕັ້ງ​ຜູ້​ທີ່​ດີ​ທີ່​ສຸດ​ມາ​ນຳພາປະເທດ​ຢູ​ເຄຣນ.

ໃນການໃຫ້ສໍາພາດອອກອາກາດກັບໂທລະພາບ RAI ຂອງລັດຖະບານອິຕາລີໃນວັນອາທິດວານນີ້, ທ່ານ ເຊເລັນສະກີ ກ່າວວ່າ "ການຈັດຕັ້ງໃຫມ່ແມ່ນມີຄວາມຈໍາເປັນທີ່ສຸດ," ໃນຂະນະທີ່ທ່ານພິຈາລະນາວ່າ ແມ່ນໃຜຈະເປັນຄົນທີ່ດີທີ່ສຸດທີ່ຈະນໍາພາຂະແຫນງການຕ່າງໆຢູ່ໃນຢູເຄຣນ. “ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ​ການ​ຊັບ​ປ່ຽນຜູ້​ນຳ​ລັດ​ຈຳ​ນວນ​ນຶ່ງ, ບໍ່​ພຽງ​ແຕ່​ໃນ​ຂະ​ແໜງ​ການ​ທະ​ຫານ​ເທົ່າ​ນັ້ນ, ຂ້າ ພະເຈົ້າສະທ້ອນໃຫ້ເຫັນເຖິງການທົດແທນອັນນີ້ວ່າ ແມ່ນຄໍາຖາມສໍາລັບການນໍາພາຂອງປະເທດທັງຫມົດ."

ພະນັກງານຊ່ວຍເຫຼືອສຸກເສີນ ກໍາລັງນໍາເອົາສົບອອກຈາກຊາກຫັກເພຂອງອາຄານທີ່ໄດ້ຮັບຄວາມເສຍຫາຍ ການໂຈມຕີຂອງຢູເຄຣນ ໃນບໍລິເວນ ລີຊີຊັນສ໌ ທີ່ຖືກຢຶດຄອງ ຂອງພາກພື້ນລູຮານຄ໌ ທີ່ຕັ້ງຢູ່ທາງທິດຕາເວັນອອກຂອງຢູເຄຣນ, ໃນພາບທີ່ຖ່າຍຈາກວີດີໂອ, ວັນທີ 3 ກຸມພາ 2024.

ກໍາລັງມີຂ່າວລືອອກມາວ່າ ປະທານາທິບໍດີຢູເຄຣນ ກໍາລັງຈະປົດຜູ້ບັນຊາການກອງທັບຂອງປະເທດ ນາຍພົນວາເລຣີ ຊາລຸສນີ (Valerii Zaluzhnyi), ອີງຕາມລາຍງານຂອງອົງການ​ຂ່າວ Reuters, ເຊິ່ງມີ​ລາຍ​ງານ​ວ່າ ຜູ້ຊາຍທັງສອງຄົນມີ​ຄວາມ​ຂັດ​ແຍ້ງ​ກັນ ​ກ່ຽວ​ກັບ​ທິດ​ທາງ​ຂອງ​ສົງຄາມ​ໃນ ​ຢູ​ເຄຣນ.

ທ່ານ ເຊເລັນສກີ ກ່າວວ່າ "ຖ້າພວກເຮົາຕ້ອງການທີ່ຈະໄດ້ຮັບໄຊຊະນະ, ພວກເຮົາໝົດທຸກຄົນຕ້ອງຜັກດັນ ໄປໃນທິດທາງດຽວກັນ, ພວກເຮົາບໍ່ສາມາດທໍ້ຖອຍໃຈ, ພວກເຮົາຕ້ອງມີພະລັງທີ່ຖືກຕ້ອງ ແລະໃນທິດທາງທີ່ເປັນບວກ, ຄວາມຄິດທີ່ເປັນລົບຕ້ອງປະໄວ້ຢູ່ເຮືອນ. ພວກເຮົາບໍ່ສາມາດຮັບເອົາທັດສະນະຄະຕິທີ່ຈະຍອມແພ້ໄດ້."

ອ່ານຂ່າວນີ້ເປັນພາສາອັງກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG