ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຄະນະ ສັງເກດການ ຢູໂຣບ ຖືກປ່ອຍແລ້ວ ໃນຢູເຄຣນ (ສະໄລດ໌/ວີດີໂອ)


ຫົວໜ້າຄະນະສັງເກດການທະຫານຢູໂຣບ ພັນເອກ Axel Schneider ຈາກເຢຍຣະມັນ (ຊ້າຍ) ພວມໂອ້ລົມກັບທ່ານ Vacheslav Ponomarev ທີ່ໄດ້ປະກາດໂຕເປັນເຈົ້າເມືອງໆ Slovyansk ຫລັງຈາກໄດ້ຖືກປ່ອຍ (3 ພຶດສະພາ 2014)
ຫົວໜ້າຄະນະສັງເກດການທະຫານຢູໂຣບ ພັນເອກ Axel Schneider ຈາກເຢຍຣະມັນ (ຊ້າຍ) ພວມໂອ້ລົມກັບທ່ານ Vacheslav Ponomarev ທີ່ໄດ້ປະກາດໂຕເປັນເຈົ້າເມືອງໆ Slovyansk ຫລັງຈາກໄດ້ຖືກປ່ອຍ (3 ພຶດສະພາ 2014)
ພວກແບ່ງແຍກດິນແດນທີ່ນິຍົມຣັດເຊຍໃນພາກຕາເວັນອອກ
ຂອງຢູເຄຣນ ໄດ້ປ່ອຍຄະນະສັງເກດການຢູໂຣບ ທີ່ພວກເຂົາ
ເຈົ້າໄດ້ຈັບໂຕໄປໃນເດືອນແລ້ວ. ຄະນະສັງເກດການດັ່ງກ່າວ
ໄດ້ຖືກຄວບຄຸມໂຕໄວ້ ເປັນເວລາດົນກວ່ານຶ່ງອາທິດຢູ່ທີ່ເມືອງ
Slavyansk ຊຶ່ງເປັນຈຸດຮ້ອນແຮງ ໃນບັນຫາຂັດແຍ້ງ ໄດ້ຖືກ
ປ່ອຍໃນວັນເສົາມື້ນີ້.

ຄະນະສັງເກດການພາຍໃຕ້ການນຳພາຂອງເຢຍຣະມັນໄດ້ປະ
ຕິບັດໜ້າທີ່ໂດຍ ໄດ້ຮັບການມອບໝາຍ ຈາກການຕົກລົງຂອງ
4 ພັກຝ່າຍຕາມຄຳສັ່ງຂອງອົງການວ່າດ້ວຍຄວາມໝັ້ນຄົງແລະ
ການຮ່ວມມືໃນຢູໂຣບຫຼື OSCE ທີ່ມີສຳນັກ ງານຢູ່ນະຄອນວຽນນາ ເພື່ອຕິດຕາມເບິ່ງ ສະ ຖານະການດ້ານຄວາມໝັ້ນຄົງແລະການນັບຖືສິດທິມະນຸດ ໃນພາກຕາເວັນອອກແລະໃນ ພາກໃຕ້ຂອງຢູເຄຣນ ທີ່ປາກພາສາຣັດເຊຍນັ້ນ.

ຂໍ້ຕົກລົງ ທີ່ບັນລຸກັນ ຢູ່ນະຄອນເຈນີວາດັ່ງກ່າວນີ້ ແມ່ນໄດ້ລົງນາມໂດຍ ຣັດເຊຍ ຢູເຄຣນ ສະຫະລັດ ແລະສະຫະພາບຢູໂຣບ.

ສຳລັບເຫດການຢູ່ຢູເຄຣນໃນວັນສຸກວານນີ້ຕຳຫຼວດທີ່ເມືອງທ່າ Odessa ກ່າວວ່າ ມີຢ່າງ ໜ້ອຍ 31 ຄົນ ເສຍຊີວິດຍ້ອນອັກຄີໄພ ທີ່ຕຶກໂຮງການຫລັງນຶ່ງ ທີ່ເກີດຂຶ້ນໃນເວລາມີການ ຕໍ່ສູ້ກັນ ລະຫວ່າງພວກແບ່ງແຍກດິນແດນ ນິຍົມຣັດເຊຍ ແລະພວກສະໜັບສະໜຸນລັດຖະ ບານກາງຂອງຢູເຄຣນ ທີ່ນະຄອນ Kyiv. ປາກົດວ່າ ພວກເຄາະຮ້າຍສ່ວນໃຫຍ່ ແມ່ນເປັນ ສະມາຊິກຂອງກຸ່ມນິຍົມຣັດເຊຍ.
UKRAINE CNPK
please wait
Embed

No media source currently available

0:00 0:01:49 0:00

ເມືອງ Odessa ຊຶ່ງເປັນເມືອງທ່າສຳຄັນ ໃນທະເລດຳນັ້ນ ສ່ວນໃຫຍ່ແລ້ວ ແມ່ນບໍ່ໄດ້ປະ ສົບກັບຄວາມຮຸນແຮງ ທີ່ກໍ່ຂຶ້ນໂດຍພວກແບ່ງແຍກດິນແດນ ນິຍົມຣັດເຊຍ ທີ່ເກີດຂຶ້ນ ຢູ່ ໃນຫລາຍໆເຂດ ສ່ວນໃຫຍ່ຂອງພາກຕາເວັນອອກຢູເຄຣນ.
XS
SM
MD
LG