ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຄວາມ​ຮຸນ​ແຮງ​ໃນ ຢູ​ເຄ​ຣນ ສາ​ມາດ​ຢຸດ​ໄດ້ "ພາຍ​ໃນ​ສອງ​ ສາມ​ຊົ່​ວ​ໂມງ"


ຮອງ​ຫົວ​ໜ້າ ຄະ​ນະ​ສິ້ງ​ຊອມ ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ຮ່ວມ​ມື ຢູ​ໂຣບ (OSCE) ປະ​ຈຳ ຢູ​ເຄ​ຣນ ທ່ານ ອາ​ເລັກ​ແຊນ​ເດີ ຮັກ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ເມືອງ ໂມ​ເນັດ​ສ, ປະ​ເທດ ຢູ​ເຄ​ຣນ. 24 ກໍ​ລະ​ກົດ , 2015.
ຮອງ​ຫົວ​ໜ້າ ຄະ​ນະ​ສິ້ງ​ຊອມ ຂອງ​ອົງ​ການ​ຮັກ​ສາ​ຄວາມ​ປອດ​ໄພ ແລະ ການ​ຮ່ວມ​ມື ຢູ​ໂຣບ (OSCE) ປະ​ຈຳ ຢູ​ເຄ​ຣນ ທ່ານ ອາ​ເລັກ​ແຊນ​ເດີ ຮັກ ກ່າວ​ຄຳ​ປາ​ໄສ​ໃນ​ລະ​ຫວ່າງກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ໃນ​ເມືອງ ໂມ​ເນັດ​ສ, ປະ​ເທດ ຢູ​ເຄ​ຣນ. 24 ກໍ​ລະ​ກົດ , 2015.

ຮອງ​ຫົວ​ໜ້າ​ຂອງ​ຄະ​ນະ​ສິ້ງ​ຊອມ​ ທີ່​ກຳ​ລັງ​ຈະ​ພົ້ນ​ຈາກ​ຕຳ​ແໜ່ງ ຂອ​ງ​ອົງ​ການ ຄວາມ​
ປອດໄພ ແລະ ການຮ່ວມມື ຢູໂຣບ ຫຼື OSCE ກ່າວວ່າ ສະຖິຕິ ທີ່ໄດ້ເກັບກຳມາໃໝ່
ພິສູດໃຫ້ເຫັນວ່າ ການຂາດຄວາມມຸ່ງໝັ້ນທາງການເມືອງ ແມ່ນສິ່ງດຽວ ທີ່ເຮັດໃຫ້ການ
ແຜ່ລະບາດຂອງຄວາມຮຸນແຮງໃນແຕ່ລະມື້ ສືບຕໍ່ ເອົາຊີວິດຂອງຄົນໃນພາກຕາເວັນ
ອອກຂອງ ຢູເຄຣນ ທີ່ຖືກຄວບຄຸມໂດຍ ຣັດເຊຍ.

ທ່ານ ອາ​ເລັກ​ແຊນ​ເດີ ຮັກ (Alexander Hug), ຜູ້​ທີ່​ຕຳ​ແໜ່ງ​ເຊິ່ງ​ມີ​ກຳ​ນົດ 10 ປີ ຂອງ​
ເພິ່ນຈະໝົດອາຍຸລົງໃນເດືອນນີ້ນັ້ນ, ຍັງໄດ້ກ່າວວ່າ ຜູ້ທີ່ມີອຳນາດທີ່ໃນການຢຸດຄວາມ
ຂັດແຍ້ງ, ຜູ້ທີ່ໄດ້ເຊັນຂໍ້ຕົກລົງ ມິນສ (Minsk) ນັ້ນ, ສາມາດເຮັດໃຫ້ມັນເກີດຂຶ້ນໄດ້
ພາຍໃນບໍ່ເທົ່າໃດຊົ່ວໂມງ.

ທ່ານ ຮັກ ໄດ້​ກ່າວ​ຕໍ່​ວີ​ໂອ​ເອ​ ພະ​ແນກ ຢູ​ເຄ​ຣນ ວ່າ “ດຽວນີ້ 14 ເທື່ອ​ແລ້ວ, ທີ່​ທັງ​ສອງ​
ຝ່າຍໄດ້ຕົກລົງທີ່ຈະທຳການຢຸດຍິງຮ່ວມກັນ, ແລະ ທຸກຄັ້ງທີ່ສິ່ງໄດ້ເກີດຂຶ້ນ, ການລະ
ເມີດການຢຸດຍິງໃນແຕ່ລະມື້ ກໍໄດ້ຫຼຸດລົງ ຈາກພັນກວ່າຄັ້ງເປັນໜ້ອຍກວ່າ 10 ຄັ້ງ,
ແລະ ນັ້ນແມ່ນພາຍໃນພຽງມື້ດຽວ. ສະນັ້ນ ພາກສ່ວນເຕັກນິກທາງທະຫານຂອງຄວາມ
ຂັດແຍ້ງນີ້ ຈຶ່ງສາມາດສິ້ນສຸດລົງໄດ້ພາຍໃນບໍ່ເທົ່າໃດຊົ່ວໂມງ. ຂ້າມຄືນ, ແລະ ນີ້ບໍ່
ແມ່ນການຄາດເດົາ. ພວກເຮົາມີຫຼັກຖານມັນ ໃນສະຖິຕິຂອງພວກເຮົາ ອີງຕາມການ
ສຳຫຼວດ ທີ່ໄດ້ເຮັດຂຶ້ນ ຫຼັງຈາກການຕົກລົງຄືນໃໝ່.”

ເຖິງ​ແມ່ນລາຍ​ງານ​ຕ່າງໆ​ຂອງ​ອົງ​ການ OSCE ປົກ​ກະ​ຕິ​ ຈະ​ເປີດ​ເຜີຍວ່າ ​ຝ່າຍ​ໃດ​ໄດ້​
ຍຸແຍ່ໃຫ້ເກີດຄວາມຮຸນແຮງໃນແຕ່ລະຄັ້ງນັ້ນ, ທ່ານ ຮັກ ໄດ້ກ່າວ​ວ່າ ຂໍ້​ມູນ​ຍັງ​ໄດ້​ສະ
ແດງໃຫ້ເຫັນວ່າ ການກ່າວໂທດກັນ ແມ່ນບໍ່ມີປະໂຫຍດຫຍັງ.

ທ່ານ​ໄດ້​ກ່າວ​ວ່າ “ໃນເອ​ກະ​ສານ​ທາງ​ການ​ນັ້ນ, ລາຍ​ງານ​ຂອງ​ພວກ​ເຮົາ​ສະ​ແດງ​ໃຫ້​
ເຫັນວ່າ ການລະເມີດພວກນີ້ ແມ່ນໄດ້ເກີດຂຶ້ນຢູ່ໃສ ແລະ ໂດຍໃຜ. ເມື່ອພວກເຮົາເຫັນ
ອາວຸດຈຳນວນຫຼາຍໃນຂົງເຂດທີ່ມັນບໍ່ຄວນມີ ແລະ ພວກເຮົາຫຼາຍພັນຢ່າງໃນປີນີ້ປີ
ດຽວ, 45 ເປີເຊັນໃນຂົງເຂດທີ່ຖືກຄວບຄຸມໂດຍລັດຖະບານ ຢູເຄຣນ ແລະ 55 ເປີເຊັນ
ໃນຂົງເຂດທີ່ຖືກຄວບຄຸມໂດຍພວກແບ່ງແຍກດິນແດນ ເຊິ່ງໄດ້ຮັບການໜູນຫຼັງໂດຍ
ຣັດເຊຍ ນັ້ນ ມັນເຫັນໄດ້ຊັດ ໂດຍບໍ່ມີຂໍ້ສົງໄສວ່າ ຜູ້ໃດຮັບຜິດຊອບສຳລັບລົດຖັງ, ປືນ
ຄົກ, ລະບົບຍິງລູກສອນໄຟຫຼາຍລູກພວກນີ້, ຍ້ອນພວກເຮົາໄດ້ເຫັນມັນ ແລະ ອະທິ
ບາຍມັນ ໃນລາຍງານຂອງພວກເຮົາ, ແລະ ອີກຄັ້ງນຶ່ງ ອຸປະກອນດັ່ງກ່າວນັ້ນ ແມ່ນບໍ່
ເຄື່ອນຍ້າຍໄປໃສ.”

The outgoing deputy head of the monitoring mission of the Organization for Security and Cooperation in Europe says newly compiled statistics prove that lack of political will is the only thing allowing near-daily outbreaks of violence to continue claiming lives in Russian-occupied eastern Ukraine.

Alexander Hug, whose 10-year OSCE appointment expires this month, also said the very people empowered to halt the conflict—those who signed the Minsk agreement—could make it happen within a matter of hours.

"Fourteen times now, both sides have agreed to recommit to the cease-fire, and every time this happens, daily cease-fire violations plummet from four digits to fewer than 10, and that's within a single day," Hug told VOA's Ukrainian Service. "So, the military-technical part of this conflict can end within hours. Overnight. And this isn't speculation. We have evidenced it with our statistics based on observations made in the aftermath of recommitments."

Although OSCE reports (( www.osce.org/ukraine-smm/reports )) typically reveal which side has instigated a given episode of violence, Hug said the data also show that assigning blame is futile.

"In black and white, our reports show where and by whom these violations take place," he said. "When we see heavy weapons in areas where they shouldn't be—and we've seen thousands this year alone, 45 percent in [Ukrainian]-government-controlled areas and 55 percent in [Russian-backed-separatist-controlled] areas—it's clear beyond any doubt who is responsible for the tanks, the mortars, these multiple rocket launch systems, because we see it and describe it in our reports, and yet the hardware doesn't move."

XS
SM
MD
LG