ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຫົວໜ້າ OSCE ເຕືອນວ່າ ອາດຈະເກີດ ຄວາມຮຸນແຮງ ເພີ້ມຂຶ້ນ ໃນພາກຕາເວັນອອກ ຢູເຄຣນ


ທະຫານຢູເຄນ ຍົກສະເກັດລະເບີດ ທີ່ເມືອງ Avdiivka ຂຶ້ນໃຫ້ເບິ່ງ. (31 ມັງກອນ 2017)
ທະຫານຢູເຄນ ຍົກສະເກັດລະເບີດ ທີ່ເມືອງ Avdiivka ຂຶ້ນໃຫ້ເບິ່ງ. (31 ມັງກອນ 2017)

ຫົວໜ້າ​ອົງການວ່າດ້ວຍ​ຄວາມ​ປອດ​ໄພ​ແລະ​ການ​ຮ່ວມ​ມື​ໃນ​ຢູ​ໂຣບຫຼື OSCE ເຕືອນ
​ໃນ​ອາທິດ​ນີ້ວ່າ ຖ້າ​ຫາກ​ພັກ​ຝ່າຍ ​ໃນ​ບັນຫາ​ຂັດ​ແຍ້​ງຢູ​ເຄຣນ ບໍ່​ໄດ້​ໃຫ້​ການ​ໝັ້ນໝາຍ
​ຢ່າງ​ຈະ​ແຈ້ງ ​ເພື່ອ​ຈັດຕັ້ງປະຕິບັດ​ຂໍ້​ຕົກລົງ​ Minsk ​ແລ້ວ ສະຖານະ​ການ ​ໃນ​ພາກ​ຕາ
​ເວັນ​ອອກ​ຂອງ​ຢູເຄຣນອາດ​ຈະ​ເພີ້ມທະວີ​ຄວາມ​ຮຸນ​ແຮງ​ຂຶ້ນຢ່າງ​ໄວ.

​ເລຂາທິການ​ໃຫຍ່ ຂອງ​ອົງການ OSCE ທ່ານ Lamberto Zannier ກ່າວ​ຕໍ່ວີ​ໂອ​ເອ​
ໃນ​ການ​ໃຫ້​ສຳພາດ​ວ່າມີຄວາມ​ບໍ່​ໄວ້​ໃຈ​ລະຫວ່າງ​ກຳລັງ​ຂອງ​ຢູ​ເຄຣນ​ທີ່ພວມ​ທຳ​ການ
​ສູ້​ລົບ ​ກັບ​ພວກ​ແບ່ງ​ແຍກ​ດິນ​ແດນ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງ​ຈາກຣັດເຊຍ​ໃນ​ພາກ​ຕາ​ເວັນ
​ອອກ​ຂອງຢູ​ເຄຣນ ມາ​ໄດ້​ເກືອບ 3 ປີ​ແລ້ວ.

ເລຂາທີ່ການງໃຫຍ່ ອົງການ OSCE Secretary General ທ່ານ Lamberto Zannier
ເລຂາທີ່ການງໃຫຍ່ ອົງການ OSCE Secretary General ທ່ານ Lamberto Zannier

ທ່ານ Zannier ກ່າວ​ວ່າ “ພວກ​ເຮົາ​ອາດ​ຈະ​ເຫັນ​ຄວາມ​ຮຸນ​ແຮງຮອບ​ໃໝ່ດັ່ງ​ທີ່ພວກ
​ເຮົາ​ໄດ້​ເຫັນ​ເມື່ອ​ຕົ້ນ​ເດືອນ​ນີ້. ທັງ​ໝົດ​ແລ້ວພວກ​ເຮົາ​ແມ່ນ​ມີ​ຄວາມ​ເປັນຫວ່ງກ່ຽວ​ກັບ​
ສະຖານະ​ການ.”

​ເມື່ອ​ຕົ້ນ​ເດືອນກຸມພາ​ນີ້ ພົນລະ​ເຮືອນ​ຫຼາຍ​ພັນ​ຄົນ​ ທີ່​ເມືອງ Avdiivka ​ໃນ​ພາກຕາ
​ເວັນ​ອອກ​ຢູເຄຣນ ​ໄດ້​ຖືກ​ປະປ່ອຍ​ບໍ່​ໃຫ້​ມີ​ນ້ຳ​ໃຊ້ ​ໄຟຟ້າ​ແລະ​ເຄື່ອງ​ເຮັດ​ອາຍອຸ່ນໃນ
​ຂະນະ​ທີ່​ອຸນຫະພູມ​ຕ່ຳ​ກວ່າ​ສູນ​ອົງສາ ​ເວລາ​ການ​ສູ້​ລົບ ​ລະ​ເບີດ​ຂຶ້ນ ຊຶ່ງເຮັດ​ໃຫ້​ສະ
ຖານະ​ການ​ດ້ານ​ມະນຸດສະທຳ ​ທີ່​ປະສົບ​ກັບ​ບັນຫາ​ຫຍຸ້ງຍາກ​ຢູ່​ແລ້ວ​ນັ້ນຊຸດ​ໂຊມ​ລົງ
​ຕື່ມ.

​ເພີ້ມຕື່ມ​ໃສ່ຄວາມ​ວິຕົກ​ກັງວົນ​ ໃນ​ການລະ​ເບີດ​ຂຶ້ນຂອງ​ການ​ສູ້​ລົບ​ທີ່​ຮຸນ​ແຮງຮອບ​
ໃໝ່ ຂົງ​ເຂດ​ດັ່ງກ່າວ​ແມ່ນ​ບໍ່​ເຄີຍ​ມີ​ການຢຸດ​ຍິງ​ໂດຍ​ເຕັມ​ແລະ​ແບບ​ຍືນ​ຍົງ​ເທື່ອ.

ທ່ານ Zannier ກ່າວວ່າ ນອກ​ເໜືອ​ໄປ​ຈາກ​ການຖອນ​ອາວຸດ​ໜັກໄປ​ຈາກ​ເຂດແນວ
​ໜ້າຍັງ​ບໍ່ເປັນ​ທີ່​ພໍ​ໃຈ​ແລ້ວ ທ່ານກ່າວ​ຕື່ມ​ວ່າ “ການ​ຢຸດ​ຍິງ ​ທີ່​ໄດ້​ມີ​ການ​ຕົກລົງ​ກັນ ​ຢູ່​
Normandy ​ໃນນະຄອນ Munich ​ເມື່ອ​ສອງ​ສາມມື້ຜ່ານ​ມານີ້ ​ແມ່ນບໍ່​ໄດ້​ຮັບ​ການ
​ເຄົາລົບ​ເລີຍ ພວກ​ເຮົາ​ຍັງເຫັນ​ມີ​ການລະ​ເມີດ​ຢຸດ​ຍິງ​ເປັນ​ຈຳນວນ​ຫຼາຍຢູ່.”

ທ່ານ​ກ່າວ​ວ່າ ສິ່ງ​ທີ່​ເຮັດ​ໃຫ້​ສະຖານະ​ການ ​ມີ​ຄວາມ​ສັບສົນ​ຫຼາຍຂຶ້ນ ກໍ​ແມ່ນ​ການ ​
ເຄື່ອນ​ໄຫວ ​ຂອງຣັດ​ເຊຍ​ເມື່ອໄວ​ໆ​ມານີ້ ​ໂດຍ​ຮັບ​ຮູ້​ໜັງສື​ເດີ​ນທາງ ​ແລະ ​ເອກ​ກະ
ສານ​ເດີນທາງ​ອື່ນໆ​ທີ່​ອອກ​ໃຫ້​ໂດຍ​ອຳນາດ​ການ​ປົກຄອງ​ແບ່ງ​ແຍກ​ດິນ​ແດນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG