ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານອົງການ OSCE ກ່າວວ່າ ການປະຕິບັດການ ຂອງຣັດເຊຍ ແມ່ນ 'ການກໍ່ການຮ້າຍໂດຍລັດຖະບານ'


ລັດຖະມົນຕີການຕ່າງປະເທດຂອງ ປໂແລນ ທ່ານຊິກນິວ ຣາວ, ເຊິ່ງເປັນປະທານອົງການເພື່ອການຮ່ວມມື ແລະຄວາມໝັ້ນຄົງໃນ ຢູໂຣບ, ກ່າວຖະແຫຼງຢູ່ໃນສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ, ເມື່ອວັນທີ 14 ມີນາ 2022.
ລັດຖະມົນຕີການຕ່າງປະເທດຂອງ ປໂແລນ ທ່ານຊິກນິວ ຣາວ, ເຊິ່ງເປັນປະທານອົງການເພື່ອການຮ່ວມມື ແລະຄວາມໝັ້ນຄົງໃນ ຢູໂຣບ, ກ່າວຖະແຫຼງຢູ່ໃນສະພາຄວາມໝັ້ນຄົງແຫ່ງອົງການສະຫະປະຊາຊາດ, ເມື່ອວັນທີ 14 ມີນາ 2022.

ປະທານອົງການເພື່ອຄວາມໝັ້ນຄົງ ແລະການຮ່ວມມື ໃນຢູໂຣບ ກ່າວໃນມື້ວັນຈັນວານນີ້ວ່າ ການ​ແນ​ເປົ້າ​ໝາຍ​ຂອງ​ຣັດ​ເຊຍໃສ່ພົນລະເຮືອນຊາວຢູເຄຣນ​ຕະ
ຫຼອດ​ເຖິງໂຮງຮຽນ ແລະໂຮງໝໍຕ່າງໆນັ້ນ ແມ່ນ “ການກໍ່ການຮ້າຍໂດຍລັດຖະ ບານ.”

“ກອງກໍາລັງທີ່ຮຸກຮານ ເລີ້ມແນເປົ້າໝາຍໃສ່ປະຊາຊົນພົນລະເຮືອນ ແລະພື້ນ ຖານໂຄງລ່າງ ເພື່ອພະຍາຍາທໍາລາຍຈິດວິນຍານຂອງປະຊາຊົນຊາວຢູເຄຣນ,” ທ່ານຊິກນິວ ຣາວ (Zbigniew Rau) ກ່າວ. “ນີ້ແມ່ນເລື້ອງທີ່ໜ້າເສຍໃຈ, ໜ້າອັບອາຍ ແລະຄືກັບການກໍ່ການຮ້າຍໂດຍລັດຖະບານ. ບັນດາໂຮງຮຽນ ໂຮງໝໍ ແລະໂຮງຮຽນອະນຸບານຕ່າງໆ ແມ່ນ​ຕົກເປັນເປົ້າໝາຍ ຂອງການທໍາລາຍດ້ວຍອາວຸດທີ່ຖືກຫ້າມນໍາໃຊ້ໃນລະດັບສາກົນໂດຍເຈດຕະນາ.”

ອົງການສະຫະປະຊາຊາດໄດ້ກ່າວວ່າ ມີລາຍງານທີ່ໜ້າເຊື່ອຖືວ່າ ກອງກໍາລັງທະຫານຂອງຣັດເຊຍ ນໍາໃຊ້ລະ​ເບີດ​ລູກ​ຫວ່ານຢູ່ໃນບໍລິເວນທີ່ມີປະຊາຊົນອາໄສຢູ່.

ທ່ານ ຣາວ, ລັດຖະມົນຕີການຕ່າງປະເທດຂອງໂປແລນ ໄດ້ກ່າວຢໍ້າຢູ່ທີ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນມື້ວັນຈັນວານນີ້ ໃນຖານະທີ່ເປັນປະທານຂອງ​ອົງ​ການ OSCE ປະຈໍາປີ 2022.

ຣັດເຊຍ ເຊິ່ງເປັນສະມາຊິກຂອງ​ອົງ​ການ OSCE, ແລະທ່ານ ຣາວ ກ່າວວ່າ ມົສກູ ໄດ້​ກ່າວ​ຫາ​ຕໍ່ທ່ານວ່າ ມີຄວາມລໍາອຽງໃນການ​ຮັບ​ມື​ກັບ​ບັນ​ຫາຂັດແຍ້ງນີ້.

ທ່ານກ່າວວ່າ “ຂ້າພະເຈົ້າມີພຽງຄວາມຮັບຜິດຊອບອັນດຽວ ສໍາລັບຂໍ້ກ່າວຫາປະເພດນີ້: ຄວາມເປັນກາງສິ້ນສຸດລົງ ເມື່ອການລະເມີດກົດໝາຍ ທາງດ້ານມະນຸດສະທໍາລະຫວ່າງປະເທດທີ່ເຫັນໄດ້ຢ່າງຈະແຈ້ງນັ້ນ ໄດ້ເລີ້ມຕົ້ນຂຶ້ນ.”

ທ່ານ ຣາວ ໄດ້ຮຽກຮ້ອງໃຫ້ ຣັດເຊຍ ແລະ ເບລາຣຸສ ໂດຍມີກອງກໍາລັງທະ ຫານຂອງ ຣັດເຊຍ ຢູ່ໃນດິນແດນຂອງຕົນ ແລະໄດ້ຖືກກ່າວ​ຫາວ່າ ອະນຸຍາດໃຫ້ຍິງລູກສອນ ໄຟຈາກດິນແດນ​ຂອງ​ຕົນ ​ໃຫ້​ຢຸດ​ເຊົາ “ຄວາມພະຍາຍາມອັນປ່າເຖື່ອນນີ້.” ທ່ານກ່າວວ່າ ມັນບໍ່ໄດ້ເປັນປະໂຫຍດຫຍັງເລີຍທັງຕໍ່ລັດຖະບານ ແລະປະຊາຊົນຂອງພວກເຂົາເຈົ້າເອງ, ແລະມີແຕ່ຈະແຍກທັງສອງປະເທດນີ້ ໃຫ້ຕ້ອງຢູ່ຢ່າງໂດດດ່ຽວ ໃນລະດັບສາກົນຕໍ່ໄປ.

ທ່ານ ຣາວ ກ່າວວ່າ “ປະຕູທາງການທູດແມ່ນຍັງຄົງເປີດຢູ່, ແລະຂ້າພະເຈົ້າກໍຂໍຮຽກຮ້ອງໃຫ້ ຣັດເຊຍ ເຂົ້າມາມີສ່ວນຮ່ວມໃນການສົນທະນາທີ່ມີຄວາມໝາຍສໍາຄັນນີ້ ເພື່ອຊອກຫາການ​ແກ້​ໄຂ​ແບບສັນຕິວິ​ທີ ຕໍ່ວິກິດການທີ່ເກີດຂຶ້ນໃນປັດ ຈຸບັນ.”

Ukraine's Economy Surviving Invasion, But How Long Can it Last?
please wait

No media source currently available

0:00 0:03:33 0:00

ທ່ານ ຣາວ ກ່່າວວ່າ ທ່ານຄາດ​ວ່າມົສກູ ​ໃຫ້​ການເຄົາລົບຕໍ່ພັນ​ທະແລະຄວາມຮັບຜິດຊອບສາກົນ​ຂອງ​ຕົນ, ໂດຍກ່າວເສີມວ່າ ການແກ້ໄຂບັນຫາທາງການ ເມືອງແບບຍືນຍົງນັ້ນຄື “ຕ້ອງເຄົາລົບຕໍ່ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະຄວາມເປັນເອກະລາດຂອງປະເທດ ຢູເຄຣນ ຢ່າງສົມບູນ ຢູ່ໃນຂອບເຂດ​ຊາຍ​ແດນ​ໂດຍການຮັບຮູ້ຂອງນານາຊາດ.”

ທູດຂອງຣັດເຊຍໄດ້ປະຕິເສດຕໍ່ການສະເໜີຂອງປະທານ​ອົງ​ການ OSCE ກ່ຽວ ກັບການເຈລະຈາທາງການທູດ ໂດຍກ່າວວ່າ ທ່ານໄດ້ເລືອກເຂົ້າ​ຂ້າງ​ຂອງ​ພັກ
ຝ່າຍໃນຄວາມຂັດແຍ້ງ ແລະດ້ວຍເຫດນັ້ນ ຈຶ່ງບໍ່ແມ່ນ​ຜູ້​ໄກ່​ເກ່ຍທີ່ຊື່ສັດ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG