ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເອກກະສານ ຈຸສຸດທ້າຍ ກ່ຽວກັບ ບິນລາເດັນ ຖືກເປີດເຜີຍ


ຮູບຖ່າຍໃນປີ 1998​ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 19 ມີນາ ປີ 2004 ທ້າວໂອຊາມາ ບິນລາເດັນ ກຳລັງຖະແຫຼງຂ່າວ ທີ່ອັຟການິສຖານ.
ຮູບຖ່າຍໃນປີ 1998​ ທີ່ນຳອອກເຜີຍແຜ່ ເມື່ອວັນທີ 19 ມີນາ ປີ 2004 ທ້າວໂອຊາມາ ບິນລາເດັນ ກຳລັງຖະແຫຼງຂ່າວ ທີ່ອັຟການິສຖານ.

ມາ​ຈົນ​ຮອດ​ມື້ສຸດ​ທ້າຍ ຜູ້​ກໍ່ຕັ້ງກຸ່ມ​ກໍ່​ການ​ຮ້າຍ ​ອາລກາ​ອີ​ດາ ທ້າວ​ໂອຊາ​ມາ ບິນລາ​ເດັນ ຍັງ​ເພັ່ງ​ເລັງ​ໃສ່ ​ການ​ໂຈມ​ຕີ​ສະຫະລັດ ປະ​ເທດ​ພັນທະ​ມິດ​ຕາ​ເວັນ​ຕົກ ​ແລະ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ ທີ່​ຖືກ​ເບິ່ງ​ກັນ​ວ່າເປັນ​ຕົວ​ແທນ​ຂອງ​ສະຫະລັດ ​ແລະ​ລາວ​ກໍບໍ່​ໄດ້​ຫັນ​ເຫ​ຄວາມ​ສົນ​ໃຈທີ່​ອາດ​ເຮັດ​ໃຫ້ການ​ຕັດສິນ​ໃຈ​ຂອງ​ກຸ່ມກໍ່​ການ​ຮ້າຍ​ດັ່​ງກ່າວ​ອ່ອນ​ແອ​ລົງ.

ທ້າວ ບິນ​ລາ​ເດັນ ຂຽນ​ຢູ່​ໃນ​ຈົດໝາຍ​ສະບັບ​ນຶ່ງ ທີ່​ກ່າວ​ເຖິງ​ “ການທໍລະມານ​ ຂອງ​ພວກ​ອ້າຍ​ນ້ອງ​ຢູ່​ຄຸກ​ກວນ​ຕານາໂມ ​ແລະ​ອາ​ບູ​ເກຣບ” ​ໂດຍ​ເວົ້າວ່າ ອາເມຣິກາ​ແມ່ນ​ບໍ່​ເຄີຍ​ມີ ຜູ້ຄົນ​ໃນ​ໂລກ​ກຽດ​ຊັງແລະ​ຄຽດ​ແຄ້ນຫລາຍ ດັ່ງ​ທີ່​ເປັນ​ຢູ່ໃນ​ເວລາ​ນີ້.”

ລາວ​ກ່າວ​ຢູ່​ໃນ​ຈົດໝາຍ​ອີກ​ສະບັບ​ນຶ່ງ ທີ່​ບໍ່​ໄດ້​ລະບຸ​ວັນ​ທີ ເພື່ອ​ສົ່ງ​ໃຫ້​ທ້າວ ຊິກ ມູຮຳ​ເມັດ​ວ່າ “ທຸກໆ​ຄົນ​ຄວນ​ຫຼົງລືມ​ກ່ຽວ​ກັບ​ການ​ບໍ່​ເຫັນ​ພ້ອມ​ແລະ​ເພັ່ງ​ເລັງ​ໃນການ​ດຳ​ເນີນ​ຄວາມ​ພະຍາຍາມ​ຂອງ​ລາວ​ເພື່ອ​ກຳຈັດ​ສັດຕູ​ທີ່​ໃຫຍ່​ກວ່າ​ນັ້ນ.”

ຈົດໝາຍ​ທັງ​ສອງ​ນີ້ ​ແມ່ນ​ສ່ວນ​ນຶ່ງ​ຂອງ​ເອກ​ກະສາ​ນລັບ​ເກືອບ 50 ສະບັບທີ່​ໄດ້ຖືກ​ເປີດ​ເຜີຍ​ໃນ​ວັນ​ພະຫັດ​ວານ​ນີ້ ​ໂດຍ​ປະຊາ​ຄົມ​ສືບ​ລັບ​ຂອງ​ສະຫະລັດ ຊຶ່ງ​ພາ​ໃຫ້​ມີ​ການເຂົ້າ​ ໃຈຢ່າງ​ທ່ອງ​ແທ້​ໃໝ່ ກ່ຽວ​ກັບ​ຄວາມ​ຄິດ​ ຂອງ​ທ້າວ​ບິນ​ລາ​ເດັນ ​ໃນ​ຂະນະ​ທີ່​ຜູ້ກ່ຽວ​ຫລົບ​ລີ້ຢູ່​ເຮືອນ​ຫລັງ​ນຶ່ງ​ໃນ​ເມືອງ​ອາ​ໂບຕາ​ບັດ ປະ​ເທດ​ປາ​ກິ​ສຖານ.

ສິ່ງ​ຂອງ​ຕ່າງໆ​ງວດ​ສຸດ​ທ້າຍ​ທີ່ຢຶດ​ໄດ້​ໃນ​ລະຫວ່າງ​ການ​ບຸກ​ເຂົ້າ​ໄປ​ສັງຫານ​ເມື່ອ​ປີ 2011 ຜູ້​ບົງ​ການ​ກໍ່​ການ​ຮ້າຍ​ຄົນ​ນີ້ ​ໄດ້​ຊ່ອຍ​ໃຫ້​ເຫັນ​ຮູບ​ພາບ​ໂດຍເຕັມ ​ຂອງ​ກຸ່ມ​ອາລກາ​ອີ​ດາທີ່​ໄດ້​ມາ​ເຖິງ​ທາງ​ແຍກ​ອັນ​ສຳຄັນ ​ໃ​ນຂະນະ​ທີ່​ກຸ່ມ​ດັ່ງກ່າວ ​ພະຍາຍາມ​ທີ່​ຈະ​ແຜ່​ຂະຫຍາຍ ​ອິດ​ທິພົນ​ຂອງ​ຕົນ ​ໃນ​ໄລຍະ​ທຳ​ອິດ ​ຂອງ​ອັນ​ທີ່​ເອີ້ນວ່າ ການລຸກຮືຂຶ້ນ ໃນລະດູ​ບານ​ໃໝ່​ຂອງ​ຊາວ​ອາຣັບນັ້ນ.

“​ເອກ​ກະສາ​ນລັບ​ທີ່​ມີ​ການ​ເປີດ​ເຜີຍ​ໃຫ້​ຮູ້​ເຫຼົ່ານີ້ ແຈ້ງ​ໃຫ້​ຊາບ​ວ່າ​ຍຸດ​ທະ​ສາດ​ຂອງ​ທ້າວ​ບິນ​ລາ​ເດັນ​ ເພື່ອ​ຫັນປ່ຽນ​ການ​ເມືອງ​ຂອງ​ໂລກ ​ດ້ວຍ​ການ​ແກ່ຍາວ​ ບັນຫາຂັດ​ແຍ້​ງທີ່​ເຕັມ​ໄປ​ດ້ວຍ​ຄວາ​ມຮຸນ​ແຮງ​” ນັ້ນ​ແມ່ນ​ຄວາມ​ເຫັນ​ຂອງ​ນັກວິ​ເຄາະ​ຄົນ​ນຶ່ງທີ່​ເຮັດ​ວຽກ​ກຽວ​ກັບເອກ​ກະສາ​ນນີ້.

ອີງ​ຕາມ​ເອກ​ກະສາ​ນ​ແລ້ວ ທ້າວ​ບິນ​ລາ​ເດັນ ມອງ​ເຫັນ​ການ​ລຸກຂຶ້ນ​ໃນ​ລະດູບານ​ໃໝ່​ຂອງ​ຊາວ​ອາຣັບນັ້ນວ່າ ເປັນ​ຂັ້ນຕອນ​ການ​ປ່ຽນ​ແປງແລະ​ໄດ້​ຂຽນ​ເຖິງ​ຄວາມຈຳ​ເປັນທີ່​ຈະ​ຕ້ອງ​ໄດ້ “ກຳນົດ​ວິ​ໄສ​ທັດ​ຂອງ​ພວກ​ເຮົາ​ໃນ​ການ​ປະຕິວັດ​ຢູ່​ໃນ​ໂລກ​ອາຣັບ.”


ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG