ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂບດຄຣິສຕຽນ ອໍທໍດັອກ ຫຼາຍແຫ່ງ ຈັດພິທີທາງສາສະໜາ ໃນວັນອີດສເຕີ ໂດຍປາສະຈາກ ສາສະນິກະຊົນ ທ່າມກາງໂຣກລະບາດ


ພະສົງສາສະໜາຄຣິສຕຽນນິກາຍອໍທໍດັອກ ເທດສະໜາແກ່ພວກທີ່ເຫຼື້ອມໃສສັດທາ ໃນລະຫວ່າງການຖ່າຍທອດພິທີທາງສາສະໜາ ຢູ່ໂບດແຫ່ງນຶ່ງ ໃນນະຄອນຫຼວງມົສກູ ຂອງຣັດເຊຍ ທີ່ເປົ່າຫວ່າງໂດຍປາສະຈາກຄົນໄປຮ່ວມເລີຍ, ເມື່ອວັນອາທິດ ທີ 19 ເມສາ 2020.
ພະສົງສາສະໜາຄຣິສຕຽນນິກາຍອໍທໍດັອກ ເທດສະໜາແກ່ພວກທີ່ເຫຼື້ອມໃສສັດທາ ໃນລະຫວ່າງການຖ່າຍທອດພິທີທາງສາສະໜາ ຢູ່ໂບດແຫ່ງນຶ່ງ ໃນນະຄອນຫຼວງມົສກູ ຂອງຣັດເຊຍ ທີ່ເປົ່າຫວ່າງໂດຍປາສະຈາກຄົນໄປຮ່ວມເລີຍ, ເມື່ອວັນອາທິດ ທີ 19 ເມສາ 2020.

ພວກຊາວຄຣິສຕຽນນິກາຍອໍທໍດັອກໄດ້ຈັດພິທີທາງສາສະໜາໃນວັນສັກສິດບຸນອີສເຕີ ທ່າມກາງມາດຕະການຈຳກັດພົວພັນກັບໄວຣັສໂຄໂຣນາທີ່ບໍ່ທຳມະດານີ້ ຊຶ່ງໄດ້ຖືກບັງຄັບໃຫ້ພວກສາສະນິກະຊົນຫຼາຍໆຄົນຕ້ອງພາກັນຊົມພິທີຜ່ານທາງ ໂທລະພາບ ຫຼືບໍ່ກໍຜ່ານທາງອອນໄລນ໌.

ບັນດາຜູ້ນຳຂອງສາສະໜາ ໄດ້ພະຍາຍາມຊອກຫາວິທີທາງອອກ ເພື່ອທີ່ຈະຈັດພິທີທາງສາສະໜາ ໃນວັນບຸນ ທີ 19 ເມສາ ທີ່ຜ່ານມານີ້ ອັນເປັນວັນທີ່ສັກສິດທີ່ສຸດຕາມປະຕິທິນ ຂອງສາສະໜາຄິຣຕຽນ ນິກາຍອໍທໍດັອກ ຊຶ່ງໃນຂະນະດຽວກັນກໍຫຼີກເວັ້ນການແຜ່ລະບາດຂອງໄວຣັສໂຄໂຣນາ.

ພວກທີ່ນັບຖືືສາສະໜາດັ່ງກ່າວບາງສ່ວນຢູ່ໃນທ້ອງຖິ່ນ ກໍຄັດຄ້ານຕໍ່ຄຳສັ່ງຈາກບັນດາເຈົ້າໜ້າທີ່ສາທາລະນະສຸກ ແລະບັນດາຜູ້ນຳຂອງສາສະໜາ ແລະໄດ້ປະຕິຍານວ່າ ຈະອະນຸຍາດໃຫ້ພວກຄົນທັງຫຼາຍ ເຂົ້າມາຮ່ວມໃນພິທີທາງສາສະໜາດ້ວຍຕົນເອງໄດ້.

ສ່ວນຢູ່ໃນຣັດເຊຍ ແລະຢູເຄຣນ ຊຶ່ງທັງສອງປະເທດນີ້ ມີສາສະນິກະຊົນນິກາຍ
ອໍທໍດັອກ ທີ່ໃຫຍ່ທີ່ສຸດ ບັນດາພະສົງ ຢູ່ທີ່ເຊັນປີເຕີສເບີກ ແລະກີຢິບ ໄດ້ຈັດພິທີທາງສາສະໜາ ເລີ້ມຕົ້ນແຕ່ວັນທີ 18 ເມສາ ເປັນຕົ້ນໄປ ທີ່ໄດ້ຖ່າຍທອດອອກທາງໂທລະພາບ ແລະໄດ້ສົ່ງອອກຜ່ານທາງອອນໄລນ໌ ນຳດ້ວຍ.

ຕຳຫຼວດໄດ້ຖືກສົ່ງໄປປະຈຳການ ຢູ່ດ້ານນ້ອກໂບດຫຼາຍໆແຫ່ງ ໃນຢູເຄຣນ ເພື່ອຮັບປະກັນວ່າ ຜູ້ໃດທີ່ໄດ້ມາຮ່ວມໃນພິທີດັ່ງກ່າວ ຈະຖືກໃຫ້ຢູ່ແຕ່ພາຍນອກ ແລະເຄົາລົບຕໍ່ກົດລະບຽບຕ່າງໆ ທີ່ຮຽກຮ້ອງໃຫ້ມີການຢູ່ຫ່າງຈາກກັນ ແລະຫ້າມບໍ່ໃຫ້ມີການເຕົ້າໂຮມກັນຂະໜາດໃຫຍ່.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສະກີ ໄດ້ຮຽກຮ້ອງໃຫ້ຊາວຢູເຄຣນທັງຫຼາຍ ຈົງສະເຫຼີມສະຫຼອງຈາກບ້ານຂອງຕົນ. ບັນດາຜູ້ນຳສາສະໜາໂດຍສ່ວນໃຫຍ່ ກໍໄດ້ປະຕິບັດຕາມ ແລະໄດ້ຕົກລົງເຫັນດີ ທີ່ຈະຖ່າຍທອດພິທີທາງສາສະໜາຂອງພວກເພິ່ນ.

ຍົກເວັ້ນແຕ່ທີ່ພະວິຫານໃຫຍ່ Pechrsk Lavra ໃນນະຄອນກີຢິບ ທີ່ມີຊື່ສຽງນັ້ນ ບ່ອນທີ່ເຈົ້າໜ້າທີ່ຕຳຫຼວດ ໄດ້ຄວບຄຸມການເຂົ້າໄປໃນໂບດຂອງຜູ້ສັດທາໄດ້ ພຽງແຕ່ລະຄົນເທົ່ານັ້ນ. ສະຖານທີ່ດັ່ງກ່າວ ໄດ້ຢູ່ພາຍໃຕ້ການກັກໂຕ ຫຼັງຈາກທີ່ພະສົງຫຼາຍກວ່າ 90 ອົງ ໄດ້ຖືກລະບຸໂຕວ່າ ຕິດເຊື້ອໄວຣັສໂຄໂຣນາ. ຢ່າງໜ້ອຍສອງອົງໄດ້ເສຍຊີວິດແລ້ວ.

ພະວິຫານແຫ່ງນີ້ ໄດ້ຖືກຄວບຄຸມ ໂດຍກຸ່ມນິກາຍອໍທໍດັອກ ຂອງຝ່າຍກົງກັນ ຂ້າມຢູ່ໃນຢູເຄຣນ ທີ່ຈົງຮັັກພັກດີຕໍ່ໂບດອໍທໍດັອກ ຂອງຣັດເຊຍ ໃນມົສກູ.

ສາສະໜານິກາຍອໍທໍດັອກ ຂອງຣັດເຊຍ ໄດ້ສັ່ງໃຫ້ໂບດທັງຫຼາຍ ປິດປະຕູຂອງຕົນ ເພື່ອບໍ່ໃຫ້ກຸ່ມຄົນຂະໜາດໃຫຍ່ເຂົ້າໄປ ໃນລະຫວ່າງອາທິດກ່ອນໜ້າວັນສັກ ສິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG