ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ຊາວຄຣິສຕຽນ ນິກາຍ Orthodox ສະຫຼອງ ວັນອີສເຕີ


ພະສັງຄະລາດ Kirill ນິກາຍ Orthodox (ກາງ) ທຳພິທີສາສະໜາ ສະຫຼອງວັນອີສເຕີ ທີ່ໂບດ Christ the Savior Cathedral ທີ່ມົສກູ, ຣັດເຊຍ, ວັນທີ 12 ເມສາ 2015.

ຊາວ​ຄຣິສຕຽນ ນິກາຍ Orthodox ​ໃນ​ທົ່ວ​ໂລກ​ ພາກັນ​ສະ​ເຫຼີ​ມ
ສະຫຼອງ​ ວັນ​ອີສ​ເຕີ ​ໃນ​ວັນ​ອາທິດ​ມື້​ນີ້.

ທີ່ຢູ​ເຄຣນ ປະທານາທິບໍດີ Petro Poroshenko ​ແລະ​ຄອບຄົວ
​ຂອງ​ທ່ານ ​ໄດ້​ເຂົ້າ​ຮ່ວມ​ໃນ​ພິທີສະຫຼອງ​ວັນ​ອີສ​ເຕີ ທີ່ໂບດ Volo
dymyrsky​ໃນ​ນະຄອນຫຼວງ Kyiv.

ພະ​ສັງຄະ​ລາດ Filaret ​ແຫ່ງ​ຢູ​ເຄຣນ ​ໄດ້​ໄຫວ​ວອນ​ເພື່ອ​ສັນຕິ
ພາບແລະ​ກ່າວ​ວ່າ “ພວກ​ເຮົາ​ມີ​ຄວາມ​ໝັ້ນ​ໃຈ​ຢ່າງ​ແຂງ​ແຮງ​
ວ່າ ພະ​ເຈົ້າ​ຈະ​ສົ່ງ​ໄຊ​ຊະນະ​ມາ​ໃຫ້​ພວກ​ເຮົາ ຜາບ​ແພ້​ພວກ​
ຮຸກ​ຮາ​ນ”
ຊຶ່ງ​ເປັນ​ການ​ເອີ່ຍ​ເຕື້ອງໃສ່ຣັດ​ເຊຍ ທີ່ໄດ້ຍຶດ​ເອົາ​
ແຫຼມ​ໄຄຣ​ເມຍຂອງ​ຢູ​ເຄຣນ ມາ​ຢູ່​ພາຍ​ໃຕ້​ການ​ປົກຄອງ​ຂອງ​ຕົນ​ນັ້ນ.

ທີ່ຣັດ​ເຊຍ ປະທານາທິບໍດີ Vladimir Putin ​ແລະ​ນາຍົກລັດຖະມົນຕີ Dmitry Medvedev
​ໄດ້​ເຂົ້າ​ຮ່ວ​ມ​ໃນ​ພິທີ​ທາງ​ສາສະໜາ ​ໃນ​ໂບດChrist the Savior ທີ່​ມົສກູ.

ວັນ​ອີສ​ເຕີ ໝາຍ​ເຖິງ​ວັນ​ທີ່​ຊາວ​ຄຣິສຕຽນ​ທັງ​ຫຼາຍ ພາກັນ​ເຊື່ອ​ວ່າ ພະ​ເຢຊູ ຟື້ນ​ຄືນ​ຊີບ ຫຼັງ​ຈາກ​ພະ​ອົງຖືກ​ທໍລະມານ​ກຶງ​ໃສ່​ໄມ້​ກາງ​ເຂນ ​ແລະ​ຖືກຝັງ​ໃນ​ຂຸມ​ຝັງ​ສົບ ​ມາ​ໄດ້​ກວ່າ 2 ພັນ
​ປີ ຜ່ານ​ມາ​ແລ້ວນັ້ນ.

ສ່ວນພວກ​ຊາວຄຣິສຕຽນ ນິກາຍ​ ​ກາ​ໂຕ​ລິກ ແລະໂປຣ​ແຕສຕັງ ​ໄດ້ພາກັນ​ສະຫຼອງ​ວັນ​ອີສ​ເຕີ ​ໃນ​ວັນ​ອາທິດ​ແລ້ວ​ນີ້ ອີງ​ຕາມ​ປະຕິທິນ Gregorian.

Orthodox Easter
please wait
Embed

No media source currently available

0:00 0:00:59 0:00

XS
SM
MD
LG