ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະທານາທິບໍດີ ນິກາຣາກົວ ຍົກເລີກ ການປ່ຽນແປງ ແຜນການສັງຄົມສົງເຄາະ ເພື່ອພະຍາຍາມຍຸຕິ ການປະທ້ວງ

Nicaragua
please wait
Embed

No media source currently available

0:00 0:01:06 0:00

ທ່ານ ແດນນີລ ອໍເທກາ ປະທານາທິບໍດີ ນິກາຣາກົວ ໄດ້ສະສາງແຜນການຈັດຕັ້ງ
ລະບອບສັງຄົມສົງເຄາະຂອງ ປະເທດຄືນໃໝ່.

ທ່ານປະທານາທິບໍດີຄົນດັ່ງກ່າວ ໄດ້ເວົ້າໃນວັນອາທິດວານນີ້ວ່າ ແຜນການ ທີ່ຈະ
ເພີ່ມທະວີການປະກອບສ່ວນຂອງຄົນງານ ເຂົ້າໃນການສັງຄົມສົງເຄາະ ແລະໃຫ້ມີ
ຄ່າບຳນານຫຼຸດລົງນັ້ນ ແມ່ນພວມຖືກ “ທົບທວນຄືນໃໝ່, ຖືກລົບລ້າງ, ຫຼືເອົາປະ
ໄວ້ກ່ອນ.”
ທ່ານເວົ້າຕໍ່ໄປວ່າ “ພວກເຮົາບໍ່ສາມາດ ທີ່ຈະປະປ່ອຍໃຫ້ເກີດມີຄວາມ
ສົນລະວົນ, ມີອາດຊະຍາກຳ ແລະການປຸ້ນສະດົມຕໍ່ໄປ.”

ພວກເຈົ້າໜ້າທີ່ຕຳຫຼວດ ນິກາຣາກົວ ແນປືນຂອງພວກເຂົາເຈົ້າ ໃສ່ພວກນັກສຶກສາ ທີ່ອອກມາປະທ້ວງ ໃນລະຫວ່າງການປະທະກັນ ເປັນເວລາ 3 ວັນ ໃນນະຄອນຫຼວງ ມານາກົວ ຂອງປະເທດນິກາຣາກົວ, ວັນທີ 20 ເມສາ 2018.
ພວກເຈົ້າໜ້າທີ່ຕຳຫຼວດ ນິກາຣາກົວ ແນປືນຂອງພວກເຂົາເຈົ້າ ໃສ່ພວກນັກສຶກສາ ທີ່ອອກມາປະທ້ວງ ໃນລະຫວ່າງການປະທະກັນ ເປັນເວລາ 3 ວັນ ໃນນະຄອນຫຼວງ ມານາກົວ ຂອງປະເທດນິກາຣາກົວ, ວັນທີ 20 ເມສາ 2018.

ພວກເຈົ້າໜ້າທີ່ໄດ້ເວົ້າໃນວັນສຸກຜ່ານມາວ່າ ໄດ້ມີຄົນຕາຍຢ່າງໜ້ອຍສິບຄົນ ໃນ
ການປະທ້ວງດັ່ງກ່າວ.

ກຸ່ມສິດທິບາງກຸ່ມ ຄຳນວນວ່າ ຈຳນວນຜູ້ຕາຍທັງໝົດ ນັບຕັ້ງແຕ່ວັນພຸດເປັນຕົ້ນມາ
ເວລາການປະທ້ວງໄດ້ເລີ່ມຂຶ້ນ ແມ່ນມີສູງເຖິງ 25 ຄົນ ລວມທັງນັກຂ່າວ ຜູ້ທີ່ລາຍງານ
ສົດທາງເຟດບຸກນັ້ນນຳ.

ພວກປະທ້ວງ ຮ້ອງໂຮ ຈາກດ້ານຫລັງ ຂອງກຳແພງກີດຂວາງທາງ ທີ່ພວກເຂົາເຈົ້າໄດ້ພາກັນ ກໍ່ຕັ້ງຂຶ້ນ ໃນຂະນະທີ່ປະເຊີ່ນໜ້າກັບ ກຳລັງຮັກສາຄວາມສະຫງົບ ຢູ່ໃກ້ໆ ກັບມະຫາວິທະຍາໄລ ປໍລີເຕັກນິກ ຂອງນິກາຣາກົວ ໃນນະຄອນຫຼວງ ມານາກົວ ຂອງນິກາຣາກົວ, ວັນທີ 21 ເມສາ 2018.

ໃນການກ່າວ ທາງໂທລະພາບແຫ່ງຊາດ ໃນວັນເສົາຜ່ານມານັ້ນ ທ່ານ ອໍເທກາ ເວົ້າວ່າ
ທ່ານເປີດກວ້າງ ໃຫ້ມີການເຈລະຈາ ເພື່ອຈະ “ບໍ່ໃຫ້ເກີດມີການກໍ່ການຮ້າຍເກີດຂຶ້ນອີກ
ແກ່ຄອບຄົວ ຂອງຊາວນິກາຣາກົວ.”
ທ່ານກ່າວຕໍ່ໄປວ່າ ເຖິງຢ່າງໃດກໍດີ ທ່ານກໍຈະພົບ
ປະກັບ ແຕ່ພວກຜູ້ນຳທຸລະກິດ ເທົ່ານັ້ນ.

ທ່ານ ອໍເທກາ ເວົ້າວ່າ “ສິ່ງທີ່ພວມເກີດຂຶ້ນຢູ່ໃນປະເທດຂອງພວກເຮົາ ແມ່ນບໍ່ມີຊື່ວ່າ
ຈະເອີ້ນແນວໃດ. ພວກເດັກນ້ອຍບໍ່ຮູ້ຊື່ຂອງພັກ ທີ່ໃຊ້ພວກເຂົາເຈົ້າເປັນເຄື່ອງມືນັ້ນ
ຊໍ້າ ພວກແກັງໄດ້ຖືກນຳເຂົ້າມາຮ່ວມກັບການປະທ້ວງ ຂອງພວກເດັກນ້ອຍ ແລະ
ການປະທ້ວງໄດ້ກາຍເປັນອາດຊະຍາກຳໄປ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG