ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ມາດຕະການໃຫ້ນາຍຄູ ແລະນັກຮຽນ ໃສ່ໜ້າກາກເພື່ອປ້ອງກັນການລະບາດຂອງໂຄວິດ ໄດ້ກາຍເປັນເລື້ອງຖົກຖຽງກັນ


ພວກເດັກນັກຮຽນຕ້ອງໃສ່ໜ້າກາກ ໃນຂະນະທີ່ພວກເຂົ້າຮຽນ ຢູ່ໃນຫ້ອງຮຽນຊັ້ນທີສີ່ ທີ່ໂຮງຮຽນຊັ້ນປະຖົມ Elk Ridge ໃນເມືອງບັກລີ ລັດວໍຊິງຕັນ, ເມື່ອວັນທີ 2 ກຸມພາ 2021.
ພວກເດັກນັກຮຽນຕ້ອງໃສ່ໜ້າກາກ ໃນຂະນະທີ່ພວກເຂົ້າຮຽນ ຢູ່ໃນຫ້ອງຮຽນຊັ້ນທີສີ່ ທີ່ໂຮງຮຽນຊັ້ນປະຖົມ Elk Ridge ໃນເມືອງບັກລີ ລັດວໍຊິງຕັນ, ເມື່ອວັນທີ 2 ກຸມພາ 2021.

ໃນຂະນະທີ່ສົກຮຽນປະຈຳປີ 2022 ໄດ້ເລີ້ມຕົ້ນຂຶ້ນເມື່ອເດືອນແລ້ວນີ້ ໂຮງຮຽນທຸກຊັ້ນໃນທົ່ວປະເທດກໍໄດ້ເປີດໂຮງຮຽນໃຫ້ນັກຮຽນທັງຫຼາຍກັບຄືນໄປຮ່ຳຮຽນໃນຫ້ອງຮຽນໄດ້ ຫາກແຕ່ບໍ່ເປັນປົກກະຕິຄືເກົ່າ ຍ້ອນຍັງມີການລະບາດຂອງພະຍາດໂຄວິດ-19 ຢູ່ ສະນັ້ນໂຮງຮຽນໃນແຕ່ລະແຫ່ງຂອງລັດຕ່າງໆທົ່ວປະເທດ ຈຶ່ງຕ້ອງໄດ້ອອກມາດຕະການປ້ອງກັນພວກນັກຮຽນຈາກການຕິດແປດໄວຣັສໂຄໂຣນາຂອງໃຜລາວ ຊຶ່ງຄະນະກຳມະການຂອງໂຮງຮຽນ ໂດຍສ່ວນໃຫຍ່ໄດ້ແນະນຳໃຫ້ນາຍຄູສັກຢາວັກຊີນກັນໂຄວິດ ແລະອອກມາດຕະການບັງຄັບໃຫ້ທັງບັນດານາຍຄູແລະພວກລູກສິດທັງຫຼາຍໃສ່ໜ້າກາກເວລາຢູ່ໃນໂຮງຮຽນ ດັ່ງທີ່ທ່ານນາງດີນາ ໄພຣສ໌ ຜູ້ທີ່ເປັນນາຍຄູ່ຊັ້ນອະນຸບານຢູ່ທີ່ເມືອງຮໍແລນ ລັດມິຊິແກັນ ກ່າວວ່າ “ນັກຮຽນຕ້ອງໃສ່ໜ້າກາກແລະນາຍຄູກໍຄືກັນ ຖອດອອກກະບໍ່ໄດ້ ຕ້ອງໃສ່ໝົດມື້.”

ແຕ່ຢູ່ໃນໂຮງຮຽນບໍ່ໄກຈາກໂຮງຮຽນທີ່ທ່ານນາງດີນາສອນຢູ່ນັ້ນ ພໍ່ແມ່ຂອງນັກຮຽນຈຳນວນນຶ່ງບໍ່ພໍໃຈກັບຂໍ້ບັງຄັບຂອງໂຮງຮຽນທີ່ໃຫ້ນັກຮຽນໃສ່ໜ້າກາກ ກໍພາກັນອອກມາປະທ້ວງ ຊຶ່ງບັນຫານີ້ໄດ້ກາຍເປັນເລື້ອງຖົກຖຽງກັນຢູ່ໃນກອງປະຊຸມຄະນະກຳມະການຂອງໂຮງຮຽນໃນລັດຈຳນວນນຶ່ງ ດັ່ງທີ່ທ່ານນາງດີນາກ່າວໃຫ້ຟັງວ່າ:

ແຕ່ກໍມີບາງລັດທີ່ຜູ້ປົກຄອງລັດໄດ້ອອກຄຳສັ່ງບໍ່ໃຫ້ທັງນາຍຄູແລະລູກສິດໃສ່ໜ້າກາກເວລາຢູ່ໃນໂຮງຮຽນ ເຊັ່ນລັດຟລໍຣິດາ ຈຶ່ງໄດ້ເຮັດໃຫ້ໂຮງຮຽນຫຼາຍແຫ່ງໃນລັດໄດ້ຝ່າຝືນຕໍ່ຄຳສັ່ງຂອງເຈົ້າຄອງລັດດັ່ງກ່າວ.

XS
SM
MD
LG