ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອາດຮູ້ທີ່ມາ ຂອງຊິ້ນສ່ວນ ເຮືອບິນ ທີ່ພົບເຫັນ ຢູ່ຫາດຊາຍ ພາຍໃນອາທິດນີ້


ບັນດາເຈົ້າໜ້າທີ່ຕຳຫຼວດ ຄຸ້ມກັນ ລົດຂົນສົ່ງ ອັນທີ່ເຊື່ອກັນວ່າ ເປັນຊິ້ນສ່ວນ ຈາກເຮືອບິນ ໂບອິ້ງ 777 ທີ່ໄດ້ຖືກຟອງທະເລພັດຂຶ້ນຝັ່ງ ເກາະ Reunion ຢູ່ທີ່ສະໜາມບິນ Roland Garros ໃນເມືອງ Saint-Marie, ເກາະ Reunion, ວັນທີ 31 ກໍລະກົດ 2015.
ບັນດາເຈົ້າໜ້າທີ່ຕຳຫຼວດ ຄຸ້ມກັນ ລົດຂົນສົ່ງ ອັນທີ່ເຊື່ອກັນວ່າ ເປັນຊິ້ນສ່ວນ ຈາກເຮືອບິນ ໂບອິ້ງ 777 ທີ່ໄດ້ຖືກຟອງທະເລພັດຂຶ້ນຝັ່ງ ເກາະ Reunion ຢູ່ທີ່ສະໜາມບິນ Roland Garros ໃນເມືອງ Saint-Marie, ເກາະ Reunion, ວັນທີ 31 ກໍລະກົດ 2015.

ບັນດາ​ເຈົ້າໜ້າ​ທີ່ອອສ​ເຕຣ​ເລຍ ກ່າວ​ວ່າ ພວກ​ນັກ​ສືບສວນ
ຈະ​ຮູ້​ພາຍ ​ໃນທ້າຍ​ອາທິດ​ນີ້ ​ວ່າ ຊິ້ນສ່ວນ​ເຮືອບິນ ທີ່​ຖືກຟອງ​
ທະ​ເລ​ພັດ​ຂຶ້ນຝັ່ງ​ຢູ່ ເກາະ​ແຫ່ງນຶ່ງ ໃນ​ມະຫາ​ສະມຸດອິນ​ເດຍ ນັ້ນ
​ແມ່ນມາ​ຈາກ​ເຮືອນບິນ​ໂດຍສານ ສາຍການບິນມາເລເຊຍ ທີ່​
ຫາຍ​ສາບ​ສູນ​ໄປ ຫຼືບໍ່.

ບັນດາ​ເຈົ້າໜ້າ​ທີ່​ຈາກ ປະ​ເທດ​ຝຣັ່ງ ມາ​ເລ​ເຊຍ ​ແລະ
ອອສ​ເຕຣ​ເລຍ ຈະ​ເລີ້ມ​ຕົ້ນກວດ​ສອບ​ຢ່າງ​ລະອຽດ ໃນ​
ວັນ​ພຸດ​ມື້​ນີ້ ເບິ່ງຊິ້ນສ່ວນ​ຂອງ​ເຮືອບິນ​ດັ່ງກ່າວ ທີ່​ໄດ້​ພົບ
​ເຫັນຢູ່​ຫາດ​ຊາຍ​ເກາະ Reunion ຂອງຝຣັ່ງ ໃກ້ໆ​ກັບ
ເກາະໃຫຍ່ມາດາ​ກາສກາ ເມື່ອ​ອາທິດ​ແລ້ວ​ນີ້.

ບັນດາ​ເຈົ້າໜ້າ​ທີ່ ​ໄດ້​ຢັ້ງຢືນ​ໄປ​ແລ້ວ​ວ່າ ​ເປັນຊິ້ນ​ສ່ວນ​ຈາກ​ປີກ ຂອງ​ເຮືອບິນ​ໂບອິ້ງ 777
ທີ່​ເອີ້ນ​ວ່າ flaperon ອັນ​ເປັນ​ຊະນິດ​ດຽວ​ກັນ​ກັບ ​ເຮືອບິນ​ທີ່​ຫາຍ​ສາບ​ສູນ​ໄປຢ່າງ​ລຶກລັບ ​
ໃນ​ເດືອນ​ມີນາ​ປີ 2014 ທີ່​ບິນ​ອອກຈາ​ກນະຄອນຫຼວງກົວ​ລາ​ລຳ​ເປີ ຂອງ​ມາ​ເລ​ເຊຍ ​ໄປ​ຍັງ
​ນະຄອນຫຼວງປັກ​ກິ່ງຂອງຈີນນັ້ນ.

ບັນດ​າ​ເຈົ້າໜ້າ​ທີ່​ກ່ຽວຂ້ອງ ປັດຈຸບັນ​ນີ້ ພວມ​ພະຍາຍາມ ກຳນົດ​ຢ່າງ​ແນ່ນອນ​ວ່າ ຊິ້ນ​ສ່ວນ​
ດັ່ງກ່າວ​ ​ແມ່ນ​ມາ​ຈາກ​ເຮືອບິນ​ທີ່​ຫາຍ​ສາບ​ສູນ​ໄປຫຼືບໍ່ ​ແລະ ວ່າ​ມັນ​ສະໜອງ​ຮ່ອງຮອຍໃດໆ
ທີ່​ຈະ​ຊີ້​ໃຫ້​ຮູ້​ວ່າ ​ເຮືອບິນ​ນັ້ນຕົກລົງ​ຢູ່​ແຫ່ງ​ໃດ ​ແລະ ດ້ວຍ​ວິທີ​ໃດ.

ຮອງ​ນາຍົກລັດຖະມົນຕີອອສ​ເຕຣ​ເລຍ ທ່ານ Warren Truss ກ່າວ​ວ່າ “ບັນດາ​ເຈົ້າໜ້າ​
ທີ່ ມາ​ເລ​ເຊຍ ​ແລະ ຝຣັ່ງ ອາດ​ຢູ່​ໃນ​ຖານະ​ ທີ່​ຈະ​ອອກ​ຖະ​ແຫລ​ງການ​ ຢ່າງ​ເປັນ​
ທາງ​ການ ກ່ຽວ​ກັບທີ່​ມາຂອງ​ ​ຊິ້ນສ່ວນ flaperon ນັ້ນ ​ໃນ​ທ້າຍ​ອາທິດ​ນີ້.”

ທ່ານ Truss ​ທີ່ເປັນຜູ້​ຊ່ວຍ​ນຳພາ​ການຊອກຫາ​ເຮືອບິນ​ທີ່​ຫາຍ​ສາບ​ສູນ​ໄປນັ້ນ ກ່າວວ່າ
ການ​ພົບ​ເຫັນ​ຊິ້ນ​ສ່ວນ​ດັ່ງກ່າວ ບໍ່ໄດ້​ເປັນ​ຜົນ​ເຮັດ​ໃຫ້​ມີ​ການ​ປ່ຽນ​ແປງໃນ​ການ​ຊອກ​ຫາ
ບໍລິ​ເວນ​ທີ່​ສົງ​ໄສວ່າເປັນບ່ອນເຮືອບິນ​ຕົກ ຢູ່​ໃນແຄມຝັ່ງທະ​ເລ ທາງ​ທິດຕາ​ເວັນ​ຕົກ​ສຽງໃຕ້
ຂອງອອສ​ເຕຣ​ເ​ລຍ ແຕ່ຢ່າງໃດເລີຍ.​

Malaysia Plane
please wait
Embed

No media source currently available

0:00 0:00:48 0:00

XS
SM
MD
LG