ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ຈັດ ການປະທ້ວງ ໃນເລບານອນ ເລື່ອນການປະທ້ວງ ໃນ ວັນຈັນມື້ນີ້ ອອກໄປ


ບັນດານັກເຄື່ອນໄຫວ ຊາວເລບານອນ (ຂວາ) ປະທະກັບເຈົ້າໜ້າທີ່ຕຳຫຼວດ (ຊ້າຍ) ຂະນະທີ່ພວກເຂົາພະຍາຍາມ ທີ່ຈະຂ້າມໄປຍັງ ລັດຖະສະພາ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານບັນຫາວິກິດການ ຂອງຂີ້ເຫຍື້ອ ທີ່ຍັງມີຢູ່ຕໍ່ໄປນັ້ນ ໃນນະຄອນຫຼວງເບຣຸທ ປະເທດເລບານອນ, ວັນທີ 23 ສິງຫາ 2015.
ບັນດານັກເຄື່ອນໄຫວ ຊາວເລບານອນ (ຂວາ) ປະທະກັບເຈົ້າໜ້າທີ່ຕຳຫຼວດ (ຊ້າຍ) ຂະນະທີ່ພວກເຂົາພະຍາຍາມ ທີ່ຈະຂ້າມໄປຍັງ ລັດຖະສະພາ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານບັນຫາວິກິດການ ຂອງຂີ້ເຫຍື້ອ ທີ່ຍັງມີຢູ່ຕໍ່ໄປນັ້ນ ໃນນະຄອນຫຼວງເບຣຸທ ປະເທດເລບານອນ, ວັນທີ 23 ສິງຫາ 2015.

ບັດ​ດາ​ຜູ້​ຈັດ​ແຈງການ​ເດີນ​ຂະ​ບວນ ​ໄດ້ເລື່ອນ​ການ​ປະ​ທ້ວງ​
ອອກ​ໄປ ທີ່​ໄດ້​ວາງ​ແຜນ​ໄວ້​ ສຳ​ຫລັບ ວັນ​ຈັນ​ມື້​ນີ້ ​ໃນ​ນະຄອນ
ຫຼວງຂອງ​ເລບາ​ນອນ ມື້ນຶ່ງຫຼັງຈາກ​ທີ່​ມີ​ການ​ປະ​ທ້ວງ​ ຕໍ່ຕ້ານ​
ລັດຖະບານ ໄດ້​ສິ້ນ​ສຸດ​ລົງ ດ້ວຍການ​ປະ​ທະ​ກັນ ​ຢ່າງຮຸນ​ແຮງ
ກັບກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ.

ການ​ຕໍ່ສູ້ ທີ່​ເອີ້ນ​ວ່າ “​ເຈົ້າເໝັນ ຫຼື You Stink” ​ ໄດ້​ປະກາດ
​ອອກ​ຜ່ານທາງ Facebook ທີ່​ວ່າ ການ​ປະ​ທ້ວງ​ທີ່ກຳນົດ​ໃສ່​
ວັນ​ຈັນຕອນ​ແລງ​ມື້​ນີ້ ຢູ່​ໃນ​ນະຄອນຫຼວງ​ເບຣຸທ ຈະ​ບໍ່​ມີ​ຂຶ້ນ ​ແລະ
ວ່າ ບັນດາ​ຜູ້​ຈັດ​ແຈງການ​ປະ​ທ້ວງ ຕ້ອງ​ໄດ້​ຊັ່ງຊາ​ຕີ​ລາຄາຄືນ ​ຂໍ້​ຮຽກຮ້ອງ​ຂອງພວກ​ຕົນ. ພວກ​ເຂົາວາງ​ແຜນ​ວ່າຈະ​ຈັດ​ກອງ​ປະຊຸມ​ຖະ​ແຫລ​ງຂ່າວ ​ເພື່ອອະທິບາຍ ຕື່ມ​ອີກ​ສະຖານະ​ການ​ຂອງ​ພວກ​ເຂົາ​ເຈົ້າ.

ການ​ປະ​ທ້ວງ​ໃນ​ນະຄອນຫຼວງ​ເບຣຸທ ​ເມື່ອ​ວັນ​ອາທິດ​ວານ​ນີ້ ​ ​ໄດ້​ເລີ້ມ​ຕົ້ນຂຶ້ນຢ່າງ​ສັນຕິ ທີ່​ມີ​ປະຊາຊົນຫຼາຍພັນ​ຄົນ ສືບ​ຕໍ່​ສະ​ແດງ​ອອກ​ຄວາມ​ໃຈ​ຮ້າຍ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ຂີ້​ເຫຍື້ອ
ທີ່​ໄດ້​ກອງຂຶ້ນ​ໃນ​ທົ່ວ​ປະ​ເທດ ​ແລະ ຄວາມ​ຜິດ​ຫວັງ​ອັນ​ກວ້າງ​ຂວາງ​ກວ່າ​ນີ້ ກ່ຽວ​ກັບ​ລະບົບ​
ຂອງກົມ​ການ​ເມືອງ ທີ່ຂາດ​ຕົກບົກ​ຜ່ອງ​ມາ​ເປັນ​ເວລາຫຼາຍກວ່າ​ປີ​ນຶ່ງແລ້ວ ທີ່​ຍັງ​ບໍ່​ໄດ້​ມີ
ປະທານາທິບໍດີ​ໃໝ່.

​ແຕ່​ການ​ປະ​ທະ​ກັນ ​ໄດ້​ເລີ້ມ​ຕົ້ນຂຶ້ນ ​ໃນ​ຕອນ​ຄ່ຳ​ຄືນ ກັບ​ກອງ​ກຳລັງ​ຮັກສາ​ຄວາມ​ປອດ​ໄພ ທີ່​ໃຊ້​ປືນ​ນ້ຳ ​ແລະ ​ແກັສນ້ຳຕາ ເພື່ອແຍກຝຸງ​ຊົນປະ​ທ້ວງຢູ່ນັ້ນອອກ​ໄປ ຊຶ່ງ​ພວກ​ເ​ຂົາບາງ​ຄົນ ​ໄດ້ແກວ່​ງກ້ອນ​ຫິນ ​ແລະ ຂວດ​ແກ້ວ​ຕ່າງໆ​ໃສ່​ພວກ​ເຈົ້າໜ້າ​ທີ່ ​ແລະ ​ໄດ້ພະຍາຍາມມ້າງ​ລົງສິ່ງ​ກີດ​ຂວາງຄວາມປອດ​ໄພຕ່າງໆ.

ບັນດາ​ຜູ້​ຈັດ​ແຈງ​ການ​ປະ​ທ້ວງ​ ຫາ​ທາງ​ເຫີ​ນຫ່າງພວກ​ຕົນ ​ຈາກຄວາມ​ຮຸນ​ແຮງ​ທີ່​ເກີດ​ຂຶ້ນ ​ໂດຍ​ກ່າວ​ວ່າ ພວກເຂົາ​ເຄື່ອນ​ຍ້າຍ​ການ​ເດີນ​ຂະ​ບວນປະ​ທ້ວງ ​ໄປ​ຍັງບ່ອນ​ອື່ນ ​ແລະ ບໍ່​ມີ​ສ່ວນ​ຮ່ວມ​ນຳ​ການ​ກໍ່​ຄວາມ​ຮຸນ​ແຮງນັ້ນ.

ບັນດາ​ເຈົ້າໜ້າ​ທີ່ ກ່າວໃນ​ວັນ​ອາທິດ​ວານ​ນີ້​ວ່າ ພວກ​ປະ​ທ້ວງ 43 ຄົນ​ ​ແລະ ​ເຈົ້າໜ້າ​ທີ່ຕຳຫຼວດ ​30 ຄົນ ໄດ້​ຮັບ​ບາດ​ເຈັບ.

ນາຍົກລັດຖະມົນຕີ ທ່ານ Tammam Salam ​ໄດປະຕິຍານ ​ໃນ​ວັນ​ອາທິດ​ວານ​ນີ້ ​ວ່າ ຈະ​ນຳ​ເອົາ​ພວກ​ທີ່​ຮັບຜິດຊອບ ສຳ​ຫລັບ​ການ​ໃຊ້​ກຳລັງ​ເກີນ​ຂອບ​ເຂດ ຕໍ່​ພວກ​ປະ​ທ້ວງ​ນັ້ນ ມາ​ລົງໂທດ.

Lebanon Violence
please wait
Embed

No media source currently available

0:00 0:00:57 0:00

XS
SM
MD
LG