ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມີການຈັດຕັ້ງ ເພື່ອຕໍ່ຕ້ານ ການກໍ່ລັດຖະປະຫານ ຂອງທະຫານ ໃນໄທ (ວີດີໂອ ກ່ຽວຂ້ອງ)


ນາຍ​ພົນ ປຣະຍຸດ ຈັນໂອຊາ
ນາຍ​ພົນ ປຣະຍຸດ ຈັນໂອຊາ
ຮ່ອງຮອຍ​ອັນ​ທຳ​ອິດ​ ກ່ຽວກັບການຈັດ​ຕັ້ງການຄັດ​ຄ້ານ ຕໍ່​ການ​ກໍ່​ລັດຖະປະຫານຂອງພວກທະຫານຂອງໄທ ໄດ້ປາກົດໃຫ້ເຫັນ
​ໂດຍ​ທີ່ອະດີີດ​ລັດຖະມົນຕີ​ຄົນນຶ່ງຂອງ​ລັດຖະບານ ​ທີ່​ຖືກ​ໂຄ່ນ​ລົ້ມ
ປະຕິຍານ​ທີ່​ຈະ​ເຮັດ​ວຽກ​ຮ່ວມ​ກັນ ​ກັບພວກ​ຕໍ່ຕ້ານທັງຫຼາຍເພື່ອ
ຟື້ນ​ຟູຫຼັກການຂອງ​ລະບອບປະຊາທິປະ​ໄຕ.

ການ​ຈັດຕັ້ງ​ອົງການເສລີໄທເພື່ອສິດທິມະນຸດແລະປະຊາທິ
ປະໄຕຫຼື Oraganization of Free Thais for Human
Rights and Democracy ​ໄດ້ປະກາດ​ໃນ​ວັນ​ອັງຄານ​ມື້​ນີ້ ​
ໃນ​ຈົດໝາຍ​ເ​ປີດ​ຊອງ ຈາກທ່ານ Jarupong Ruangsuwan.

ທ່ານ Jarupong ​ແມ່ນ​ຫົວໜ້າ​ຂອງ​ພັກ​ເພື່ອ​ໄທ ຂອງ​ອະດີດ​ນາຍົກ​ລັດຖະມົນຕີ​ ຍິ່ງລັກ ຊິນນະ​ວັດ ຜູ້​ຊຶ່ງ​ຖືກ​ປົດອອກຈາກຕຳແໜ່ງ ​ໂດຍສານ​ລັດຖະທຳ​ມະນູນ ກ່ອນ​ການກໍ່​ລັດຖະປະຫານ ​ໃນ​ເດືອນ​ພຶດສະພາ​ຜ່ານ​ມາ​ນີ້.

ທ່ານໄດ້​ກ່າວ​ວ່າ ການ​ປຸກລະດົມໃໝ່ຈະ​ຊ່ອຍຈັດ​ຕັ້ງການຕໍ່ຕ້ານຂຶ້ນ ທັງຢູ່ພາຍໃນແລະ
ນອກປະ​ເທດ ຕໍ່ພວກ​ທະຫານ ຊຶ່ງ​ທ່ານ​ໄດ້​ກ່າວ​ວ່າ ​ບໍ່​ແມ່ນ​ປະຊາທິປະ​ໄຕ ​ແລະກໍພະຍາ
ຍາມ​ທີ່​ຈະ​ຮັກສາ​ບົດບາດ​ຂອງ​ຕົນໄວ້ຢູ່​ໃນວົງການ​ເມືອງນັ້ນ.

ທ່ານ Sihasak Phuangketkeow ຮັກສາການລັດຖະມົນຕີ​ການ​ຕ່າງປະ​ເທດ ບໍ່ໄດ້​ໃຫ້ ຄວາມສຳຄັນ​ ຕໍ່​ການ​ປະກາດ​ດັ່ງກ່າວນີ້ ​ໂດຍ​ເວົ້າ​ວ່າ “​ມີພຽງລັດຖະບານ​ດຽວ​ເທົ່າ​ນັ້ນ​ ທີ່ ຖືກຕ້ອງຕາມກົດໝາຍ” ຢູ່ໃນ​ປະ​ເທດ​ໄທ.

ຍັງ​ບໍ່​ທັນ​ເປັນ​ທີ່​ແຈ້ງ​ຂາວ​ເທື່ອ​ວ່າ ກຸ່ມ​ດັ່ງກ່າວ​ນີ້ຈະຕັ້ງຢູ່ໃສ ຫຼື​ຈະຄັດຄ້ານຕໍ່ການປົກຄອງ ຂອງພວກທະຫານດ້ວຍ​ວິທີ​ໃດຊຶ່ງໄດ້ທຳການປາບປາມຢ່າງໜັກຕໍ່ຮ່ອງຮອຍໃດໆກໍຕາມ ໃນການປະທ້ວງ ຕໍ່ຕ້ານການເຂົ້າຍຶດອຳນາດຂອງຕົນນັ້ນ.

ວີດີໂອ: ໝໍດູ ກັບການເມືອງ ໃນໄທ:
Thai Politics Challenges Fortune-Tellers
please wait

No media source currently available

0:00 0:02:10 0:00


XS
SM
MD
LG