ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ຜູ້ປົກຄອງລັດ ອໍເຣກອນ ຮຽກຮ້ອງໃຫ້ຢຸດ “ວົງຈອນຂອງຄວາມຮຸນແຮງ” ໃນນະຄອນ ພອດແລນ


ສົບຂອງຜູ້ຊາຍຄົນນຶ່ງທີ່ຖືກຍິງເສຍຊີວິດ ນອນຢູ່ພື້ນດິນໃນນະຄອນ ພອດແລນ.
ສົບຂອງຜູ້ຊາຍຄົນນຶ່ງທີ່ຖືກຍິງເສຍຊີວິດ ນອນຢູ່ພື້ນດິນໃນນະຄອນ ພອດແລນ.

ວັນອາທິດວານນີ້ໄດ້ມີການສືບຕໍ່ປະທ້ວງຢູ່ນະຄອນ ພອດແລນ ລັດ ອໍເຣກອນ, ພ້ອມກັບການສັນ ຍາຈາກຜູ້ຄອງລັດດັ່ງກ່າວ ທີ່ຈະສະໜັບສະໜູນຕຳຫຼວດ ແລະ ແກ້ໄຂບັນຫາພື້ນຖານທີ່ກໍ່ໃຫ້ເກີດການປະທ້ວງຕໍ່ຕ້ານຄວາມບໍ່ຍຸຕິທຳດ້ານເຊື້ອຊາດຜິວພັນ.

ຜູ້ປະທ້ວງກຸ່ມນຶ່ງໄດ້ໄປຕຶກອາຄານທີ່ຖືກໃຊ້ໂດຍບັນດາເຈົ້າໜ້າທີ່ບັງຄັບໃຊ້ກົດໝາຍໃນວັນອາທິດວານນີ້, ແລະ ຄືກັບຫຼາຍໆຄືນໃນລະຫວ່າງການປະທ້ວງນັ້ນ, ຕຳຫຼວດນະຄອນ ພອດແລນ ໄດ້ປະກາດການເຕົ້າໂຮມກັນທີ່ວ່າດັ່ງກັບ “ຜິດກົດໝາຍ” ແລະ ໄດ້ທຳການຈັບກຸມ.

ຜູ້ປົກຄອງລັດ ອໍເຣກອນ ທ່ານນາງ ເຄດ ບຣາວນ໌ ໄດ້ກ່າວໃນຖະແຫຼງການສະບັບນຶ່ງໃນຕອນຄໍ່າຂອງວັນອາທິດວານນີ້ວ່າ ທຸກຄົນ, ລວມທັງບັນດາເຈົ້າໜ້າທີ່ ທີ່ຖືກເລືອກ, ເຈົ້າໜ້າທີ່ບັງຄັບໃຊ້ກົດ ໝາຍ ແລະ ຜູ້ນຳຊຸມຊົນ, ຕ້ອງຮ່ວມມືກັນເພື່ອຢຸດວົງຈອນຂອງຄວາມຮຸນແຮງໃນນະຄອນ ພອດແລນ, ແລະ ວ່າ “ການປ່ຽນ ແປງທີ່ແທ້ຈິງຕ້ອງມາຈາກການເຮັດວຽກໜັກ ເພື່ອບັນລຸຄວາມຍຸຕິທຳດ້ານເຊື້ອຊາດຜິວພັນ.”

ທ່ານນາງ ບຣາວນ໌ ໄດ້ປະກາດວ່າ ຕຳຫຼວດຂອງລັດຈະສົ່ງບັນດາເຈົ້າໜ້າທີ່ ໄປນະຄອນ ພອດແລນ ເພື່ອໄປຊ່ວຍບັນດານັກສືບສວນສອບສວນໃນທ້ອງຖິ່ນ ເພື່ອ “ທຳການຈັບກຸມ ແລະ ຕັ້ງຂໍ້ຫາຕໍ່ຜູ້ທີ່ພົວພັນໃນການກະທຳຄວາມຮຸນແຮງ,” ແລະ ຈະຈັດກອງປະຊຸມສາທາລະນະກັບເຈົ້າເມືອງ ພອດແລນ ທ່ານ ເທັດ ວີລເລີ, ຜູ້ຈັດການປະທ້ວງ ແລະ ບັນດາຜູ້ນຳຊຸມຊົນ.

ທ່ານນາງຍັງໄດ້ກ່າວວິຈານການກະທຳຂອງພວກ “ສະມາຊິກກຸ່ມປີກຂວາຕິດອາວຸດ” ຜູ້ທີ່ໄດ້ປະ ເຊີນໜ້າກັບຜູ້ປະທ້ວງໃນຫຼາຍເມືອງຂອງ ສະຫະລັດ, ນຶ່ງວັນ ຫຼັງຈາກການຍິງກັນທີ່ຮ້າຍແຮງເຖິງຊີວິດ ທີ່ໄດ້ເກີດຂຶ້ນລຸນຫຼັງການປະທະກັນ ລະຫວ່າງຜູ້ສະໜັບສະໜູນປະທານາທິບໍດີ ດໍໂນລ ທຣຳ ກັບພວກປາບປາມຜູ້ປະທ້ວງ.

ທ່ານນາງ ບຣາວນ໌ ໄດ້ກ່າວໃນຖະແຫຼງການສະບບັນນຶ່ງວ່າ “ກຸ່ມປີກຂວາ Patriot Prayer ແລະ ຜູ້ທີ່ອ້າງຕົນເອງວ່າເປັນສະມາຊິກທະຫານບ້ານ” ໄດ້ຂັບລົດເຂົ້າໄປໃນຕົວເມືອງຂອງນະຄອນ ພອດແລນ ໃນຄືນທີ່ຜ່ານມາ, ພົກພາອາວຸດ ແລະ ຊອກຫາເລື່ອງຕີກັນ. ປະຊາຊົນ ອໍເຣກອນ ທຸກຄົນມີສິດທີ່ຈະສະແດງຄວາມຄິດເຫັນຂອງເຂົາເຈົ້າຢ່າງເປັນອິດສະຫຼະໂດຍປາສະຈາກຄວາມຢ້ານກົວ ກ່ຽວກັບ ອັນຕະລາຍທີ່ຮ້າຍແຮງ. ຂ້າພະເຈົ້າຈະບໍ່ອະນຸຍາດໃຫ້ກຸ່ມ Patriot Prayer ກັບ ພວກຄົນຂາວທີ່ຄິດວ່າຕົນເປັນຍອດໝູ່ ນຳເອົາການນອງເລືອດມາສູ່ຖະໜົນຂອງພວກເຮົາຕື່ມອີກ.”

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG