ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ສະຫະລັດຈັບໜຸ່ມ ເຊື້ອສາຍໂຊມາເລຍ ໃນຂໍ້ຫາຈະວາງລະເບີດ


ທ້າວ ໂມຮາມັດ ໂອສມັນ ໂມຮາມັກ ຜູ້ຕ້ອງຫາວາງລະເບີດ ທີ່
ເມອງພອດແລນ ລັດ Oregon
ທ້າວ ໂມຮາມັດ ໂອສມັນ ໂມຮາມັກ ຜູ້ຕ້ອງຫາວາງລະເບີດ ທີ່ ເມອງພອດແລນ ລັດ Oregon

ໄອ​ຍະ​ການ​ສານສະຫະລັດ ​ເວົ້າວ່າ ​ໜຸ່ມຄົນ Oregon ຜູ້​ນຶ່ງ ທີ່​ມີ​ເຊື້ອສາຍໂຊ​ມາເລຍ
ໄດ້​ຖືກ​ຈັບ​ກຸມ​ໃນ​ຂໍ້ຫາວາງ​ແຜນກໍ່ການຮ້າຍໂດຍ​ເອົາ​ລູກ​ລະ​ເບີດ​ໃສ່​ລົດ ​ເພື່ອຈະໄປ
ວາງໃນພີ​ທີ​ໄຕ້​ໄຟ​ຕົ້ນຄຣິສມາສ​ແຫ່ງນຶ່ງ ຢູ່ພາກ​ຕາ​ເວັນ​ອອກສຽງ​ເໜືອຂອງເມືອງ
ພອດ​ແລນ, ລັດ Oregon, ​ໃນ​ຄືນວັນ​ສຸກ ວານ​ນີ້.

ພວກ​ເຈົ້າໜ້າທີ່​ກ່າວ​ວ່າ ທ້າວ Mohamed Osman Mohamud ອາຍຸ 19 ປີ ຖືກ
ພວກ​ເຈົ້າໜ້າທີ່ຕຳຫລວດສັນຕິ​ບານ​ກາງຂອງ​ສະຫະລັດ ຫລື FBI ຈັບ​ໂຕ​ໄວ້ ລຸນ​ຫລັງ
ທີ່​ລາວ​ໄດ້ໝຸນ​ເລກ​ໂທລະສັບ​ມື​ຖື​ຂອງ​ລາວ ​ໂດຍ​ຕັ້ງ​ໃຈ​ວ່າ​ຈະ​ຈຸດ​ສະ​ນວນ​ລະ​ເບີດ ​ແຕ່ບັງ
ເອີນ​ຜັດເປັນ​ການ​ໂທໄປຫາ FBI ທີ່ຢູ່​ໃນ​ວົງ​ການ​ປະຕິບັດ​ງານ.

ທ້າວ Mohamud ​ໃນ​ເມື່ອ​ກ່ອນ​ໄດ້ຮັບວັດຖຸລະ​ເບີດຈາກພວກ​ເຈົ້າໜ້າທີ່​ຕຳຫລວດ​ລັບ
ທີ່ຮູ້ຈັກ​ກ່ຽວກັບ​ແຜນກໍ່ການຮ້າຍທີ່ຖືກ​ກ່າວ​ຫານີ້ຂອງລາວ ປີ​ກາຍ​ນີ້.

ໄອ​ຍະ​ການ​ສານ ​ເວົ້າວ່າ ທ້າວ Mohamud ​ໄດ້​ເປີດ​ເຜີຍ​ແຜນ​ຂອງ​ລາວ​ໃຫ້ແກ່ພວກ​ເຈົ້າ
ໜ້າທີ່​ຕຳຫລວດ​ລັບ​ໂດຍ​ບໍ່ຮູ້ຕົວ ຜ່ານ​ທາງ ອີເມລ ​ໃນ​ຫລາຍໆ​ເດືອນກ່ອນໜ້ານີ້ ຍ້ອນ
ເຊື່ອ​ວ່າລາວ​ກຳລັງ​ຕິດຕໍ່ກັບ​ຜູ້​ສົມຮູ້ຮ່ວມຄິດ​ກັບ​ລາວຢູ່​ປາ​ກິ​ສຖານ.

ທ້າວ Mohamud ຈະ​ປາກົດ​ຕົວ​ທີ່​ສານ​ກາງຂອງລັດຖະບານກາງ ຢູ່​ເມືອງ ພອດ​ແລນ ໃນ​
ມື້ວັນ​ຈັນ​ທີ່​ຈະ​ມາ​ເຖິງ​ນີ້ ​ໃນ​ກໍລະນີ​ຟ້ອງຮ້ອງກ່ຽວກັບ​ການກໍ່ອາ​ຊະ​ຍາ​ກຳ ​ເພື່ອ​ໃຊ້​ອາວຸດ​ທຳ​
ລາຍ​ລ້າງຜານ​ປະຊາຊົນຂະໜານ​ໃຫຍ່.

XS
SM
MD
LG