ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຄະນະຕຸລາການ ໄດ້ຕັດສິນ ໃຫ້ຈຳເລີຍ ພົ້ນໂທດ ໃນຄະດີດິນ ຢູ່ລັດ Oregon


ຈຳເລີຍ Neil Wampler ກ່າວຕໍ່ນັກຂ່າວ ຂະນະທີ່ຜູ້ກ່ຽວ ອອກມາຈາກສານລັດຖະບານກາງ ທີ່ເມືອງ Portland ລັດ Oregon. (27 ຕຸລາ 2016)​
ຈຳເລີຍ Neil Wampler ກ່າວຕໍ່ນັກຂ່າວ ຂະນະທີ່ຜູ້ກ່ຽວ ອອກມາຈາກສານລັດຖະບານກາງ ທີ່ເມືອງ Portland ລັດ Oregon. (27 ຕຸລາ 2016)​

ຄະນະ​ຕຸລາການ​ຈຸ​ນຶ່ງ ​ຂອງ​ລັດຖະບານ​ກາງ​ສະຫະລັດ ​ໄດ້​ຕັດສິນ ​ໃຫ້​ພວກ​ຫົວ​ຮຸນ​ແຮງ​ຕໍ່ຕ້ານ​ລັດຖະບານ 7 ຄົນພົ້ນ​ໂທດ ທີ່​ໄດ້​ນຳພາ​ການ​ເຂົ້າຍຶດ​ເອົາ​ສູນກາງ​ຄຸ້ມ​ຄອງ​ສັດປ່າ ​ດ້ວຍ​ກຳລັງ​ອາວຸດ ຢູ່ທີ່​ລັດ​ Oregon ທາງ​ພາກ​ຕາ​ເວັນ​ຕົກສຽງ​ເໜືອ​ຂອງ​ສະຫະລັດ ​ໃນ ຕົ້ນປີນີ້.

ຄະນະ​ຕຸລາການ​ທີ່​ນະຄອນ Portland ລັດ Oregon ​ໄດ້​ຕັດສິນ​ໃຫ້​ພົ້ນ​ໂທດ ຈຳ​ເລີຍ​ທັງ​ 7 ຄົນ​ໃນ​ວັນ​ພະຫັດ​ວານ​ນີ້. ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ກ່າວ​ຫາ​ວ່າສົມຮູ້​ຮ່ວມ​ຄິດ​ເພື່ອ​ຂັດຂວາງ​ພະນັກງານ​ຂອງ​ລັດຖະບານ​ກາງດ້ວຍ​ການ​ຂົ່ມຂູ່​ທີ່​ຈະໃຊ້​ກຳລັງທີ່​ສູນ​ກາງ​ຄຸ້ມ​ຄອງ​ສັດປ່າ​ແຫ່ງ​ຊາດ Malheur ໃນ​ເດືອນ​ມັງກອນ​ຕົ້ນປີນີ້.

ຖ້າ​ຫາກ​ຖືກ​ພົບ​ເຫັນ​ວ່າ​ມີ​ຄວາມ​ຜິດ ພວກ​ກ່ຽວ​ອາດ​ຈະ​ໄດ້​ຮັບ​ໂທດ​ໜັກ​ເຖິງ​ຈຳຄຸກ​ເຖິງ 6 ປີ​ໃນ​ຂໍ້​ຫາ​ສົມຮູ້​ຮ່ວມ​ຄິດ.

ພວກ​ຈຳ​ເລີຍ​ໄດ້​ປະ​ເຊີນ​ໜ້າ​ເປັນ​ເວລາ 41 ມື້ ທີ່​ສູນ​ກາງ​ຄຸ້ມ​ຄອງ​ສັດປ່າ ​ໂດຍ​ຮຽກຮ້ອງ​ເອົາ​ຄວາມ​ສົນ​ໃຈ ໃນ​ການ​ຮ້ອງທຸກ​ຂອງ​ພວກ​ເຂົາ​ເຈົ້າ ກ່ຽວ​ກັບ​ການ​ບໍລິຫານ​ງານທີ່​ຜິດ​ພາດ​ໃນ​ເລື້ອງທີ່​ດິນ​ຂອງ​ລັດຖະບານ​ກາງ.

ດິນ​ດັ່ງກ່າວ​ແມ່ນ​ໄດ້​ຖືກ​ຈຳກັດ​ບໍ່​ໃຫ້​ມີ​ການ​ຕັດ​ໄມ້ ຂຸດ​ຄົ້ນ​ແຮ່​ທາດ​ແລະ​ລ້ຽງສັດໃນ​ຄວາມ​ພະຍາຍາມ​ເພື່ອ​ປົກ​ປ້ອງ​ສະພາບ​ແວດ​ລ້ອມ. ສອງອ້າຍນ້ອງ​ ທ້າວ Ammon ​ແລະ Ryan Bundy ທີ່​ເປັນ​ຜູ້ນຳ​ພາ​ ໃນ​ການ​ເຂົ້າຍຶດສູນ​ກາງດັ່ງກ່າວ ​ແມ່ນ​ເປັນ​ເຈົ້າຂອງ​ຟາ​ມລ້ຽງສັດ​ທີ່​ໂຕ້​ແຍ້​ງວ່າ ພວກ​ສັດລ້ຽງ​ຄວນ​ໄດ້​ຮັບອະນຸຍາດ​ໃຫ້​ເຂົ້າ​ໄປ​ກິນ​ຫຍ້າ​ຢູ່​ໃນ​ດິນ​ຂອງ​ລັດຖະ ບານ​.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG