ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ເມສາ ໒໐໒໔

ຜູ້ຄົນ ຈຳນວນນຶ່ງ ຍັງສືບຕໍ່ ປະທ້ວງ ຢ່າງສະຫງົບ ທີ່ເມືອງ Ferguson (ສະໄລດ໌/ວີດີໂອ)


ພວກປະທ້ວງພາກັນເດີນຂະບວນ ຢູ່ໃນເມືອງ Ferguson ໃນວັນພະຫັດວານນີ້.
ພວກປະທ້ວງພາກັນເດີນຂະບວນ ຢູ່ໃນເມືອງ Ferguson ໃນວັນພະຫັດວານນີ້.

ຈຳນວນຜູ້ປະທ້ວງ ທີ່ເມືອງ Ferguson ໃນ​ພາກ​ກາງຂອງ ສະ
ຫະລັດ ໄດ້ຫລຸດ​ລົງ ​ໃນ​ວັນ​ພະຫັດ​ວານ​ນີ້ ຫຼັງ​ຈາກກຳລັງ​ພິທັກ
​ຊາດໄດ້​ຖອນ​ອອກ​ໄປ ຈາກ​ເມືອງດັ່ງກ່າວ ທີ່​ໄດ້​ເກີດຄວາມບໍ່
ສະຫງົບ ມາ​ໄດ້ 12 ມື້ແລ້ວ ລຸນຫຼັງ​ທີ່ຕຳຫຼວດໄດ້​ຍິງໜຸ່ມນ້ອຍ
ຜິວ​ດຳ​ທີ່​ບໍ່​ມີ​ອາວຸດຄົນນຶ່ງຕາຍ.

ກຸ່ມ​ນຶ່ງ​ປະມານ 100 ຄົນ ​ພາກັນ​ເດີນ​ຂະບວນປະ​ທ້ວງ ​ຢູ່​ໃນ​
ເມືອງດັ່ງກ່າວ​ໃກ້​ກັບ​ບ່ອນ​ທີ່ທ້າວ Michael Brown ​ໄດ້​ຖື​ກ
ຍິງ​ຈາກ ໂດຍ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ຜີວຂາວ​ໃນ​ວັນ​ທີ 9 ​ເດືອນ​
ນີ້. ​ເປັນ​ຄືນ​ທີສອງ​ ຕິດ​ຕໍ່​ກັນ ​ທີ່ບໍ່​ມີ​ການ​ປະ​ທະ​ກັນທີ່ສຳຄັນ
​ເກີດ​ຂື້ນ ລະຫວ່າງຕຳຫລວດ ​ແລະ ​ພວກ​ປະ​ທ້ວງ ​ເຖິງ​ແມ່ນ​
ຕໍາ ຫລວດ ​ໄດ້​ລາຍ​ງານ​ວ່າ ມີ​ຜູ້​ຖືກ​ຈັບ​ຫ້າ​ຄົນ.

​ໃນ​ຕອນ​ເຊົ້າ​ວັນ​ພະຫັດ​ວານ​ນີ້ ຜູ້​ປົກ​ຄອງ​ລັດ Missouri ທ່ານ Jay Nixon ​ໄດ້​ສັ່ງ​ໃຫ້​ກຳ
ລັງ​ພິທັກ​ຊາດຖອນອອກໄປ ​ເພາະວ່າ ສະຖານະ​ການ “​ໄດ້​ດີ​ຂື້ນ​ຢ່າງ​ຫຼວງຫລາຍ ໂດຍມີ
ເຫດການຕ່າງໆ ຫລຸດໜ້ອຍລົງ ທີ່ພວກຍຸຍົງ ຈາກພາຍນອກ ​ເຂົ້າແຊກ​ແຊງ​ລົບກວນ ຕໍ່
ພວກ​ປະ​ທ້ວງ​ແບບ​ສະຫງົບແລະ​ມີ​ການ​ກໍ່ ຄວາມຮຸນ​ແຮງ​ຫລຸດລົງ.”

ມີຫຼາຍກວ່າ 150 ຄົນ ໄດ້ຖືກຈັບທີ່ເມືອງ Ferguson ນັບແຕ່ການປະທ້ວງ ໄດ້ເລີ້ມຂຶ້ນ
ສ່ວນໃຫຍ່ກໍແມ່ນບໍ່ເຊື່ອຟັງຄຳສັ່ງຂອງຕຳຫຼວດໃຫ້ແຍກຍ້າຍກັນໜີ.

ທີ່​ນະຄອນຫລວງວໍ​ຊິງ​ຕັນ ລັດ​ຖະມົນ​ຕີ ກະ​ຊວງ​ຍຸ​ຕິ​ທໍາ ທ່ານ Eric Holder ​ໄດ້​ໃຫ້ການ
​ຄໍ້າປະກັນ​ແກ່​ພວກ​ປະ​ທ້ວງ​ວ່າ ການ​ສືບສວນ​ຂອງລັດຖະບານ​ກາງໃນເລື່ອງສິດທິພົນລະ
ເມືອງກ່ຽວກັບການຍິງທ້າວ Brown ຕາຍ ພວມດຳເນີນຢູ່.

Calls for Justice Grow as Ferguson Violence Fades
please wait

No media source currently available

0:00 0:02:26 0:00

ທ່ານ Holder ກ່າວ​ວ່າ ການ​ເດີນທາງ​ເປັນເວລາ​ສັ້ນ​ໆ​ ໄປຍັງ​ລັດ Missouri ​ກ່ອນໜ້າ
ນີ້ ເພື່ອ​ໂອ້​ລົມ​ກັບ​ປະຊາຊົນ​ແລະ​ບັນດາ​ເຈົ້າ​ໜ້າ​ທີ່​ຕຳຫລວດຢູ່ທີ່ນັ້ນ ​ໄດ້​ເປັນ​ຜົນ​ຕໍ່​ທ່ານ
ຄື​ກັບ​ເຫດການ​ຈຳນວນນຶ່ງ ທີ່ໄດ້​ເກີດ​ຂື້ນ​ແກ່​ທ່ານ ​ໃນ​ນາມ​ຫົວໜ້າ​ກະ​ຊວງ​ຍຸຕິ​ທຳ.

ທ່ານ Eric Holder ກ່່າວ​ວ່າ “​ໃນ​ຂະນະ​ທີ່ຂ້າພະ​ເຈົ້າ​ໄດ້​ໄປ​ເມືອງ Ferguson ​ເພື່ອ​ໃຫ້
ການ​ຄ້ຳປະກັນ ຄວາມ​ຈິງ​ແລ້ວ ​ເຂົາ​ເຈົ້າ​ໄດ້ໃຫ້​ຄວາມ​ຫວັງ​ ແກ່ຂ້າພະ​ເຈົ້າ. ຄວາມ​ໝັ້ນ​
ໝາຍ​ຂອງຂ້າພະ​ເຈົ້າ ທີ່​ມີຕໍ່​ເຂົ້າ​ເຈົ້ານັ້ນ ກໍ​ຄື ຫລັງ​ຈາກ​ເລື້ອງໂສກ​ເສົ້າ​ ທີ່ໄດ້​ເກີດ​ຂື້ນນີ້
ບໍ່​ໄດ້​ຮັບ​ລະດັບຄວາມສົນ​ໃຈ ​ໃນ​ຂັ້ນ​ນີ້ອີກແລ້ວ ກະ​ຊວງຍຸ​ຕິ​ທຳ ກໍຍັງຈະ​ຢືນ​ຄຽງຄູ່ຢູ່ກັບ
​ເມືອງ Ferguson.”

ທ່ານ Holder ກ່າວ​ອີ​ກວ່າ ມັນ​ແຈ້ງ​ຂາວທີ່​ການ​ຍິງ “​ໄດ້​ນຳ​ເອົາຄວາມ​ເຄັ່ງ​ຕຶງ ທີ່ແຝງຢູ່
ໃຕ້ພື້ນຜິວນັ້ນປາກົດຕົວຂຶ້ນ” ຢູ່​ໃນ​ເມືອງ​ບ່ອນ​ທີ່ທ້າວ Michael Brow ໜຸ່ມ​ນ້ອຍອາຍຸ
18 ປີ ​ໄດ້​ເສຍ​ຊີວິດ​ໄປ​ນັ້ນ.

ທ່ານ Holder ກ່າວ​ວ່າ “ມີ​ປະຫວັດ​ສາດ​ກ່ຽວກັບຄວາມເຄັ່ງ​ຕຶງເຫຼົ່ານີ້ແລະ​ປະຫວັດ​ສາດ ດັ່ງກ່າວ​ໄດ້​ຫຸ່ມ​ຮ້ອນ​ຢູ່​ໃນ​ຫລາຍ​ປະຊາ​ຄົມ ບໍ່​ພຽງ​ແຕ່ເມືອງ Ferguson ທໍ່ນັ້ນ.”

US POLICE SHOOTING VO
please wait
Embed

No media source currently available

0:00 0:00:39 0:00

XS
SM
MD
LG