ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ງານສະແດງດອກກ້ວຍໄມ້ ທີ່ວໍຊິງຕັນ ມີກ້ວຍໄມ້ຈາກລາວ ນໍາ (​ເບິ່ງ​ສະໄລດ໌ກັບວີ​ດີ​ໂອ​ລາວ/ອັງກິດ)


ເວລາ​ນີ້ ກໍາລັງມີ​ການວາງຈັດສະແດງກ້ວຍ​ໄມ້​ ຫລາຍ​ຮ້ອຍ​ຕົ້ນ​ຈາກ​ທົ່ວ​ໂລກ ຢູ່ທີ່ສວນພຶກ ສາຊາດ​ຂອງສະຫະລັດ​ ໃນ​ນະຄອນຫລວງ​ວໍ​ຊິງ​ຕັນ. ​ເທດສະການ​ສະ​ແດງກ້ວຍ​ໄມ້​ຂອງ​ປີ​ນີ້ ​ແມ່ນ​ອຸທິດ​ໃຫ້​ແກ່​ວາລະ​ຄົບຮອບ​ນຶ່ງ​ຮ້ອຍ​ປີ​ຂອງ​ ຂອງ​ຂວັນ​ຕົ້ນ​ດອກ​ຊາ​ກູລະ ທີ່​ຍີ່ປຸ່ນ​​ໄດ້​ມອບ​ໃຫ້​ວໍ​ຊິງ​ຕັນ​ດີ​ຊີ. ຜູ້​ສື່​ຂ່າວ​ວີ​ໂອ​ເອ Zulima Palacio ​ໄດ້​ໄປຊົມ​ດອກກ້ວຍ​ໄມ້​​ເຫລົ່າ ນີ້​ຢ່າງ​​ໃກ້​ຊິດ​ ໃນ​ງານ​ເທດສະການດັ່ງກ່າວ ຊຶ່ງ​ທອງ​ປານຈະ​ນໍາ​ມາ​ເລົ່າ​ສູ່ທ່ານຟັງ.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ ​ເປັນພາສາ​ລາວ:

ກ້ວຍ​ຫລາຍ​ຮ້ອຍ​ຕົ້ນ ທັງ​ຊະນິດ​ທີ່​ຫາ​ຍາກ​ແລະຊະນິດທີ່​ມີ​ຢູ່​ທົ່ວ​ໄປ ​ຖືກ​ນໍາ​ມາສະ​ແດງ​ທີ່​
ເມືອງ​ຫລວງຂອງ​ສະຫະລັດ ​ເພື່ອ​ເປັນ​ການສະດຸ​ດີ​ປະ​ເທດຍີ່ປຸ່ນ ​ແລະ​ວາງແນວ​ທາງ​ສໍາ
ລັບງານ​ບຸນ​ດອກ​ຊາ​ກູ​ລະ​ບານ​ ຫລື Cherry Blossom Festival ທີ່​ຈະມາ​ເຖິງ​ນີ້ ຊຶ່ງ​ປີ​
ນີ້ແມ່ນເປັນ​ການສະ​ເຫລີ​ມສະຫລອງ​ວັນ​ຄົບຮອບ​ນຶ່ງ​ຮ້ອຍ​ປີ​ຂອງ ຂອງ​ຂວັນ​ຕົ້ນ​ຊາ​ກູລະ​
ທີ່ຍີ່ປຸ່ນ​ໄດ້ມອບ​ ໃຫ້​ສະຫະລັດ.

ດອກກ້ວຍໄມ້ ຈາກປະເທດລາວ
ດອກກ້ວຍໄມ້ ຈາກປະເທດລາວ

Holly Shimizu ຜູ້​ອໍານວຍ​ການ​ສວນ
ພຶກສາຊາດ ກ່າວ​ວ່າ ການ​ຕົ​ກ​ແຕ່ງສວນ
ແບບ​ຍີ່ປຸ່ນຂອງ​ປີ​ນີ້ ແມ່ນຄວາມ​ພະຍາ
ຍາມເພື່ອຜະ​ສົມ​ຜະສານ​ຄວາມງົດ​ງາມ​
ຂອງ​ສວນຍີ່ປຸ່ນ​ ເຂົ້າກັບ​ຄວາມ​ງາມ​ຂອງ
ດອກກ້ວຍ​ໄມ້. ນາງ Shimizu ​ເວົ້າວ່າ

“ເຮົາ​ເອົາສອງ​ສິ່ງມາຜະສົມ​ຜະສານ​ເຂົ້າກັນ ຄື ​ດອກກ້ວຍ​ໄມ້ກັບການ
ສະ​ເຫລີ​ມສະຫລອງປະ​ຈໍາປີ ​ຂອງ​
ຂວັນ​ຕົ້ນ​ຊາ​ກູລະ​ຈາກຍີ່ປຸ່ນ​ ທີ່​ມອບ
ໃຫ້ລັດຖະບານ​ສະຫະ​ລັດ ຮວມທັງ​
ຕົ້ນ​ຊາ​ກູລະ​ທັງ​ໝົດ ​ທີ່​ເຮັດ​ໃຫ້​ນະ​
ຄອນຫລວງ​ວໍ​ຊິງຕັນ ​ມີ​ຊື່​ສຽງໂດ່​ງ
ດັງ​ໄປ​ທົ່ວ​ໂລກນັ້ນ.​ ກ້ວຍ​ໄມ້​ນັບ​ວ່າ​
ເປັນ​ພືດ​ພັນ​ທີ່​ສະ​ລັບ​ຊັບຊ້ອນ​ທີ່​ສຸດ
ທີ່ມີຢູ່ ​ແລະ​ກໍ​ເປັນ​ພືດ​ພັນ​ໃນຕະກູນ​ ​
ທີ່​ມີ​ຫລາກ​ຫລາຍຊະນິດ.”

ງານ​ເທດສະການ​ກ້ວຍ​ໄມ້ຄັ້ງ​ນີ້ໄດ້​ນໍາ​ເອົາດອກກ້ວຍ​ໄມ້​ຊະນິດ​ຕ່າງໆ​ທີ່​ເກີດ ຢູ່​ໃນ​ທົ່ວ​ໂລກ​
ມາສະ​ແດງ. ກ້ວຍ​ໄມ້ເຫລົ່າ​ນັ້ນໄດ້​ຖືກ​ນໍາມາ​ປູກ​ໄວ້ຢູ່ໃນເຮືອນ​ຂຽວ ຫ່າງ​ຈາກນີ້​ໄປບໍ່​ເທົ່​າ​ໃດ
ກິ​ໂລ​ແມດ ບ່ອນທີ່ຕ້ອງມີ​ການປັບ​ອຸນຫະພູມ​ໃຫ້​ພໍດີ ເພື່ອ​ກ້ວຍ​ໄມ້​ຈະໄດ້ອອກ​ດອກ​ທັນ​ງານ
ສະ​ແດງ. ນາ​ງ Shimizu ​ເວົ້າອີກ​ວ່າ

ດອກ orchid ຫລື ກ້ວຍໄມ້ ຈາກປະເທດລາວ ທີ່ວາງສະແດງ ຮ່ວມກັບດອກກ້ວຍໄມ້ ຈາກປະເທດອື່ນໆ ຢູ່ສວນພຶກສາຊາດ ທີ່ນະຄອນຫລວງວໍຊິງຕັນດີຊີ ແຕ່ເດືອນມີນາ ຫາເມສາ 2012 ນີ້.
ດອກ orchid ຫລື ກ້ວຍໄມ້ ຈາກປະເທດລາວ ທີ່ວາງສະແດງ ຮ່ວມກັບດອກກ້ວຍໄມ້ ຈາກປະເທດອື່ນໆ ຢູ່ສວນພຶກສາຊາດ ທີ່ນະຄອນຫລວງວໍຊິງຕັນດີຊີ ແຕ່ເດືອນມີນາ ຫາເມສາ 2012 ນີ້.

“ກ້ວຍ​ໄມ້​ເປັນ​ດອກ​ໄມ້​ທີ່​ຜູ້
​ຄົນຊື່ນ​ຊົມ​ມັກ​ຫລາຍ​ທີ່​ສຸດ
​ໃນ​ໂລກ ຄື​ຢູ່​ໃນ​ທົ່ວໂລກຄົນ​
ຈະ​ຍອມ​ເສຍ​ເງິນ​ຈໍານວນ
ຫລວງ​ຫລາຍ​ເພື່ອຊື້ສະ​ສົມ
​ພວກ​ກ້ວຍ​ໄມ້ ​ພັນ​ທີ່ຫາ
​ຍາກ​ແລະສວຍ​ງາມ​ແປກ
​ຕານັ້ນ​."

Nick Nelson ສະຖາປະນິກ​
ຕົບ​ແຕ່ງ​ສວນ​ພືດ​ສາ​ຊາດ​ແຫ່ງ
ນີ້ ​ໄດ້​ໃຊ້​ເວລານຶ່ງ​ປີ​ເຄິ່ງອອກ
ແບບ​ງານເທດສະການ​ກ້ວຍໄມ້
​ນີ້. ​ລາວ​ເວົ້າວ່າ

“ໃນ​ໂຄງ​ສ້າງ​ຂອງ​ສວນ​ແຫ່ງ​ນີ້ ເພິ່ນບໍ່​ອະນຸຍາດ​ໃຫ້​ເຈາະ​ຮູ​ຕາມ​ຝາແລະ​ຮູ​ຕາມ
​ພື້ນ​ດິນ​ເພື່ອຫ້ອຍ ຫລື​ຍຶດ​ເປັນ​ເສົາ​ຫລັກ ​ຫລືອິຫຍັງ​ທໍານອງ​ນັ້ນ. ດັ່ງ​ນັ້ນ ​ເພື່ອ
​ຈະໃຫ້ສິ່ງທີ່​ຕົບ​ແຕ່ງ​ຕັ້ງ​ໄວ້​ ຕັ້ງ​ຢູ່ໂດຍ​ບໍ່​ໃຫ້​ລົ້ມ​ ຢູ່​ໃນ​ສະຖານ​ທີ່​ແຫ່ງ​ນີ້ ກໍແມ່ນ​ຈະ​
ເປັນ​ບັນຫາຢູ່​ສະ​ເໝີ.”

ຊົມພາບດອກຊາກູຣະ ທີ່ກໍາລັງບານ ຢູ່ໃນນະຄອນຫລວງວໍຊິງຕັນ:

ເຖິງ​ແມ່ນ​ຈະ​ມີ​ບັນຫາ​ທ້າ​ທາຍ​ດັ່ງກ່າວກໍ​ຕາມ ສະຖາປະ​ນິກ Nelson ກໍສາມາດ​ສ້າງສັນ​
ສວນ​ແບບ​ປະເພນີ​ຍີ່ປຸ່ນ​ນັ້ນ ຂຶ້ນມາ​ຈົນ​ສໍາ​ເລັດ ຊຶ່ງ​ຄວາມ​ລຽບໆ​ງ່າຍໆ​ຂອງ​ສວນ ​ແມ່ນ
ເປັນອະພິນັນທະນາການ​ໃຫ້​ແກ່​ກ້ວຍ​ໄມ້ທີ່​ງາມ​ສະຫງ່າ ທີ່​ວາງສະ​ແດງ​ຢູ່​ໃນ​ສວນ​ນັ້ນ​ເອງ.

ເທດສະການວາງສະ​ແດງກ້ວຍ​ໄມ້ ພາຍ​ໃຫ້​ຫົວ​ຂໍ້​ “ຄວາມ​ເລັ້ນ​ລັບ​ຂອງ​ກ້ວຍ​ໄມ້ ກໍ​ຄື​ໄຊ
ຊະນະ​ຂອງ​ທໍາ​ມະ​ຊາດ” ຈະດໍາ​ເນີນ​ໄປ​ຈົນ​ເຖິງ​ເດືອນ​ເມສາ​ໜ້າ​ນີ້. ດັ່ງນັ້ນ​ ທ່ານໃດ​ທີ່​ຈະ​
ມາ​ຢ້ຽມຢາມວໍ​ຊິງ​ຕັນ​ດີ​ຊີ ​ເພື່ອ​ຊົມງານ​ບຸນ​ດອກ​ຊາ​ກູ​ລະ​ບານ​ແລ້ວ ກໍ​ຍັງຈະ​ມີ​ໂອກາດ​
ໄດ້ຊຶ່ນ​ຊົມກັບກ້ວຍ​ໄມ້ອັນ​ສະງ່າ​ງາມ ທີ່​ວາງສະ​ແດງ​ຢູ່​ສວນ​ພຶກສາຊາດ​ຂອງ​ສະຫະລັດ ​
ໃກ້​ໆກັບ​ຕຶກ​ລັດຖະສະພາ ​ແລະ​ສະຖານີ​ວິ​ທະ​ຍຸ​ສຽງ​ອາ​ເມຣິກາ ຫລື​ວີ​ໂອ​ເອ ນີ້​ນໍາ.

ເບິ່ງ​ວີ​ດີ​ໂອ​ລາຍ​ງານ​ ພາສາ​ອັງກິດ:

XS
SM
MD
LG