ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໙ ພຶດສະພາ ໒໐໒໔

ທ່ານ ອໍ​​ບານ ໂຈມ​ຕີ​ ສະ​ຫະ​ພາບ ຢູ​ໂຣບ ໃນ​ຂະ​ນະ​ທີ່ທ່ານ​ລະ​ນຶກ​ເຖິງວັນຄົບ​ຮອບ​ການ​ປະ​ຕິ​ວັດ ຕໍ່​ຕ້ານ ໂຊ​ຫວຽດ ປີ 1956


ທຸງ​ຊາດ​ກຳ​ລັງ​ຊັກ​ຂຶ້ນ​ໃນ​ພິ​ທີ​ຄົບ​ຮອບ 66 ປີ ຂອງ​ການ​ລຸ​ກຮື​ຂຶ້ນຕ້ານຄອມ​ມິວ​ນິ​ສ ປີ 1956 ຢູ່​ຕໍ່​ໜ້າ​ສະ​ພາ​ບູ​ດາ​ແປັ​ສ​ທ ປະ​ເທດ​ຮັງ​ກາ​ຣີ ວັນ​ອາ​ທິດ ທີ 23 ຕຸ​ລາ 2022
ທຸງ​ຊາດ​ກຳ​ລັງ​ຊັກ​ຂຶ້ນ​ໃນ​ພິ​ທີ​ຄົບ​ຮອບ 66 ປີ ຂອງ​ການ​ລຸ​ກຮື​ຂຶ້ນຕ້ານຄອມ​ມິວ​ນິ​ສ ປີ 1956 ຢູ່​ຕໍ່​ໜ້າ​ສະ​ພາ​ບູ​ດາ​ແປັ​ສ​ທ ປະ​ເທດ​ຮັງ​ກາ​ຣີ ວັນ​ອາ​ທິດ ທີ 23 ຕຸ​ລາ 2022

ນາຍົກ​ລັດ​ຖະ​ມົນ​ຕີ​ຮັງ​ກາ​ຣີ ທ່ານ​ ວິກ​ເຕີ ອໍບານ ໄດ້​ທຳ​ການປຽບ​ທຽບ​ທາງ​ອ້ອມໃນ​ວັນ​ອາ​ທິດ​ວານ​ນີ້ ​ລະ​ຫວ່າງກອງ​ທະ​ຫານ​ໂຊ​ຫວຽດ​ ທີ່ໄດ້​ໂຈມ​ຕີ ຮັງ​ກາ​ຣີ ໃນ​ລະ​ຫວ່າງ​ການ​ປະ​ຕິ​ວັດ​ປີ 1956 ກັບ​ບັນ​ດາ​ສະ​ຖາ​ບັນ​ສະ​ຫະ​ພາບ​ຢູ​ໂຣບ​ (EU) ໃນປັດ​ຈຸ​ບັນນີ້.

ໃນຂີດ​ໝາຍ​ຄົບ​ຮອບ 66 ປີ ​ຂອງການ​ລຸກ​ຮື​ຂຶ້ນທີ່​ຖືກ​ທັບ​ມ້າງ​ນັ້ນ, ທ່ານ​ ອໍບານ​ ໄດ້​ສະ​ເໜີ​ວ່າ EU ເຊິ່ງພະ​ຍາ​ຍາມ​ທີ່​ຈະ​ຄວບ​ຄຸມ​ປະເທດ ຮັງ​ກາ​ຣີ ທີ່​ປ​ະ​ຊາ​ທິ​ປະ​ໄຕກຳ​ລັງ​ເສື່ອມ​ຖອຍ​ນັ້ນ, ຈະ​ຈົບ​ລົງ​ຄື​ກັບ​ສະ​ຫະ​ພ​າບ​ໂຊ​ຫວຽດ ຊຶ່ງ​ໄດ້ແຕກ​ສະ​ຫລາຍໄປກວ່າສາມ​ທົດ​ສະ​ວັດ​ທີ່​ຜ່ານ​ມາ ອີງ​ຕາມ​ລາຍ​ງານ​ຂອງອົງ​ການ​ຂ່າວ​ AP.

“​ຢ່າ​ໄປ​ສົນກັ​ບ​ພວກ​ທີ່​ຍິງໃສ່​ ຮັງກາ​ຣີ ​ຈາກ​ເງົາ​ມືດ ຫລື​ຈາກ​ລະ​ດັບ​ສູງ​ຂອງນະ​ຄອນຫຼວງ ບ​ຣັ​ສ​ເຊີ​ລສ໌ ປະ​ເທດ ແບ​ລ​ຈຽມ. ເຂົ​າ​ເຈົ້າ​ຈະ​ຈົບ​ຢູ່ບ່ອນດຽວ​ກັບ​ຜູ້​ທີ່​ເຄີຍ​ເຮັດ​ກ່ອນ​ໜ້າ​ເຂົາ​ເຈົ້າ​ນັ້ນ,” ​ອີງ​ຕາມ​ການ​ກ່າວ​ຂອງທ່ານ ​ອໍບານ ໃນ​ຄຳ​ປາ​ໄສ​ຕໍ່​ກຸ່ມ​ຂອງ​ບັນ​ດາ​ແຂກ​ທີ່​ຄັດ​ເລືອກ​ໃນ​ເມືອງ ຊ​າເລ​ເກີ​ເຊັກ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ ຮັງ​ກາ​ຣີ, ທີ່ຂັດຕໍ່​ປະ​ເພີ​ນີຂອງ​ການ​ກ່າວ​ຄຳ​ປາ​ໄສ​ຢູ່​ໃນ​ນະ​ຄອນ​ບູ​ດາ​ແ​ປັ​ສ​ທ ໃນ​ວັນ​ຄົບ​ຮອບ.

​ການປາ​ກົດ​ຕົວ​ຂອງ​ທ່ານຢູ່​ນະ​ຄອນ​ຫລວງ ໃນນຶ່ງ​ຂອງ​ວັນ​ພັກ​ແຫ່ງ​ຊາດທີ່​ສຳ​ຄັນ​ສຸດຂອງຮັງ​ກາ​ຣີນັ້ນ ໄດ້​ມີ​ຂຶ້ນ​ເວ​ລາ​ທີ່ຫລາຍ​ສິບ​ພັນ​ຄົນ​ພ​າ​ກັນ​ປະ​ທ້ວງ​ຢູ່​ໃນ​ນະ​ຄອນຫຼວງ ​ບູດາ​ແປັ​ສ, ຮຽ​ກ​ຮ້ອງການ​ຂຶ້ນ​ຄ່າ​ແຮງ​ງານ ແລະ​ ເງື່ອ​ນ​ໄຂການ​ເຮັດ​ວຽກ​ດີ​ຂຶ້ນ​ແກ່​ບັນ​ດາ​ຄູ​ອາ​ຈານ.

​ການ​ເດີນ​ປະ​ທ້ວງ​ໃນ​ວັນ​ອາ​ທິດ​ວານ​ນີ້ ໄດ້​ເປັນ​ຄື້ນ​ຟອງ​ຂອງ​ການປະ​ທ້ວງ​ຢ່າງ​ຕໍ່​ເນື່ອງໂດຍພວກ​ນາຍ​ຄູ​ ຮັງກາ​ຣີ ແລະ​ ນັກ​ສຶກ​ສາ.

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG