ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຮັງກາຣີ ອາດຈະປິດຊາຍແດນ ທີ່ຕິດກັບ ໂຄຣເອເຊຍ


ນາຍົກລັດຖະມົນຕີຮັງກາຣີ ທ່ານ Viktor Orban
ນາຍົກລັດຖະມົນຕີຮັງກາຣີ ທ່ານ Viktor Orban

ນາຍົກລັດຖະມົນຕີຮັງກາຣີ ທ່ານ Viktor Orban ກ່າວວ່າ ທ່ານ
ຈະຊອກຫາຊ່ອງທາງເພື່ອໃຫ້ໄດ້ຮັບການສະໜັບສະໜຸນຕໍ່ການ
ດຳເນີນ ຄວາມພະຍາຍາມ ຂອງປະເທດຂອງທ່ານ ທີ່ຈະສະກັດ
ກັ້ນພວກອົບພະຍົບ ຢູ່ເຂດຊາຍແດນທາງພາກໃຕ້ຂອງປະເທດ
ທີ່ຕິດກັບໂຄຣເອເຊຍ ຮວມທັງການປິດຊາຍແດນ ດັ່ງທີ່ຮັງກາຣີ
ໄດ້ກະທຳກັບເຊີເບຍ.

ທ່ານ Orban ໃຫ້ຄວາມເຫັນດັ່ງກ່າວ ຢູ່ໃນກອງປະຊຸມຖະແຫຼງ
ຂ່າວທີ່ນະຄອນວຽນນາ ຫລັງຈາກໄດ້ພົບປະ ກັບນາຍົກລັດຖະ
ມົນຕີອອສເຕຣຍທ່ານ Werner Faymann. ນາຍົກລັດຖະມົນ
ຕີຮັງກາຣີ ໃຫ້ຄຳໝັ້ນສັນຍາວ່າ ມາດຕະການໃດໆກໍຕາມ ທີ່ປະ
ເທດຂອງທ່ານຈະເອົາ ແມ່ນຈະມີຄວາມໂປ່ງໃສ.

ທ່ານ Orban ໄດ້ກ່າວຊົມເຊີຍການຮ່ວມມືຂອງເຊີເບຍກັບຮັງກາຣີ ໃນການຮັບມືກັບຄື້ນ ຟອງການລັ່ງໄຫຼ ຂອງພວກອົບພະຍົບ. ແຕ່ທ່ານເວົ້າວ່າ ທ່ານຍັງມີຄວາມສົງໄສກ່ຽວກັບ ວ່າໂຄຣເອເຊຍ ຈະປະຕິບັດຕາມກົດລະບຽບ ຂອງສະຫະພາບຢູໂຣບ ໃນການຮັບມືກັບ ພວກອົບພະຍົບແລະການຄວບຄຸມຊາຍແດນ.

ໃນວັນພະຫັດວານນີ້ ສະຫະພາບຢູໂຣບໄດ້ປະກາດກ່ຽວກັບການປະຕິບັດງານຂອງກອງ ທັບເຮືອຕົນ ໃນທະເລເມດີແຕເຣນຽນ ຊຶ່ງຈະກ້າວເຂົ້າສູ່ຂັ້ນທີສອງ ໃນການປະຕິບັດງານ ຕໍ່ຕ້ານພວກລັກລອບຂົນສົ່ງອົບພະຍົບ ທີ່ຈະເລີ້ມໃນວັນທີ 7 ຕຸລານີ້.

ຫົວໜ້ານະໂຍບານການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Federica Mogherini
ຫົວໜ້ານະໂຍບານການຕ່າງປະເທດ ຂອງສະຫະພາບຢູໂຣບ ທ່ານນາງ Federica Mogherini

ໃນການຖະແຫລງຢູ່ກອງບັນຊາການໃຫຍ່ ກ່ຽວກັບການປະຕິບັດງານຂອງສະຫະພາບຢູ
ໂຣບ ຢູ່ທີ່ກຸງໂຣມ ໃນວັນພະຫັດວານນີ້ ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະ ພາບຢູໂຣບ ທ່ານນາງ Federica Mogherini ໄດ້ປະກາດກ່ຽວກັບການຕັດສິນໃຈ ໂດຍ ເວົ້າວ່າ ອຸບປະກອນແລະເຄື່ອງມືຕ່າງໆແມ່ນພ້ອມແລ້ວ.

ໃນການອະທິບາຍ ເຖິງການປະຕິບັດງານດັ່ງກ່າວນີ້ ທ່ານນາງ Mogherini ກ່າວວ່າ ກຳ ປັ່ນລົບຂອງສະຫະພາບຢູໂຣບຈະປະຕິບັດງານຕໍ່ຕ້ານພວກລັກລອບຂົນສົ່ງ ຈະທຳການ ກວດຄົ້ນແລະຖ້າຫາກຈຳເປັນຈະປ່ຽນທິດທາງເຮືອທີ່ມີການສົງໄສ ແຕ່ຢູ່ໃນເຂດນ່ານນ້ຳ ສາກົນເທົ່ານັ້ນ ໂດຍປາດສະຈາກການເຂົ້າໄປໃນດິນແດນຂອງລີເບຍ.

Europe Migrants
please wait
Embed

No media source currently available

0:00 0:00:47 0:00

XS
SM
MD
LG