ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ. ໂອບາມາ ຈະ​ຖະແຫຼງຕໍ່ສະພາ ແລະ ປະເທດຊາດ ​ເຖິງ​ວິ​ໄສ​ທັດ ​ຂອງ​ທ່ານ


Obama to Highlight Optimistic Vision for US in State of Union
please wait

No media source currently available

0:00 0:02:38 0:00

ເປັນ​ເທື່ອ​ທີ​ເຈັດ ​ແລະ​ເທື່ອ​ສຸດ​ທ້າຍ ຂອງ​ການ​ເປັນ​ປະ​ທາ​ນາ​ທິ
ບໍດີ ທ່ານ Barack Obma ທີ່ຈະ​ຢືນຢູ່​ຕໍ່ໜ້າລັດຖະສະພາ ​ແລະ
​ປະຊາຊົນ​ອາ​ເມຣິກັນ ​ເພື່ອ​ກ່າວ​ເຖິງ​ວິ​ໄສ​ທັດ​ຂອງ​ທ່ານ ບໍ່​ພໍ​ພຽງ
ແຕ່​ສຳລັບ​ໃນ​ຊຸມ​ເດືອນ​ທີ່​ຍັງ​ເຫລືອ​ຢູ່​ໃນ​ການ​ດຳລົງຕຳ​ແໜ່ງ
ຂອງ​ທ່ານ ​ແຕ່​ເພື່ອ​ອະນາຄົດ​ຂອງສະຫະລັດ.

ປະທານາທິບໍດີ ​ໂອບາ​ມາ ກ່າວທີ່​ທຳນຽບຂາວ​ຜ່ານ​ທາງ ວີ​ດີ​ໂອ
ທຳນຽບຂາວ ນຳ​ອອກ​ເຜີຍ​ແຜ່ ວ່າ “ບໍ່​ພໍ​ພຽງ​ແຕ່​ຄວາ​ມກ້າວໜ້າ
ຢ່າງ​ໜ້າສັນລະ​ເສີນ ທີ່​ພວກ​ເຮົາ​ໄດ້​ປະຕິບັດ ບໍ່​ພຽງ​ແຕ່​ສິ່ງ​ທີ່​
ຂ້າພະ​ເຈົ້າ​ຕ້ອງການ​ຢາກ​ໃຫ້​ເສັດ​ສີ້​ນ​ໃນ​ປີ​ຕໍ່​ໄປ ແຕ່​ສິ່ງ​ທີ່​ພວກ
​ເຮົາ​ຕ້ອງການ​ປະຕິບັດ​ຮ່ວມກັນ​ໃນຊຸມ​ປີ​ຕໍ່ໜ້າ. ຫລາຍ​ສິ່ງ​ໃຫຍ່ໆ
ທີ່​ຈະໃຫ້ການ​ຄໍ້າປະກັນ ພ້ອມ​ທັງ​ແຂງ​ແຮງ​ຂື້ນ​ກວ່າ​ເກົ່າ ດີ​ຂື້ນ​ກວ່າ​ເກົ່າ ສຳລັບສະຫະລັດ
ອາ​ເມຣິກາ ທີ່​ອຸດົມ​ຮັ່ງມີ​ຫລາຍ​ຂື້ນ​ແກ່​ພວກ​ລູກ​ເຕົ້າ​ຂອງ​ເຮົາ​.’

ຢູ່​ໃນ ວີ​ດີ​ໂອ ທ່ານ Obama ກ່າວ​ວ່າ “ທ່ານ​ບໍ່​ເຄີຍ​ມີ​ຄວາມ​ຫວັງ​ໄປ​ໃນ​ໃນ​ແງ່​ດີໄປກ່ວາ
ນີ້ມາ​ກ່ອນ ກ່ຽວກັບເສັ້ນ​ທາງ​ຂອງສະຫະລັດ ທີ່​ມີ​ຢູ່​ໃນ​ຂະ​ນະນີ້. ມັນ​ເປັນແງ່​ດີ ບໍ່​ພໍ​ພຽງ
​ແຕ່​ງົບປະມານ​ປີ 2016 ​ແຕ່​ຍັງ​ສຳ​ລັບ​ຫລາຍ​ປີ​ຂ້າງ​ໜ້າ ທີ່​ບັນດາ​ເຈົ້າໜ້າ​ທີ່ ທຳນຽບຂາວ
​ກ່າວ​ວ່າ ຈະ​ເປັນ​ການສ​ະ​ແດງ​ທີ່​ສຳຄັນ ​ເວລາ​ປະທານາທິບໍດີ ລາຍ​ງານ​ຕໍ່​ປະເທດ​ຊາດ
​ເປັນ​ຄັ້ງ​ສຸດ​ທ້າຍ​ໃນ​ວັນ​ອັງຄານ​ມື້​ນີ້.

ໂຄສົກ​ທຳນຽບຂາວ ທ່ານ Josh Earnest ກ່າວ​ວ່າ “ສະຫະລັດ ອາ​ເມຣິກາ ​ໄດ້​ຟື້ນ​ໂຕ
​ຄືນ ຈາກເສດຖະກິດຕົກ​ຕໍ່າ​ທີ່ຮ້າຍ​ແຮງສຸດ ນັບ​ແ​ຕ່​ໄດ້ເກີດສະພາບ ​ເສດຖະກິດປັ່ນ​ປ່ວນ
ທີ່​ຮ້າຍ​ແຮງ​ສຸດຫຼື Great Depression ​ແລະ​ພວກ​ເຮົາ​ທຸກ​ຄົນ​ເຫັນ​ເສດຖະກິດ​ທີ່​ຂື້ນ​ລົງ
​ໃນ​ບັນດາ​ປະ​ເທດ​ຕ່າງໆ​ຢູ່​ທົ່ວ​ໂລກ ​ແລະ​ຄວາ​ມ​ແຂງ​ແຮງຂອງ​ເສດຖະກິດສະຫະລັດ ທີ່​ຢືນ​ຢູ່​ກົງກັນຂ້າມ​ກັບ​ຄວາມ​ບໍ່ໝັ້ນຄົງດັ່ງກ່າວ​ນັ້ນ.”

XS
SM
MD
LG