ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ​ນາງ ​ໂອ​ປຣາ ວິນຟຣີ ມະຫາເສດຖີ ດ້ານສື່​ມວນຊົນ ໄດ້ດຶງດູດຄວາມສົນໃຈ ວ່າ ຜູ້ກ່ຽວຈະລົງ ແຂ່ງຂັນເປັນປະທານາ ທິບໍດີ ສຫລ ຫຼືບໍ່


ທ່ານ​ນາງ ​ໂອ​ປຣາ ວິນຟຣີ ຂຶ້ນກ່າວ ຫຼັງຈາກໄດ້ຮັບລາງວັນ ເຊີຊຽລ ບີ. ດາມີລລີ (Cecil B. Demille Award) ຄັ້ງທີ 75 ໃນ​ພິທີ​ມອບ​ລາງວັນ​ໂກລ​ເດັນ ​ໂກລບ (Golden Globe Awards) ແບລເວິລີ ຮີລ, ຄາລີຟໍເນຍ (Beverly Hills, California), 7 ມັງກອນ 2018.
ທ່ານ​ນາງ ​ໂອ​ປຣາ ວິນຟຣີ ຂຶ້ນກ່າວ ຫຼັງຈາກໄດ້ຮັບລາງວັນ ເຊີຊຽລ ບີ. ດາມີລລີ (Cecil B. Demille Award) ຄັ້ງທີ 75 ໃນ​ພິທີ​ມອບ​ລາງວັນ​ໂກລ​ເດັນ ​ໂກລບ (Golden Globe Awards) ແບລເວິລີ ຮີລ, ຄາລີຟໍເນຍ (Beverly Hills, California), 7 ມັງກອນ 2018.

ຫາກໍພຽງ​ບໍ່​ເທົ່າ​ໃດ​ມື້ ​ຍ່າງ​ເຂົ້າ​ປີ 2018 ການແຂ່ງຂັນ​ເອົາ​ຕຳ​ແໜ່​ງປະທານາທິບໍດີ
ສະຫະລັດ ປີ 2020 ແມ່ນໄດ້​ກາຍ​ມາ​ເປັນຫົວ​ຂໍ້​ຂ່າວໃຫຍ່ແລ້ວ.

ເມື່ອ​ຖືກ​ຖາມ​ ໃນ​ວັນ​ຈັນ​ວານ​ນີ້ ຢູ່ເທິງເຮືອບິນປະຈຳຕຳແໜ່ງ ​ແອຣ໌ຟອດສ໌ ວັນ​
ກ່ຽວ​ກັບ​ຄວາມ​ເປັນ​ໄປ​ໄດ້ ​ຂອງ​ຄູ່ແຂ່ງ ​ທີ່​ມີ​ຊື່​ສຽງ​ໂດ່​ງດັງໃນ​ການ​ເລືອກ​ຕັ້ງ​ທົ່ວໄປ ​
ຂອງປະທານາ ທິບໍດີດໍໂນລ ​ທຣຳ ຄືຜູ້​ທີ່​ໄດ້​ສ້າງ​ເນື້ອ​ສ້າງ​ຕົວຈົນ​ກາຍ​ມາ​ເປັນມະ​ຫາ​
ເສດຖີ​ພັນ​ລ້ານ ທາງສື່​ມວນຊົນ ແລະ​ເປັນ​ຜູ້​ບໍລິຈາກ​ໃຈ​ບຸນ ທ່ານ​ນາງ ​ໂອ​ປຣາ ວິນຟຣີ (Operah Winfrey) ຮອງ​ໂຄສົກ​ທຳນຽບຂາວ ທ່ານ​ ​ໂຮ​ກັນ ກິດ​ລີ (Hogan Gidley)
ຕອບວ່າ “ພວກ​ເຮົາ​ຍິນ​ດີ​ໃນ​ການ​ທ້າ​ທາຍທີ່​ວ່າ​ນີ້ ບໍ່​ວ່າ​ຈະ​ເປັນທ່ານນາງ ​ໂອ​ປຣາ
ວິນຟຣີ ຫຼື ​ຜູ້​ໃດ​ກໍ​ຕາມ.”

ທ່ານນາງ ​ໂອ​ປຣາ ວິນຟຣີ ​ໄວ 63 ປີ ​ແນວໃດກໍ​ຕາມ ​ຢ່າງນ້ອຍ ກໍຍັງບໍ່​ທັນລົງ​ແຂ່ງຂັນ​
ຢ່າງ​ເປັນ​ທາງ​ການໃນເວລານີ້. ​ແຕ່​ວ່າ ​ໃນ​ການ​ກ່າວ​ຄຳ​ປາ​ໄສ ​ໃນ​ແລງ​ວັນອາທິດຜ່ານ
ມາ ໃນ​ພິທີ​ມອບ​ລາງວັນ​ໂກລ​ເດັນ ​ໂກລບ (Golden Globe award) ນັ້ນ ​ແມ່ນ​ໄດ້
ເຮັດ​ໃຫ້​ວົງ​ການສື່ມວນຊົນ​ ພາກັນຄາດຄະເນກ່ຽວກັບ​ເປັນ​ຜູ້​ສະໝັກແຂ່ງຂັນ ໃນ​ປີ
2020 ຊຶ່ງອາດຈະ​ມາ​ຈາກ​ພັກ​ເດ​ໂມ​ແຄັດ.

“ຂ້າພະ​ເຈົ້າ​ບໍ່​ຊາບ ວ່າ​ທ່ານ​ໄດ້ເຫັນຫຼື​ບໍ່,” ນັ້ນຄືຄຳເວົ້າຂອງທ່ານ​ ​ກິດ​ລີ ​ໄດ້​ຕອບ
​ຄຳຖາມ​ຂອງ​ນັກ​ຂ່າວ ກ່ຽວ​ກັບ​ວ່າ ທ່ານ​ທຣຳ ​ໄດ້​ເບິ່ງຄຳປາ​ໄສ​ແບບກະຕືລືລົ້ນ ຂອງທ່ານນາງວິນ ຟຣີ ທີ່​ບໍ່​ໄດ້​ກ່າວ​ເຖິງ​ທ່ານ ຫຼື​ໜ້າ​ທີ່​ບົດບາດ​ຂອງ​ການ​ເປັນ​ປະທາ
ນາທິບໍດີ​ເລີຍ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ ຄວາມ​ເຫັນ​ຂອງ​ທ່ານ​ນາງກ່ຽວກັບການທີ່​ຖືກ​ລ້ຽງ​ດູ​ມາ​ໃນ​ສະພາບ
​ທີ່ທຸກ​ຍາກ ການ​ໃຫ້​ອຳນາດ​ຕໍ່​ພວກ​ແມ່ຍິງ ​ແລະ​ໃຫ້ການ​ສະໜັບສະໜຸນ​ຕໍ່ວົງການຂ່າວ,
ຊຶ່ງໄດ້ຖືກຕ້ອງຕິສະເໝີມາໂດຍທ່ານທຣຳນັ້ນ ຈຶ່ງໄດ້ພາໃຫ້​ ແມ່ນແຕ່ພວກນັກການ
ເມືອງທີ່ສຳຄັນຂອງພວກນິຍົມແນວທາງເດີມ ໄດ້ກ່າວອອກມາຢ່າງວ່ອງໄວ ໃນທາງ
ບວນກ່ຽວກັບການທີ່ທ່ານນາງອາດຈະລົງສະໝັກແຂ່ງຂັນ.

ສ່ວນ ທ່ານນາງ ​ວິນຟຣີ ເມື່ອ​ຖືກ​ຖາມ​ຫຼັງ​ເວທີວ່າ ​ທ່ານ​ນາງມີແຜນການຫຼືບໍ່ທີ່​ຈະ​ລົງ​
ແຂ່ງຂັນ​ເອົາຕຳແໜ່ງປະທານາທິບໍດີນັ້ນ ຄຳ​ຕອບ ກໍ​ຄື​ວ່າ “ຂ້າພະ​ເຈົ້າ​ບໍ່, ຂ້າພະ​ເຈົ້າ​ບໍ່.”
ແຕ່​ວ່າ ໄດ້ມີການອ້າງຄຳເວົ້າຂອງ​ພວກ​ທີ່​ໃກ້ຊິດກັບ​ທ່ານ​ນາງ ທີ່​ໄດ້​ກ່າວ​ວ່າ ທ່ານ​ນາງ​
ແມ່ນ​ກຳລັງ​ຄິດ​ທົບ​ທວນ​ຢູ່.

ໄດ້ມີການອ້າງ​ຄຳ​ເວົ້າ ຂອງທ່ານ​ສ​ເຕັດ​ແມນ ແກຣມ (Stedman Graham) ຄູ່ຮ່ວມ
ງານມາເປັນເວລາດົນນານ​ຂອງ​ທ່ານ​ນາງ ທີ່ກ່າວໃນແລ​ງວັນອາທິດ​ຜ່ານ​ມາ​ນີ້​ ​ຕໍ່ໜັງສື
ພິມ​ລອສແອງ​ເຈີ​ລິ​ສ ທາມ​ສ໌ ວ່າ “ມັນຂຶ້ນຢູ່​ກັບ​ປະຊາຊົນ ​ແນ່​ນອນ ທ່ານ​ນາງ​ຈະ​ລົງ​
ແຂ່ງ.”

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG