ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ກວ່ານຶ່ງພັນຄົນ ປະທ້ວງ ຢູ່ກຳປູເຈຍ (ສະໄລດ໌)


ພວກປະທ້ວງໃນນະຄອນຫຼວງພະນົມ
ພວກປະທ້ວງໃນນະຄອນຫຼວງພະນົມ
ນັກ​ເຄຶ່ອນ​ໄຫວ​ຝ່າຍ​ຄ້ານຫຼາຍກວ່ານຶ່ງ​ພັນ​ຄົນ​ໃນ​ກຳປູ​ເຈຍໄດ້​ທໍາ​ການເດີນ​ຂະ​ບວນປະທ້ວງ​ຢູ່​ນະຄອນຫຼວງພະນົມ​ເປັນ​ເມື່ອ​ວັນ​ພຸດ​ວານ​ນີ້ ​ເພື່ອ​ທວງ​ໃຫ້​ປະຕິ​ຮູບ ​ຄະນະ​ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດກ່ອນ​ໜ້າການປ່ອນ​ບັດ​ເລືອກ​ຕັ້ງ​ເອົາ​ສະມາຊິກ​ສະພາແຫ່ງ​ຊາດ ​ໃນ​ເດືອນ​ກໍລະກົດ​ຕໍ່ໜ້າ​ນີ້.

ບັນດາ​ຜູ້​ນໍາ​ຝ່າຍຄ້ານ​ຈາກ​ພັກ​ກອບ​ກູ້​ແຫ່ງ​ຊາດກໍາປູ​ເຈຍຫຼື Cambodia National Rescue Party ​ເ​ວົ້າວ່າ ພວກ​ສະ​ໜັບສະ​ໜຸນ​ບາງ​ຄົນ​ຈາກ​ເຂດ​ແຂວງ​ຕ່າງໆ​ນັ້ນ ​ໄດ້​ຖືກ​ຫ້າມ​ບໍ່​ໃຫ້​ເຂົ້າ​ໄປ​ໃນ​ເມືອງຫຼວງພະນົມ​ເປັນ ​ເພື່ອ​ຮ່ວມ​ເດີນຂະ​ບວນປະ​ທ້ວງ.

​ເຈົ້າໜ້າ​ທີ່​ຕໍາຫຼວດທີ່​ໃສ່​ເສື້ອ​ກັນ​ລູກປືນປະມານ 100 ຄົນ ພ້ອມ​ດ້ວຍ​ໄມ້ ຄ້ອນ​ໄຟຟ້າ ​ແລະ​ແຜ່ນ​ກໍາ​ບັງ ​ໄດ້​ປິດ​ລ້ອມພວກ​ປະ​ທ້ວງ​ໃຫ້​ຢູ່​ແຕ່​ພາຍ​ໃນ​ບໍລິ​ເວນສວນ​ເສລີ​ພາບ ຫຼື Freedom Park. ບໍ່​ມີ​ລາຍ​ງານ​ວ່າ​ໄດ້​ເກີດ​ປະ​ທະກັບ​ຕໍາຫຼວດ ຫຼືມີ​ຜູ້​ບາດ​ເຈັບ​ແຕ່​ຢ່າງ​ໃດ​.

ພວກ​ປະ​ທ້ວງ ​ໄດ້​ພາກັນ​ເອົາ​ໂບສີຂາວຄຽນ​ຫົວ ​ແລະ​ໄດ້​ຮຽກຮ້ອງ​ໃຫ້​ທໍາ ການ​ປ່ຽນ​ແປງ ຄະນະ​ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ.

ທ່ານ Kem Sokha ຮອງປະທານ​ຂອງພັກ​ຝ່າຍ​ຄ້ານໃໝ່ເວົ້າ​ວ່າ ​ຖ້າ​ປາດ​ສະ​ຈາກ​ການ​ປະຕິ​ຮູບ​ກ່ຽວ​ກັບການ​ເລືອກ​ຕັ້ງ​ທີ່​ສະ​ໜັບສະ​ໜຸນ​ໂດຍ​ຝ່າຍ​ຕາ​ເວັນ​ຕົກ​ແລ້ວ ​ການ​ເລືອກ​ຕັ້ງໃນວັນ​ທີ 27 ​ເດືອນ​ກໍ​ລະ​ກົດ​ນີ້ອາດ ຈະ​ສ່ຽງເປັນ​ການ​ເລືອກ​ຕັ້ງ​ທີ່ບໍ່​ຖືກ​ຕ້ອງຕາ​ມກົດໝາຍ. ທ່ານ Kem Sokha ປະຕິ​ຍານ​ວ່າ ຈະ​ສືບ​ຕໍ່​ເດີນຂະ​ບວນປະ​ທ້ວງ ຖ້າ​ຫາກ​ວ່າ​ຄະນະ​ກໍາມະການ​ເລືອກ​ຕັ້ງແຫ່ງ​ຊາດປະຕິ​ເສດ​ບໍ່​ຍອມ​ທໍາ​ການ​ປະຕິ​ຮູບ​ໃດໆ ທີ່​ໄດ້ແນະ​ນໍາ​ໂດຍ​ອົງການ​ສະຫະ​ປະຊາ​ຊາດ ​ແລະ​ອົງການ​ຈັດຕັ້ງ​ອື່ນໆ​ນັ້ນ.

ນອກ​ນີ້​ແ​ລ້ວພວກ​ປະ​ທ້ວງ​ຍັງ​ໄດ້​ຍື່ນ​ຄໍາ​ຮ້ອງ​ຮຽນ​ຕໍ່​ຜູ້ຕາງໜ້າ​ຂອງ​ຄະນະ ກໍາມະການ​ເລືອກ​ຕັ້ງ​ແຫ່ງ​ຊາດ.

ຜູ້ຕາງໜ້າ San Taing Sodoeun ​ເວົ້າ​ວ່າ ຂ້າພະ​ເຈົ້າສັນຍາ​ວ່າ ຈະ​ນໍາ​ສົ່ງໜັງສື​ຮ້ອງ​ຮຽນ​ນີ້​ໄປ​ຫາຂັ້ນ​ສູງ ​ເພື່ອ​ພິດ​ຈາລະ​ນາ​ທົບ​ທວນ ​ແລະຕັດສິນ.


XS
SM
MD
LG