ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນຳ ພັກສັງຄົມນິຍົມ ທີ່ເປັນ ພັກຝ່າຍຄ້ານ ສາບານໂຕ ເຂົ້າເປັນ ນາຍົກ ຂອງ ສະເປນ


ນາຍົກລັດຖະມົນຕີ ຄົນໃໝ່ ຂອງສະເປນ ແລະຜູ້ນຳ ພັກສັງຄົມນິຍົມ ທ່ານເປໂດຣ ຊານເຈສ ສາບານໂຕ ເຂົ້າຮັບໜ້າທີ່ ໃນວັນເສົາມື້ນີ້.
ນາຍົກລັດຖະມົນຕີ ຄົນໃໝ່ ຂອງສະເປນ ແລະຜູ້ນຳ ພັກສັງຄົມນິຍົມ ທ່ານເປໂດຣ ຊານເຈສ ສາບານໂຕ ເຂົ້າຮັບໜ້າທີ່ ໃນວັນເສົາມື້ນີ້.

ຜູ້ນຳພັກສັງຄົມນິຍົມ ທີ່ເປັນພັກຝ່າຍຄ້ານຂອງສເປນ ທ່ານເປໂດຣ ຊານເຈສໄດ້ສາ
ບານໂຕເຂົ້າຮັບຕຳແໜ່ງເປັນນາຍົກລັດຖະມົນຕີຄົນໃໝ່ຂອງສະເປນໃນວັນເສົາມື້ຶ້ນີ້
ໂດຍເຂົ້າຮັບໜ້າທີ່ ແທນນາຍົກລັດຖະມົນຕີມາຣີອາໂນ ຣາຮອຍທີ່ສະພາແຫ່ງຊາດ
ໄດ້ລົງມະຕິບໍ່ໄວ້ວາງໃຈໃນວັນສຸກວານນີ້.

ກະສັດຟິລິບເປ ທີ 6 ຂອງສເປນ ຊົງເປັນປະທານໃນພິທີສາບານໂຕດັ່ງກ່າວ ຊຶ່ງຈັດ
ຂຶ້ນທີ່ພະຣາຊະວັງ ຊາຊູເອລາ ໃກ້ໆນະຄອນຫຼວງມາດຣິດ.

ທ່ານຊານເຈສ ໄດ້ຊະນະ ການລົງມະຕິ ບໍ່ໄວ້ວາງໃຈ ດ້ວຍຄະແນນຽງ 180 ຕໍ່ 169 ໂດຍມີຜູ້ບໍ່ອອກສຽງນຶ່ງທ່ານ ໃນສະພາແຫ່ງຊາດທີ່ມີທັງໝົດ 350 ບ່ອນນັ່ງຂອງສະ
ເປນ. ນີ້ແມ່ນການປົດຜູ້ນຳ ຂອງສະເປນ ທີ່ຍັງກຳຕຳແໜ່ງ ເທື່ອທຳອິດ ໂດຍສະພາ
ແຫ່ງຊາດ ໃນລະຫວ່າງທີ່ເປັນປະເທດ ປະຊາທິປະໄຕ ມາໄດ້ 40 ປີ.

ທ່ານຣາຮອຍໄດ້ເສຍໄຊໃນການລົງມະຕິບໍ່ໄວ້ວາງໃຈລັດຖະບານ ຫລັງຈາກໄດ້ເຂົ້າ
ຮັບຕຳແໜ່ງມາໄດ້ 6 ປີ ລຸນຫລັງທີ່ໄດ້ມີການຕັດສິນໂທດ ໃນສັບປະດາແລ້ວ ທີ່ພົວ
ພັນກັບອະດີດສະມາຊິກ ຂອງພັກມະຫາຊົນ ທີ່ເປັນກາງອຽງຂວາ ຂອງທ່ານ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG