ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຝ່າຍຄ້ານ ຊີເຣຍ ຖືກເຊີນ ໄປຮ່ວມ ກອງປະຊຸມ ສັນນິບາດ ອາຣັບ (ສະໄລດ໌/ວີດີໂອ)


ພວກຝ່າຍ​ຄ້ານ​ຊີ​ເຣຍ ​ໄດ້​ເປັນ​ຜູ້ຕາງໜ້າ​ປະ​ເທດ​ຊີ​ເຣຍ ​ເປັນ​ຄັ້ງ​
ທໍາ​ອິດ​ ​ຢູ່​ກອງ​ປະຊຸ​ມສຸດ​ຍອດ ຂອງສັນນິບາດ​ອາຣັບ
ພວກຝ່າຍ​ຄ້ານ​ຊີ​ເຣຍ ​ໄດ້​ເປັນ​ຜູ້ຕາງໜ້າ​ປະ​ເທດ​ຊີ​ເຣຍ ​ເປັນ​ຄັ້ງ​ ທໍາ​ອິດ​ ​ຢູ່​ກອງ​ປະຊຸ​ມສຸດ​ຍອດ ຂອງສັນນິບາດ​ອາຣັບ
ພວກຝ່າຍ​ຄ້ານ​ຊີ​ເຣຍ ​ໄດ້​ເປັນ​ຜູ້ຕາງໜ້າ​ປະ​ເທດ​ຊີ​ເຣຍ ​ເປັນ​ຄັ້ງ​
ທໍາ​ອິດ​ ​ເພື່ອ​ເຂົ້າຮ່ວມ​ກອງ​ປະຊຸ​ມສຸດ​ຍອດ ຂອງສັນນິບາດ​ອາ
ຣັບ ທີ່​ເປີດ​ຂື້ນ​ເປັນ​ເວລາ​ສອງ​ມື້ ​ໃນ​ວັນ​ອັງຄານມື້ນີ້ ທີ່ Qatar.

ທ່ານ Mouaz al-Khatib ​ໄດ້​ເຂົ້າ​ໄປ​ນັ່ງຢູ່​ໃນ​ບ່ອນ​ນັ່ງ​ຂອງ​ຊີ​ເຣຍ
ທີ່ ກອງ​ປະຊຸມສຸດ​ຍອດ ​ແລະ​ມີ​ແຜນ​ທີ່​ຈະ​ກ່າວ​ຖະ​ແຫລ​ງຕໍ່​ກອງ​ປະ
ຊຸມ​ດັ່ງ ກ່າວ. ຫວ່າງ​ມໍ່ໆ​ມາ​ນີ້ ທ່ານ​ໄດ້​ລາ​ອອກ ​ຈາກການ​ເປັນ​ຫົວ
ໜ້າຂອງ​ກຸ່ມ ​ແນວ​ໂຮມ​ຝ່າຍ​ຄ້ານແຫ່ງ​ຊາດຊີ​ເຣຍ ​ແຕ່​ບັນດາ​ນັກ​
ການ​ທູດ​ອາຣັບ ​ໄດ້ເຊື້ອເຊີນ​ທ່ານ ​ແລະ​ນາຍົກລັດຖະມົນຕີຊົ່ວຄາວ
ທ່ານ Ghassan Hitto ​ໃຫ້​ເປັນ​ຜູ້ຕາງໜ້າຂອງ​ຊີ​ເຣຍ.

ບ່ອນ​ນັ່ງ​ຂອງ​ຊີ​ເຣຍ ​ໄດ້ຫວ່າງ​ເປົ່າລົງ ​ນັບ​ຕັ້ງ​ແຕ່ສັນນິບາດ​ອາຣັບ
ສັ່ງ ​ໃຫ້​ໂຈະ​ການ​ເປັນ​ສະ​ມາ​ຊິກຂອງ​ຊີ​ເຣຍ​ໃນ​ປີ 2011 ຊຶ່ງ​ເປັນ​ເວ
ລາ​ແປດ​ເດືອນ​ທີ່​ປະ​ເທດ​ດັ່ງກ່າວ​ໄດ້​ກ້າວເຂົ້າ​ສູ່​ວິ​ກິດ​ການ​ ທີ່​ໄດ້​ແກ່​
ຍາວ​ມາ​ເປັນ​ເວລາ​ກວ່າ​ສອງ​ປີ​ແລ້ວ​ໃນ​ເວລາ​ນີ້.

ສະມາຊິກສ່ວນ​ໃຫຍ່​ຂອງ​ສັນນິບາດ ​ອາຣັບໄດ້​ຮຽກຮ້ອງ​ໃຫ້ປະທານາທິບໍດີ Bashar al-Assad ຈົ່ງ​ລາ​ອອກ.


ນອກຈາກ​ບັນຫາ​ຊີ​ເຣຍ​ແລ້ວ ກອງ​ປະຊຸມ​ສຸດ​ຍອດ​ ຍັງຈ​ະ​ໂອ້​ລົມ​ກັນ ກ່ຽວ​ກັບ​ການ​ເຈລະ​ຈາ​ສັນຕິພາບລະຫວ່າງ​ອິສຣາ​ແອ​ລ-ປາ​ແລ​ສຕາຍ.

​ໃນ​ວັນ​ອັງຄານມື້ນີ້ ບັນດາ​ນັກ​ເຄື່ອນ​ໄຫວ​ຊີ​ເຣຍກ່າວ​ວ່າ ພວກ​ນັກ​ລົບ ທີ່​ນິຍົມລັດຖະ
ບານ ​ໄດ້​ເຂົ້າ​ຍຶດຄືນ ເອົາ​ເຂດ Baba Amr ​ໃນ​ເມືອງ Homs ສອງ​ອາທິດ​ຫລັງ​ຈາກ
ພວກຕໍ່ຕ້ານ​ ໄດ້​ເຂົ້າ​ຍຶດ​ເອົາທີ່​ໝັ້ນເກົ່າແຫ່ງ​ດັ່ງກ່າວຂອງ​ເຂົາ​ເຈົ້າ.

ປີ​ກາຍ​ນີ້ ລັດຖະບານ​ໄດ້​ໃຊ້ການ​ບຸກ​ໂຈມ​ຕີ​ເປັນ​ເວລາ​ນຶ່ງ​ເດືອນ ທີ່​ໄດ້​ສັງຫານປະຊາ
ຊົນ​ຫລາຍ​ຮ້ອຍຄົນ ​ເພື່ອ​ຂັບ​ໄລ່​ພວກ​ຕໍ່ຕ້ານ ອອກ​ຈາກ​ເຂດ Baba Amr ​ເປັນ​ເທື່ອ​
ທຳ​ອິດ.

​ໃນ​ຂະນະ​ດຽວ​ກັນ​ ສະຫະ​ປະຊາ​ຊາດ ກໍາລັງ​ຍົກຍ້າຍ​ເຄິ່ງ​ນຶ່ງ ​ຂອງ​ພະນັກງານ​ຕ່າງ​ປ​ະ​ເທດຈຳນວນ 100 ຄົນ​ໃນ​ຊີເຣຍ ​ອອກ​ຈາກປະ​ເທດດັ່ງກ່າວ ​ຍ້ອນ​ຄວາມ​ຮຸນ​ແຮງທີ່​ເພີ້ມທະວີ​ຂຶ້ນ.

Syria
please wait
Embed

No media source currently available

0:00 0:00:45 0:00
XS
SM
MD
LG