MOSCOW —
ຕໍາຫຼວດຣັດເຊຍໄດ້ກັກຂັງປະມານ 40 ຄົນ ໂຮມທັງພວກຝ່າຍຄ້ານທີ່ມີຊື່ ສຽງສີ່ຄົນ ໃນຄວາມພະຍາຍາມເພື່ອທັບມ້າງການໂຮມຊຸມນຸມຕໍ່ຕ້ານລັດຖະບານທີ່ບໍ່ໄດ້ຮັບອະນຸຍາດ ຢູ່ໃນນະຄອນຫຼວງ Moscow.
ບັນດາຜູ້ນໍາຝ່າຍຄ້ານ ອັນມີ ທ່ານ Alexei Navalny, Sergei Udaltsov, Ilya Yashin ແລະທ່ານ Ksenia Sogchak ແມ່ນຮວມ ຢູ່ໃນຈໍານວນຜູ້ຖືກກັກຂັງ.
ການປະທ້ວງດັ່ງກ່າວຖືກຈັດຕັ້ງຂຶ້ນມາ ເພື່ອເປັນຂີດໝາຍວັນຄົບຮອບນຶ່ງປີ ຂອງການໂຮມຊຸມນຸມຕໍ່ຕ້ານປະທານາທິບໍດີ Vladimir Putin ແລະອິດທິພົນຂອງທ່ານ ທີ່ກໍາລັງເພີ່ມທະວີຂຶ້ນໄປນັບມື້ນັ້ນ.
ປະຊາຊົນຫຼາຍພັນຄົນໄດ້ໄປເຕົ້າໂຮມກັນເພື່ອເດີນຂະບວນປະທ້ວງ ເຖິງແມ່ນຈະມີສະ ພາບອາກາດໜາວເຢັນທີ່ສຸດ ແລະການມີໜ້າຢ່າງໜາແໜ້ນ ຂອງກໍາລັງຕໍາຫຼວດ ຢູ່ຈະຕຸລັດ Lubyanka ຂອງ Moscow ໃກ້ໆກັບ ຕຶກກອງບັນຊາການຂອງພະແນກຮັກສາຄວາມປອດໄພລັດຖະບານກາງ ຂອງຣັດເຊຍ.
ທາງການນະຄອນຫຼວງ Moscow ໄດ້ປະຕິເສດບໍ່ອອກໃບອະນຸຍາດໃຫ້ ໂຮມຊຸມນຸມກັນ.
ຂະນະນີ້ ທ່ານ Navalny ຜູ້ຈັດຕັ້ງແກນນໍາຄົນນຶ່ງຂອງການປະທ້ວງຕໍ່ຕ້ານວັງເເຄຣມລິນ ກໍາລັງຖືກສອບສວນໂດຍເຈົ້າໜ້າທີ່ຣັດເຊຍ ໃນຖານສົງໄສວ່າ ໄດ້ທໍາການສໍ້ໂກງ ແລະຟອກເງິນ. ທ່ານ Navalny ປະຕິເສດຕໍ່ຂໍ້ກ່າວຫາດັ່ງກ່າວ ທີ່ມີສິດຖືກຕັດສິນຈໍາຄຸກຮອດ 10 ປີນັ້ນ.
ເບິ່ງປະມວນພາບທີ່ກ່ຽວຂ້ອງກັບການຕໍ່ຕ້ານລັດຖະບານຂອງທ່ານພູຕິນ: