ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພວກຝ່າຍຄ້ານ ໃນເບລາຣຸສ ປະກາດໃຫ້ມີການນັດຢຸດງານ ໃນທົ່ວປະເທດ


ຄົນເຂົ້າຮ່ວມການໂຮມຊຸມນຸມເພື່ອຄັດຄ້ານຜົນການເລືອກຕັ້ງປະທານາທິບໍດີເບລາຣຸສຢູ່ນະຄອນຫລວງ Minsk, Belarus, ໃນວັນທີ 25 ຕຸລາ, 2020.
ຄົນເຂົ້າຮ່ວມການໂຮມຊຸມນຸມເພື່ອຄັດຄ້ານຜົນການເລືອກຕັ້ງປະທານາທິບໍດີເບລາຣຸສຢູ່ນະຄອນຫລວງ Minsk, Belarus, ໃນວັນທີ 25 ຕຸລາ, 2020.

ພວກຝ່າຍຄ້ານໃນເບລາຣຸສ ຮຽກຮ້ອງໃຫ້ມີການນັດຢຸດງານທົ່ວປະເທດໃນວັນຈັນວານນີ້ ເຊິ່ງເປັນການກະທໍາຫລ້າສຸດໃນຄວາມພະຍາຍາມທີ່ຈະຂັບໄລ່ຜູ້ນຳ ທີ່ປົກຄອງປະເທດມາແຕ່ດົນນານ, ທ່ານອາເລັກແຊນເດີ ລູຄາເຊນໂກ (Alexander Lukashenko) ອອກຈາກການກໍາອຳນາດພາຍຫລັງທີ່ມີສິ່ງທີ່ພວກຝ່າຍຄ້ານລັດຖະບານເວົ້າວ່າ ການເລືອກຕັ້ງປະ ທານາທິບໍດີທີ່ສໍ້ໂກງຢູ່ໃນປະເທດອະດີດສາທາລະນະລັດໂຊວຽດແຫ່ງນັ້ນໃນເດືອນສິງຫາຜ່ານມາ.

ທ່ານນາງ ສະເວດລານາ ທິກຄະນອຟສຄາຢາ (Svetlana Tikhanovskaya) - ຊຶ່ງເປັນຜູ້ແຂ່ງຂັນຄົນສຳຄັນຂອງທ່ານລູຄາເຊນໂກ (Lukashenko) ໄດ້ຫລົບໜີອອກຈາກປະເທດພາຍໃຕ້ຄວາມກົດດັນຂອງລັດຖະບານ ຫລັງຈາກມີການລົງຄະແນນສຽງແລ້ວນັ້ນ ໄດ້ຂົ່ມຂູ່ວ່າ ຈະມີການເດີນຂະບວນນັດຢຸດງານເມື່ອສອງອາທິດກ່ອນ ໃນຄວາມພະຍາຍາມທີ່ຈະເພີ່ມຄວາມເຂັ້ມແຂງ ໃຫ້ແກ່ຂະບວນການປະທ້ວງ.

ຄຳຮຽກຮ້ອງຂອງທ່ານນາງແມ່ນ ໃຫ້ທ່ານລູຄາເຊນໂກ (Lukashenko) ລາອອກຈາກຕໍາແໜ່ງ, ຍຸຕິການໃຊ້ຄວາມຮຸນແຮງຂອງຕຳຫຼວດ ຕໍ່ຜູ້ປະທ້ວງ, ແລະປ່ອຍນັກໂທດການເມືອງຫຼາຍຮ້ອຍຄົນ ຖ້າບໍ່ດັ່ງນັ້ນ ກໍຈະປະເຊີນກັບການຢຸດເຊົາການເຮັດວຽກຂອງຄົນທັງຊາດ.

ໃນວັນຈັນວານນີ້, ເວັບໄຊທ໌ຂອງອົງການຂ່າວອິດສະຫຼະ, Tut.by ໄດ້ລົງຮູບພາບຂອງກຳມະກອນທີ່ກໍາລັງເດີນຂະບວນນັດຢຸດງານຢູ່ໂຮງງານທີ່ສຳຄັນຫຼາຍແຫ່ງ. ຂ່າວສານນັ້ນ ຍັງໄດ້ລາຍງານອີກວ່າ ກຳມະກອນຫຼາຍສິບຄົນຖືກຄຸມຂັງຢູ່ໂຮງງານກຣອດໂນ ອາຊອດ (Grodno Azot) ຍ້ອນໄດ້ເຂົ້າຮ່ວມການປະທ້ວງນັ້ນ.

Nexta, ເຊິ່ງເປັນເວທີສື່ສັງຄົມອັນນຶ່ງ ໄດ້ເຜີຍແຜ່ຮູບພາບຂອງນັກສຶກສາມະຫາວິທະຍາໄລໃນມິງສ໌ (Minsk) ທີ່ກໍາລັງຕັນທາງເຂົ້າມະຫາວິທະຍາ ໄລຂອງລັດຖະບານເບລາຣຸສແຫ່ງນັ້ນໄວ້.

ພະນັກງານຈຳນວນນຶ່ງສາມາດເຫັນໄດ້ວ່າກໍາລັງເຕົ້າໂຮມກັນຢູ່ນອກຫ້ອງ ການຂອງບໍລິສັດ A1 I Minsk ໂດຍພາກັນຖືທຸງສີແດງແລະສີຂາວຊຶ່ງເປັນເຄື່ອງ ໝາຍຂອງຝ່າຍຄ້ານນັ້ນ.

ແຕ່ຢ່າງໃດກໍ່ຕາມ, ໂຄສົກຂອງນາຍົກລັດຖະມົນຕີກ່າວວ່າ ບັນດາບໍລິສັດອຸດສາຫະກຳທີ່ສຳຄັນຂອງປະເທດທັງໝົດ ແມ່ນເຮັດວຽກເປັນປົກກະຕິ - ຊຶ່ງເປັນສິ່ງທີ່ໂຄສົກຂອງທ່ານນາງທິກຄະນອຟກາຢາ (Tikhanovskaya) ອ້າງວ່າ ເປັນພຽງການຫົວປັ່ນ ຂອງລັດຖະບານເທົ່ານັ້ນ.

ໂຄສົກອານນາ ຄຣາຊູລິນາ (Anna Krasulina) ກ່າວວ່າ “ເຈົ້າໜ້າທີ່ຮູ້ສຶກກັງວົນຫຼາຍ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG