ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຝ່າຍຄ້ານ ໄດ້ຮັບໄຊຊະນະ ທີ່ສຳຄັນ ໃນການເລືອກຕັ້ງ ຢູ່ ເວເນຊູເອລາ


ຜູ້ນຳຝ່າຍຄ້ານ ເວເນຊູເອລາ ທ່ານ Henrique Capriles ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນ Caracas ທີ 7 2015.
ຜູ້ນຳຝ່າຍຄ້ານ ເວເນຊູເອລາ ທ່ານ Henrique Capriles ກ່າວຕໍ່ບັນດານັກຂ່າວ ທີ່ນະຄອນ Caracas ທີ 7 2015.

ບັນດາ​ເຈົ້າ​ໜ້າ​ທີ່​ເລືອກ​ຕັ້ງ​ ​ໃນປະ​ເທດ Venezuela ກ່າວ​ວ່າ
ຝ່າຍ​ຄ້ານ​ໄດ້​ຮັບ ໄຊຊະນະ​ ຄວບ​ຄຸມບ່ອນ​ນັ່ງ​ໃນ​ສະພາ​ແຫ່ງ​
ຊາດ ຊຶ່ງ​ເປັນ​ການ​ເສຍ​ໄຊ​ຢ່າງບໍ່​ໜ້າເຊື່ອ​ແກ່ພັກ​ສັງຄົມ​ນິຍົມ
ທີ່​ປົກຄອງ​ປະ​ເທດ​ໃນ​ເວລາ​ນີ້.

ບັນດາ​ເຈົ້າໜ້າ​ທີ່​ກ່າວ​ວ່າ ຝ່າຍ​ຄ້ານ ທີ່ຍັງ​ເຫ​ລື​ອ​ອີກ​ສອງ​ບ່ອນ​
ນັ່ງ ຍັງ​ບໍ່​ທັນມີ ການ​ພິຈາລະນາ​ເທື່ອ​ນັ້ນ ​ໄດ້ຊະນະບ່ອນ​ນັ່ງ
110 ບ່ອນຂອງຈຳນວນ​ທັງ​ໝົດ 167 ບ່ອນ​ນັ່ງ​ຢູ່​ໃນສະພາ​ແຫ່ງ​
ຊາດ ​ໂດຍ​ທີ່​ພັກ​ສັງຄົມ​ນິຍົມ ​ໄດ້​ຊະນະ​ພຽງ​ແຕ່ 55 ບ່ອນ​ນັ່ງ
​ເທົ່າ​ນັ້ນ.

​ຖ້າໄດ້ຊະນະຕື່ມ​ອີກ​ສອງບ່ອນ​ນັ່ງ ຈະ​ເຮັດ​ໃຫ້​ພັກ​ປະສົມ​ຝ່າຍ​ຄ້ານ ​ຄວບ​ຄຸມ​ບ່ອນ​ນັ່ງ
ສອງ​ສ່ວນ​ສາມ ​ໃນ​ສະພາ​ແຫ່ງ​ຊາດ ​ໂດຍຈະເປີດ​ໂອກາດ​ອະນຸຍາດໃຫ້​ປົກ​ຜູ້​ພິພາກ
ສາສານ​ສູງ​ສຸດ ​ເລີ້ມ​ຂັ້ນຕອນ​ທີ່​ເອີ້ນວ່າ ຖອດ​ຖ​ອນ​ປະທານາທິ ບໍດີ​ ​ຫລືແມ່ນ​ກະທັງ​
ຮ້ອງ​ໃຫ້​ສະພາຮ່າງ​ລັດຖະທຳ​ມະນູນ​ສະບັບ​ໃໝ່.

​ເຖິງ​ແມ່ນ​ວ່າ ພັກ​ຝ່າ​ຍຄ້ານ​ໄດ້ສຽງຄະ​ແນນ​ສຽງ​ສ່ວນຫລາຍຫລື​ບໍ່ນັ້ນ ຜົນ​ຂອງການ
​ເລືອກ​ຕັ້ງ​ແມ່ນ​ການ​ຖອຍຫລັງ​ທີ່​ສຳ​ຄັນສຳລັບ​ພັກ​ສັງຄົມ​ນິຍົມທີ່​ໄດ້​ຄອບ​ງຳ​ມາ​ເປັນ​
ເວລາ​ດົນ​ນານ ​ໂດຍໄດ້​ນຳພາ​ປະ​ເທດມາ​ເປັນ​ເວລາ 16 ປີ.

ບັນດາ​ຜູ້ນຳ​ຝ່າຍ​ຄ້ານ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ຈະ​ໃຊ້​ສຽງ​ສ່ວນ ຫລາຍ
ທີ່​ໄດ້​ຮັບ​ມາ​ໃໝ່ໆ ປ່ອຍ​ໂຕ​ບັນດາ​ຝ່າຍ​ຄ້ານ​ທີ່​ຖືກ​ຕິດ​ຄຸກ​ໂດຍ​ລັດຖະບານ​ສັງຄົມ​ນິຄົມ
​ແຕ່​ຍັງ​ກ່າວ​ວ່າ ​ເຂົາ​ເຈົ້າ​ຈະ​ບໍ່​ເຄື່ອນໄຫວເພື່ອ​ມ້າງ​ເພນະ​ໂຍບາຍ​ສົງ​ເຄາະ​ອັນ​ເປັນ​ທີ່​ນິຍົມ
​ນັ້ນ.

​ເປັນ​ຄັ້ງ​ທຳ​ອິດ ​ທີ່​ຂະ​ບວນການ “Chavismo” ທີ່​ໄດ້​ໃສ່​ຊື່​ຕາມອະດີດ​ປະທາ ນາທິບໍດີສັງ
ຄົມ​ນິຍົມ ທ່ານ Hugo Chavez ​ໄດ້ເສຍ​ສຽງ​ສ່ວນ​ຫລາຍ​ຢູ່​ໃນ​ສະພາ ​ແລະ​ເອົາ​ເວທີ​ໃຫ້​
ແກ່​ຝ່າຍ​ຄ້ານ ​ເພື່ອ​ເຮັດ​ໃຫ້ອຳນາດ​ຂອງປະທານາ ທິບໍດີ Nicolas Maduro ​ເຊື່ອມ​ລົງ​
ນຳ​ທຸກ​ມື້.

XS
SM
MD
LG