ລັດຖະມົນຕີລາວຢືນຢັນວ່າ ຍັງມີການລັກລອບປູກຝິ່ນໃນເຂດພາກເໜືອຂອງລາວ ຄິດເປັນພື້ນທີ່ຮວມ ກ້ວາງກວ່າ 15,600 ເຮັກຕາ ທັງຍັງ ມີປະຊາຊົນລາວທີ່ຕິດຢາຝິ່ນຫຼາຍກວ່າ 65,000 ຄົນ ໃນປັດຈຸບັນ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.
ພົນຕີສົມຫວັງ ທຳມະສິດ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບພາຍໃນ
ຖະແຫຼງຢືນຢັນວ່າ ຍັງມີການລັກລອບປູກຝິ່ນ ໃນເຂດພາກເໜືອຂອງລາວ
ຄິດເປັນເນື້ອທີ່ຮວມເຖິງ 15,640 ກວ່າເຮັກຕາ ໂດຍການສຳຫຼວດນັບແຕ່ປີ 2018
ເປັນຕົ້ນມາ ຍັງພົບດ້ວຍວ່າ ມີປະຊາຊົນລາວທີ່ຕິດຢາຝິ່ນຫຼາຍກວ່າ 65,000 ຄົນ
ສ່ວນການດຳເນີນມາດຕະການປາບປາມການຄ້າຢາເສບຕິດ ໃນຊ່ວງປີ 2016-
2018 ກໍສາມາດຈັບກຸມຜູ້ກະທຳຜິດໄດ້ຫຼາຍກວ່າ 13,900 ຄົນ ໃນຈຳນວນ 9,430
ກວ່າຄະດີ ແລະໃນນີ້ເປັນນັກຄ້າຢາເສບຕິດຂາວຕ່າງຊາດ 210 ກວ່າ ຄົນ ຊຶ່ງສ່ວນ
ໃຫຍ່ ກໍຄືຊາວຫວຽດນາມແລະຊາວຈີນ.
ພົນຕີສົມຫວັງ ຢືນຢັນວ່າ ຢາເສບຕິດທີ່ຍຶດໄດ້ຈາກການຈັບກຸມດັ່ງກ່າວນີ້ ເປັນຢາບ້າຫຼາຍກວ່າ 37 ລ້ານເມັດ ເຮໂຣອີນ ກວ່າ 735 ກິໂລກຣາມ ຢາໄອສ໌ ກວ່າ 2,000 ກິໂລກຣາມ ກັນຊາແຫ້ງ 6,220 ກິໂລກຣາມ ຝິ່ນເກືອບ 500 ກິໂລກຣາມ ແລະສານເຄມີສຳລັບຜະລິດຢາເສບຕິດຫຼາຍສິບໂຕນ ທັງຍັງຍຶດລົດໃຫຍ່ໄດ້ 344 ຄັນ ລົດຈັກ 1,335 ຄັນ ເຮືອ 3 ລຳ ອາວຸດປືນ ອຸບປະກອນສື່ສານທີ່ທັນສະໄໝ ຮວມທັງເງິນບາດ ເງິນຢວນ ແລະເງິນໂດລາສະຫະລັດ ຈຳນວນບໍ່ໜ້ອຍອີກດ້ວຍ.
ທາງດ້ານຄະນະກຳມະການປ້ອງກັນແລະປາບປາບຢາເສບຕິດແຫ່ງຊາດໄທ ສະເໜີລາຍງານວ່າ ການຮ່ວມມືຢ່າງໃກ້ຊິດ ລະຫວ່າງທາງການລາວ ໄທ ແລະມຽນມາ ຢູ່ເຂດຊາຍແດນ 3 ປະເທດ ຫຼືເຂດສາມຫຼ່ຽມຄຳນັ້ນ ເຮັດໃຫ້ພື້ນທີ່ລັກລອບປູກຝິ່ນ ໃນປີ 2018 ຫຼຸດລົງ ເຖິງ 30 ເປີເຊັນ ທຽບໃສ່ປີ 2017 ກໍຄື ຫຼຸດຈາກ 48,000 ເຮັກຕາ ລົງມາເປັນ 33,600 ເຮັກຕາ ແລະໃນປີ 2019 ກໍຄາດວ່າ ການລັກລອບປູກຝິ່ນໃນເຂດສາມຫຼ່ຽມຄຳ ຈະເທົ່າກັບປີ 2018 ແຕ່ທີ່ໜ້າເປັນຫ່ວງຄືຢາບ້າທີ່ເພີ້ມຂຶ້ນຢ່າງຕໍ່ເນື່ອງ ທັງໃນລາວ ໄທ ແລະມຽນມາ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງໄທ ໃຫ້ການຢືນຢັນວ່າ “ສະຖານະການໃນສາມຫຼ່ຽມຄຳ ຈາກການສຳຫຼວດຂອງ UN ພົບວ່າ ໃນຊ່ວງປີທີ່ຜ່ານມາ ພື້ນທີ່ ທີ່ລັກລອບປູກຝິ່ນ ທີ່ຈະນຳໄປຜະລິດຢາເສບຕິດ ມີຈຳນວນຫຼຸດລົງ 30 ເປີເຊັນ ຈາກເດີມ ປະມານ 3 ແສນໄຮ່ ກໍຫຼຸດລົງ 30 ເປີເຊັນ ເພາະສະນັ້ນ ເຮົາກໍຄິດວ່າເຮໂຮອີນນີ້ ກໍຄົງຈະບໍ່ມີປະລິມານການຜະລິດສູງຂຶ້ນ ແຕ່ສິ່ງທີ່ເຮົາເປັນຫ່ວງ ກໍຄື Methamphetamine ທີ່ມີການ ຜະລິດໂດຍໃຊ້ສານເຄມີມາທຳເປັນສານຕັ້ງຕົ້ນ ແລ້ວໃສ່ສູດເຂົ້າໄປ ໂຕນີ້ມີປະລິມານການຜະລິດສູງ.”
ທັງນີ້ ການຮ່ວມມືປາບປາມຢາເສບຕິດ ລະຫວ່າງຈີນ ມຽນມາ ລາວ ໄທ ກຳປູເຈຍ ແລະຫວຽດນາມ ພາຍໃຕ້ປະຕິບັດການແມ່ນ້ຳຂອງ ປອດຈາກບັນຫາຢາເສບຕິດ ທີ່ຈັດຕັ້ງປະຕິບັດຮ່ວມກັນ ໃນໄລຍະ 5 ປີ ທີ່ຜ່ານມາສາມາດປາບປາມການຄ້າຢາເສບຕິດ ໄດ້ 125,274 ກໍລະນີ ຈັບຜູ້ຕ້ອງຫາໄດ້ 160,000 ກວ່າຄົນ ຍຶດຢາບ້າກວ່າ 363 ລ້ານເມັດ ຢາໄອສ໌ ກວ່າ 13 ໂຕນ ເຮໂຣອີນ 7,553 ກິໂລກຣາມ ຢາຝິ່ນກວ່າ 14 ໂຕນກັນຊາແຫ້ງ 20 ກວ່າໂຕນ ອາວຸດແລະອຸບປະກອນ ສື່ສານທັນສະໄໝ ໝື່ນກວ່າລາຍການ ສານເຄມີ ກວ່າ 270 ໂຕນ ທັງນີ້ ໂດຍບໍ່ຮວມຢາບ້າຫຼາຍກວ່າ 745 ລ້ານເມັດທີ່ທາງການໄທ ຍຶດໄດ້ ໃນປີ 2018 ແຕ່ຢ່າງໃດ.
ສ່ວນອົງການຄວບຄຸມຢາເສບຕິດແລະອາຊະຍາກຳແຫ່ງສະຫະປະຊາຊາດ (UNODC) ລາຍງານວ່າ ມີການລັກລອບປູກຝິ່ນ ໃນມຽນມາ ກວ້າງກວ່າ 4 ໝື່ນເຮັກຕາ ແລະກວ້າງກວ່າ 1,500 ເຮັກຕາໃນໄທຍ ສ່ວນໃນລາວ ກໍມີການລັກລອບປູກຝິ່ນ ໃນເຂດແຂວງບໍ່ແກ້ວ ຫຼວງນ້ຳທາ ຫຼວງພະບາງອຸດົມໄຊ ຜົ້ງສາລີ ແລະຫົວພັນຄິດເປັນພື້ນທີ່ຮວມກັນ ກວ້າງກວ່າ 15,000 ເຮັກຕາ ຊຶ່ງຈະເຮັດໃຫ້ເຂດສາມຫຼ່ຽມຄຳ ມີຜົນຜະລິດຝິ່ນຫຼາຍກວ່າ 250 ໂຕນ ໃນປີ 2019 ນີ້.
ທາງດ້ານສູນກາງຊາວໜຸ່ມປະຕິວັດລາວ ຄາດວ່າ ມີເຍົາວະຊົນລາວເກີນກວ່າ 400,000 ຄົນທີ່ຢູ່ ສິ່ງແວດລ້ອມ ທີ່ມີຄວາມສ່ຽງສູງ ທີ່ຈະໄປຍຸ້ງກ່ຽວກັບຢາເສບຕິດ ໂດຍສະເພາະແມ່ນການເຂົ້າໄປມີສ່ວນໃນການລັກລອບຄ້າຢາເສບຕິດ ທີ່ນຳໄປສູ່ການກໍ່ອາຊະຍາກຳ ຮູບແບບອື່ນໆ ເພີ້ມຂຶ້ນນັບມື້ນັ້ນ.