ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຜະ​ລິດ​ຢາ​ຝິ່ນ​ ໃນ​ເຂດສາມ​ຫຼ່ຽມ​ຄຳ ຫລຸດ​ລົງ ແຕ່​ວ່າ ຢາ​ບ້າ​ເພີ້ມ​ຂຶ້ນ


ນາຍ​ົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທ່ານ​ທອງ​ລຸນ ສີ​ສຸ​ລິດ ແລະ​ຄະ​ນະ​ກວດ​ກາ​ຢາ​ເສບ​ຕິດ.
ນາຍ​ົກ​ລັດ​ຖະ​ມົນ​ຕີ ສ​ປ​ປ ລາວ ທ່ານ​ທອງ​ລຸນ ສີ​ສຸ​ລິດ ແລະ​ຄະ​ນະ​ກວດ​ກາ​ຢາ​ເສບ​ຕິດ.

ຫົວ​ໜ້າ​ຝ່າຍ​ປາບ​ປາມ​ຢາ​ເສບ​ຕິດຂອງ​ໄທຢືນ​ຢັນ​ວ່າ ການ​ຜະ​ລິດ​ຝິ່ນ ໃນ​ເຂດ​ ສາ​ມ​
ຫຼ່ຽມ​ຄຳຫ​ລຸດ​ລົງ​ໃນ​ປີ 2018 ນີ້ ຫາກ​ແຕ່​ວ່າ ຜົນ​ຜະ​ລິດ​ຢາ​ບ້າ ທີ່​ລັກ​ລອບ​ຂົນ​ສົ່ງ​ຍັງ​
ເພີ້ມ​ຂຶ້ນ​ຢ່າງ​ຕໍ່​ເນື່ອງ ຊຶ່ງ​ຊົງ​ລິດ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ມີ​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສິ​ຣິນ​ຍາ ສິ​ດ​ທິ​ໄຊ ເ​ລ​ຂາ​ທິ​ການຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ​ປາບ​ປາມ​ຢາ​
ເສບ​ຕິດແຫ່ງ​ຊາດ​ໄທ ຢືນ​ຢັນ​ວ່າ​ດ້ວຍ​ການ​ຮ່ວມ​ມື​ກັນ​ຢ່າງ​ໃກ້​ຊິດ ລະ​ຫວ່າງ​ທາງ​ການ
​ມຽນ​ມາ ​ລາວ ແລະ​ໄທ ໃນ​ເຂດ​ຕິດ​ຕໍ່​ຊາຍ​ແດນ 3 ປະ​ເທດ ທີ່​ເອີ້ນ​ວ່າ​ເຂດ​ສາມ​ຫຼ່ຽມ
​ທອງ​ຄຳ​ນັ້ນ ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພື້ນ​ທີ່​ລັກ​ລອບ​ປູກ​ຝິ່ນ​ໃນ​ປີ 2018 ນີ້​ລົດ​ລົງເຖິງ 30
ເປີ​ເຊັນ ​ທຽບໃສ່​ປີ 2017 ແຕ່​ໃນ​ຂະ​ນະ​ດຽວ​ກັນ​ກໍ​ປາ​ກົດ​ວ່າ​ໄດ້​ມີ​ການ​ລັກ​ລອບ​ຜະ​
ລິດ​ຢາ​ບ້າ (Methamphetamine) ເພີ້ມ​ຂຶ້ນ​ດັ່ງ​ທີ່​ທ່ານ​ສິ​ຣິນ​ຍາ ຢືນ​ຢັນ​ວ່າ:

“ສະ​ຖາ​ນະ​ການ​ໃນ​ສາມ​ຫຼ່ຽມ​ທອງ​ຄຳ​ນັ້ນ ຈາກ​ການ​ສຳ​ຫຼວດ​ຂອງ UN (ສະ​ຫະ​ປະ​
ຊາ​ຊາດ) ​ໄດ້​ພົບ​ວ່າ​ພື້ນ​ທີ່ ທີ່​ລັກ​ລອບ​ປູກ​ຝິ່ນ ທີ່​ຈ​ະ​ນຳ​ເຂົ້າ​ໄປ​ຜະ​ລິດ​ຢາ​ເສບ​ຕິດ​ນັ້ນ
ມີ​ຈຳ​ນວນ​ລົດ​ລົງ​ປະ​ມານ 30 ເປີ​ເຊັນ​ ຈາກ​ເດີມ​ປະ​ມານ 3 ແສນ​ໄຮ ​ກໍລົດ​ລົງ 30
ເປີ​ເຊັນ ເພາະ​ສະ​ນັ້ນ ເຮົາ​ກໍ​ຄິດ​ວ່າ​ເຮ​ໂຣ​ອິນ​ນີ້​ກໍ​ຄົງ​ຈະ​ບໍ່​ມີ​ປະ​ລິ​ມານ​ການ​ຜ​ະລິດ
ສູງຂຶ້ນ ແຕ່​ສິ່ງ​ທີ່​ເຮົາ​ເປັນ​ຫ່ວງ​ກໍ​ຄື Methamphetamine ທີ່ ມີ​ການ​ຜະ​ລິດ​ໂດຍ​ໃຊ້
​ສານເຄ​ມີ​ມາທຳ​ເປັນ​ສານ​ຕັ້ງ​ຕົ້ນ​ແລ້ວ​ໃສ່​ສູດ​ເຂົ້າ​ໄປເຮັດ​ເປັນ Methamphetamine
ໂຕນີ້​ມີ​ປະ​ລິ​ມານ​ການ​ຜະ​ລິດ​ສູງ​."

ທ່ານ​ສິຣິນ​ຍາ ຢືນ​ຢັນ​ດ້ວຍວ່າ ການ​ຮ່ວ​ມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ລ​ະ​ຫວ່າງ​ຈີນ ມຽນ​ມາ
ລາວ ໄທ ກຳ​ປູ​ເຈຍ ແລະ​ຫວຽດ​ນາມ ພາຍ​ໃຕ້​ປະ​ຕິ​ບັດ​ການ​ແມ່​ນ້ຳ​ຂອງ​ປອດ​ໄພ​ຈາກບັນ
​ຫາ​ຢາ​ເສບ​ຕິດ ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວມ​ກັນ​ໃນ​ຊ່ວງ​ປີ 2013-2017 ທີ່​ຜ່ານ​ມາ ນອກ​
ຈາກ​ຈະ​ສາ​ມາດ​ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 125,274 ກໍ​ລະ​ນີ​ ຈັບ​ຜູ້​ຕ້ອງ​ຫາ​ໄດ້
160,000 ກວ່າ​ຄົນ ຍຶດ​ຢາ​ບ້າ​ໄດ້​ກວ່າ 363 ລ້ານ​ເມັດ ຢາ​ໄອສ໌​ກວ່າ 13 ໂຕນ ເຮ​ໂຣ​ອິນ
7,553 ກິ​ໂລກ​ຣາມ ຝິ່ນ​ຫຼາຍກວ່າ 14 ໂຕນ ກັນ​ຊາ​ແຫ້ງ 20 ກວ່າ​ໂຕນ ອາ​ວຸດ ແລະ​ອຸບ
​ປະ​ກອນ​ສື່​ສານ​ທີ່​ທັນ​ສະ​ໄໝ​ອີກກວ່າໝື່ນລາຍ​ການ​ແລ້ວ ​ຍັງ​ສາ​ມາດ​ຍຶດ​ສານ​ເຄ​ມີ​ຕັ້ງ
​ຕົ້ນ​ໄດ້​ກວ່າ 270 ໂຕນ ຫຼື​ເທົ່າ​ກັບ 10 ເປີເຊັນ ຂອງ​ສານເຄ​ມີ​ທັງ​ໝົດ​ກວ່າ 2,430 ໂຕນ
ທີ່​ລັກ​ລອບ​ຂົນ​ເຂົ້າ​ໄປ​ເຂດ​ສາມ​ຫຼ່ຽມ​ທອງ​ຄຳ ໂດຍ​ບໍ່​ລວມ​ຢາ​ບ້າ​ທີ່​ທາງ​ການ​ໄທ​ຍຶດ​ໄດ້​
ຫຼາຍກວ່າ 214 ລ້ານ​ເມັດ ໃນ​ປີ 2017 ແຕ່​ຢ່າງ​ໃດ

ສ່ວນ​ອົງ​ການ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ​ອາ​ຊະ​ຍາ​ກຳ​ແຫ່ງສະ​ຫະ​ປະ​ຊາ​ຊ​າດ
(UNODC) ຄາດການ​ວ່າ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ເຂດ​ສາມ​ຫຼ່ຽມ​ທ​ອງ​ຄຳ​ໃນ​ປີ 2018
ມີ​ເນື້ອ​ທີ່​ລວມ 6 ໝື່ນກວ່າ​ເຮັກ​ຕາ​ໃນ​ມຽນ​ມາ ກັບ 1 ໝື່ນກວ່າ​ເຮັກ​ຕາ​ໃນ​ລາວ ແລະ
1,500 ກວ່າ​ເຮັກ​ຕາ​ໃນ​ໄທ ຊຶ່ງ​ຈະໃຫ້ມີ​ຜົນ​ຜະ​ລິດ​ຝິ່ນ​ດິບ​ຮວມ​ກັນ​ຫຼາຍກວ່າ 215
ໂຕນ ທີ່​ໃຊ້​ເປັນ​ສ່ວນ​ປະ​ສົມ​ໃນ​ການ​ຜະ​ລິດ​ຢາ​ບ້າ​ໄດ້​ຫຼາຍກວ່າ 2,150 ໂຕນ.

​ທາງ​ດ້ານ​ທ່ານ​ສົມ​ແກ້ວ ສີ​ລາ​ວົງ ລັດ​ຖະ​ມົນ​ຕີ​ວ່າກ​ານກະ​ຊວງ​ປ້ອງ​ກັນ​ ຄວາມ​ສະ​ຫງົບ
​ພາຍ​ໃນ ຍອມ​ຮັບ​ວ່າເຄືອ​ຂ່າຍ​ການ​ຄ້າ​ຢາ​ເສບ​ຕິດ​ຢູ່​ໃນ​ລາວທີ່​ມີ​ລັກ​ສະ​ນະ​ຂ້າມ​ຊ​າດ
ແລະ​ເປັນ​ກຸ່ມ​ແກັ້ງ​ຄ້າ​ຢາ​ເສບ​ຕິດ​ທີີ່​ມີ​ການ​ນຳ​ໃຊ້​ເທັກ​ນິກ​ຂັ້ນ​ສູງ ແລະ​ຍາກ​ຕໍ່​ການ​ຕິດ
​ຕາມກວດ​ກາ ແລະ​ຈັບ​ກຸມ ທັງ​ຍັງ​ເຮັດ​ໃຫ້​ຂ​ະ​ບວນ​ການ​ນີ້​ສາ​ມາດ​ລັກ​ລອບ​ຂົ​ນຢາ​ເສບ
​ຕິດ​ຈາກ​ເຂດ​ສາມ​ຫຼ່ຽ​ມຄຳ ຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ໄດ້​ຫຼາຍ​ຂຶ້ນ​ດ້ວຍ​ການ​ໃຊ້​ຖະ​ໜົນ​
ເລກ 13 ແລະ​ຖະ​ໜົນ​ເລກ 9 ເປັນ​ເສັ້ນ​ທາງ​ຫລັກ​ໃນ​ການ​ລັກ​ລອບ​ຂົນ​ສົ່ງ​ດັ່ງ​ກ່າວ ທັງ
​ຍັງ​ເຮັດ​ໃຫ້​ສັງ​ຄົມ​ລາ​ວ ປະ​ເຊີນ​ກັບ​ອາ​ຊະ​ຍາ​ກຳ​ ກ່ຽວ​ກັບ​ຢາ​ເສບ​ຕິດ​ເພີ້​ມ​ຂຶ້ນ​ດ້ວຍ ໂດຍ
​ສານ​ປະ​ຊ​າ​ຊົນ​ລາວ​ໄດ້​ຕັດ​ສິນ​ຄວາມ​ຜິດ​ໄປ​ແລ້ວ 28,475 ຄະ​ດີ​ຈາກ​ທັງ​ໝົດ 29,780
ຄະ​ດີ​ໃນ​ຊ່ວງ 5 ປີ​ຜ່ານ​ມາ

ພາຍ​ໃຕ້​ສະ​ພາບ​ການ​ດັ່ງ​ກ່າ​ວ​ນີ້ ຍັງ​ເຮັດ​ໃຫ້​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ທີ່​ໜ່ວຍ​ປາບ​ປາມ​
ຢາ​ເສບ​ຕິດ​ຂອງ​ລາວ ຈະ​ຕ້ອ​ງ​ໄດ້​ຮັບ​ການ​ສະ​ໜັບ​ສະ​ໜຸນ​ໃນ​ທຸກໆ​ດ້ານ ທັງໃນລັດ​ຖະ
​ບານ​ລາວ ແລະ​ຕ່າງ​ຊາດ​ອີກ​ດ້ວຍ ໂດຍ​ສະ​ເພາະ​ແມ່ນ​ການ​ສະ​ໜັບ​ສະໜຸນ​ດ້ານ​ເທັກ​
ນິກ​ຂັ້ນ​ສູງ ເພາະ​ເຄື່ອ​ງ​ໄມ້​ເຄື່ອງ​ມື​ທີ່​ທາງ​ການ​ລາວ​ມີ​ຢູ່​ໃນ ເວ​ລາ​ນີ້ ບໍ່​ເທົ່າ​ທັນ​ກັບ​ເຄື່ອງ
​ມື​ທີ່​ທັນ​ສະ​ໄໝ​ຂອງ​ຂະ​ບວນ​ການ​ຄ້າ​ຢາ​ເສບ​ຕິດ​ຂ້າມ​ຊາດ​ໄດ້​ນັ້ນ​ເອງ.

ທັງ​ນີ້​ໂດຍ​ໃນ​ຊ່ວງ​ປີ 2010-2017 ຝ່າຍ​ປາ​ບ​ປາ​ມ​ຢາ​ເສ​ບ​ຕິດ​ຂອງ​ໄທ ຈັບ​ນັກ​ຄ້າ​ຢາ
​ເສບ​ຕິ​ດຊາວ​ມຽນ​ມາ​ໄດ້​ເຖິງ 13,417 ຄົນ ສ່ວນ​ອັນ​ດັບສອ​ງ ຄື​ນັກ​ຄ້າຢ​າ​ເສບ​ຕິດ​ສັນ​
ຊາດ​ລາວ ທີ່​ຖືກ​ທາງ​ການ​ໄທ​ຈັບ​ກຸມ​ໂຕ​ໄດ້ 9,593 ຄົນ ແລະ​ອັນ​ດັບ 3 ຄື​ຊາວ​ກຳ​ປູ​ເຈຍ
ທີ່​ທາງ​ການ​ໄທ​ຈັບ​ກຸມ​ໂຕ​ໄດ້ 2,456 ຄົນ.

XS
SM
MD
LG