ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜົນ​ຜະ​ລິດ​ຢາ​ຝິ່ນ ​ຢູ່ໃນເຂດ ສາມ​ຫລ່ຽມ​ຄຳ ຫລຸດ​ລົງ​ ໃນ​ປີ 2018


ສວນ​ຢາ​ຝິ່ນ ຢູ່ໃນເຂດ​ສາມ​ຫລ່ຽມ​ຄຳ.
ສວນ​ຢາ​ຝິ່ນ ຢູ່ໃນເຂດ​ສາມ​ຫລ່ຽມ​ຄຳ.

ເລ​ຂາ​ທິ​ການ​ຄະ​ນະ​ກຳ​ມະ​ການ​ປ້ອງ​ກັນ ແລະ​ປາບ​ປາມ​ຢາ​ເສບ​ຕິດ ຂອງ​ໄທ​ຢືນ​ຢັນ​
ວ່າ ຜົນ​ຜະ​ລິດ​ຝິ່ນ​ໃນ​ເຂດ​ສາມ​ຫລ່ຽມ​ຄຳ​ໃນ​ປີ 2018 ລົດ​ລົງ 30 ເປີ​ເຊັນ ທຽບໃສ່​ປີ
2017 ແຕ່​ມີ​ທ່າ​ອຽງ​ເພີ້ມ​ຂຶ້ນ​ໃນ​ປີ 2019 ຊຶ່ງ​ຊົງ​ລິດ ໂພນ​ເງິນ ນັກ​ຂ່າວ ວີ​ໂອ​ເອ ມີ
​ລາຍ​ງານ​ຈາກ​ບາງກອກ.

ທ່ານ​ສິ​ຣິນຍາ ສິດ​ທິ​ໄຊ ເລ​ຂາ​ທິ​ການ ​ຄະ​ນະກຳ​ມະ​ການ​ກົມ​ການ​ປ້ອງ​ກັນ ແລະ​
ປາບ​ປາມ​ຢາ​ເສບ​ຕິດ​ແຫ່ງ​ຊາດ​ໄທ ຢືນ​ຢັນ​ວ່າ​ການ​ຮ່ວມ​ມື​ຢ່າງ​ໃກ້​ຊິດ​ລະ​ຫວ່າງ ທາງ​
ການ​ມຽນ​ມາ ລາວ ແລະ​ໄທ ຢູ່​ທີ່​ເຂດ​ຊາຍ​ແດນ 3 ປະ​ເທດ ຫຼື​ເຂດ​ສາມ​ຫລ່ຽມ​ຄຳ​ນັ້ນ
ໄດ້​ເປັນ​ຜົນ​ເຮັດ​ໃຫ້​ພື້ນ​ທີ່​ລັກ​ລອບ​ປູກ​ຝິ່ນ​ໃນ​ປີ 2018 ລົດ​ລົງ​ເຖິງ 30 ເປີ​ເຊັນ​ ທຽບ
ໃສ່​ປີ 2017 ຊຶ່ງ​ຈາກ​ການ​ສຳ​ຫຼວດຮ່ວມ​ກັບ​ສຳ​ນັກ​ງານ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະ​
ອາ​ຊະ​ຍາ​ກຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ (UNODC) ພົບ​ວ່າ​ພື້ນ​ທີ່​ປູກ​ຝິ່ນ​ໄດ້​ລົດ​ລົງ​ຈາກ
300,000 ໄຮ່ ຫຼື 48,000 ເຮັກ​ຕາ​ໃນ​ປີ 2017 ເປັນ 210,000 ໄຮ່ ຫຼື 33,600 ເຮັກ
​ຕາ​ໃນ​ປີ 2018 ຫາກ​ແຕ່​ກໍ​ປາ​ກົດວ່າ​ມີ​ການ​ລັກ​ລອບ​ຜະ​ລິດ​ຢາ​ບ້າ​ໃນ​ເຂດ​ສາມ​ຫລ່ຽມ
​ຄຳ​ເພີ້ມ​ຂຶ້ນ ດັ່ງ​ທີ່​ທ່ານ​ສິ​ຣິນຍາ ຢືນ​ຢັນ​ວ່າ

“ສະ​ຖາ​ນະ​ການ​ໃນ​ສາມ​ຫລ່ຽມ​ທອງ​ຄຳ​ ຈາ​ການ​ສຳ​ຫຼວດ​ຂອງ UN ພົບ​ວ່າ​ໃນ​ຊ່ວງ​
ປີທີ່​ຜ່ານ​ມາພື້ນ​ທີ່ ທີ່​ລັກ​ລອບປູກ​ຝິ່ນ​ທີ່​ຈະ​ນຳ​ເຂົ້າ​ໄປຜະ​ລິດ​ຢາ​ເສບ​ຕິດ ມີ​ຈຳ​ນວນ​
ລົດ​ລົງ 30 ເປີ​ເຊັນ ​ຈາກ​ເດີ​ມ​ປະ​ມານ 3 ແສນ​ໄຮ່ ກໍ​ລົດ​ລົງ 30 ເປີ​ເຊັນ ເພາະ​ສະ​ນັ້ນ​
ເຮົາກໍ​ຄິດ​ວ່າ​ເຮ​ໂຣ​ອິນນີ້​ກໍ​ຄົງ​ຈະ​ບໍ່​ມີ​ປະ​ລິ​ມານ​ການ​ຜະ​ລິດ​ສູງ​ຂຶ້ນ ແຕ່​ສິ່ງ​ທີ່​ເຮົາ​ເປັນ​

ຫ່ວງ​ກໍຄື Methamphetamine ທີ່​ມີ​ການ​ຜະ​ລິດ​ໂດຍ​ໃຊ້​ສານ​ເຄ​ມີ​ມາ​ເຮັດ​ເປັນ​ສານ
​ຕັ້ງ​ຕົ້ນ​ແລ້ວ​ໃສ່​ສູດ​ເຂົ້າ​ໄປ​ໂຕ​ນີ້​ມີ​ປະ​ລິ​ມານ​ການ​ຜະ​ລິດ​ສູງ”

ທ່ານ​ສິ​ຣິນຍາ ຢືນ​ຢັນ​ດ້ວ​ຍ​ວ່າ​ການ​ຮ່ວມ​ມື​ປາບ​ປາມ​ຢາ​ເສບ​ຕິດ​ລະ​ຫວ່າງ​ຈີນ ມຽນ​ມາ
ລາວ ໄທ ກຳ​ປູ​ເຈຍ ແລະ​ຫວຽດ​ນາມ​ພາຍ​ໃຕ້​ປະ​ຕິ​ບັດ​ການ​ແມ່​ນ້ຳ​ຂອງ​ປອດ​ໄພ​ຈາກ​
ບັນ​ຫາ​ຢາ​ເສບຕິດ ທີ່​ໄດ້​ຈັດ​ຕັ້ງ​ປະ​ຕິ​ບັດ​ຮ່ວ​ມ​ກັນ​ໃນ​ໄລ​ຍະ 5 ປີ ທີ່​ຜ່ານ​ມາ ສາ​ມາດ​
ປາບ​ປາມ​ການ​ຄ້າ​ຢາ​ເສບ​ຕິດ​ໄດ້ 125,274 ກໍ​ລະ​ນີ ຈັບ​ຜູ້​ຕ້ອງ​ຫາ​ໄດ້ 160,000 ກວ່າ​
ຄົນ ຢຶດ​ຢາ​ບ້າ​ໄດ້​ 363 ລ້ານ​ເມັດ ຢາ​ໄອສ ​ກວ່າ 13 ໂຕນ ເຮ​ໂຣ​ອິນ 7,553 ກິ​ໂລກ
​ຣາມ ຝິ່ນກວ່າ 14 ໂຕນ ກັນ​ຊາ​ແຫ້ງ 20 ກວ່າ​ໂຕນ ອາ​ວຸດ ແລະ​ອຸ​ປະ​ກອນ​ສື່​ສານ​ທັນ
​ສະ​ໄໝ ໝື່ນກວ່າ​ລາຍ​ການ ສານ​ເຄ​ມີກວ່າ 270 ໂຕນ ໂດຍ​ບໍ່​ຮວມ​ຢາ​ບ້າກວ່າ 214
ລ້ານ​ເມັດ ທີ່ຢຶດ​ໄດ້​ໃນ​ໄທແຕ່​ຢ່າງ​ໃດ.

ສ່ວນ​ອົງ​ກາ​ນ​ຄວບ​ຄຸມ​ຢາ​ເສບ​ຕິດ ແລະອາ​ຊະ​ຍາ​ກຳ​ແຫ່ງ​ສະ​ຫະ​ປະ​ຊາ​ຊາດ
(UNODC)ລາຍ​ງານ​ວ່າ​ມີ​ການ​ລັກ​ລອ​ບ​ປູກ​ຝິ່ນ​ໃນ​ມຽນ​ມາກວ້າງກວ່າ 4 ໝື່ນ​ເຮັກ​ຕາ
ແລະ​ກວ້ງກວ່າ 1,500 ເຮັກ​ຕາ​ໃນ​ໄທ ສ່ວນ​ໃນ​ລາວ​ກໍ​ມີ​ການ​ລັກ​ລອບ​ປູກ​ຝິ່ນ​ໃນ​ເຂດ​
ແຂວງ​ບໍ່​ແກ້ວ ຫຼວງ​ນ້ຳ​ທາ ຫຼວງ​ພະ​ບາງ ອຸ​ດົມ​ໄຊ ​ຜົ້ງ​ສາ​ລີ ແລະ​ຫົວ​ພັນ ​ຄິດ​ເປັນ​ພື້ນ​
ທີ່​ລວມ​ກັນ​ກວ້າງ ກວ່າ 7,000 ເຮັກ​ຕາ ຊຶ່ງ​ເຮັດ​ໃຫ້​ເຂດ​ສາມ​ຫຼ່ຽມ​ຄຳ​ມີ​ຜົນ​ຜະ​ລິດ​ຝິ່ນ​
ຫຼາຍກວ່າ 215 ຕັນ ​ໃນ​ປີ 2018 ທັງ​ຍັງ​ມີ​ທ່າ​ອຽງ​ຈະ​ເພີ້ມ​ຂຶ້ນ​ໃນ​ປີ 2019 ນີ້​.

ທັງ​ນີ້​ໂດຍ​ມີ​ລາຍ​ງານ​ວ່າ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ໃນ​ແຂວງ​ຫຼວງ​ພະ​ບາງ ໄດ້​
ຕັດ​ທຳ​ລາຍ​ຝິ່ນ​ໃນ​ເນືິ້ອ​ທີ່ 70 ກວ່າ​ເຮັກ​ຕາ ໃນ​ເຂດ​ບ້ານ​ທອງ​ສີ ບ້ານ​ຫ້ວຍ​ແອ່ນ ບ້ານ​
ກິ່​ວດອກ​ແຄ ແລະ​ບ້ານ​ຫ້ວຍ​ເອຍ ຢູ່​ໃນ​ເຂດ​ເມືອງ​ໂພນ​ທອງ ແລະ​ພ້ອມ​ກັນ​ນີ້ ກໍ​ໄດ້
​ທຳ​ການ​ສຶກ​ສາ​ອົບ​ຮົມ​ປະ​ຊາ​ຊົນ​ລາວ 25 ຄອບ​ຄົວ ທີ່​ລັກ​ລອບ​ປູກ​ຝິ່ນ​ດັ່ງ​ກ່າວ ທັງ
​ຍັງ​ໄດ້​ຈັດ​ທຳ​ບົດ​ບັນ​ທຶກ ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ສັນ​ຍາ​ດ້ວຍວ່​າ​ຈະ​ບໍ່​ພາ​ກັນ​ລັກ​ລອບ​
ປູກ​ຝິ່ນ​ອີກ​ຕໍ່​ໄປ ດັ່ງ​ທີ່​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ຄວາມສະ​ຫງົບ (ປກ​ສ) ແຂວງ​ຫຼວງ​ພະ​ບາງ
​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ຄະ​ນະ​ສະ​ເພາະ​ກິດ​ກະ​ໄດ້​ລົງ​ໄປ​ໂຄ​ສະ​ນາ​ມາ​ແລ້ວ ກະ​ໄປ​ມອບ​ວຽກ​ດັ່ງ​ກ່າວ​ນີ້​
ໃຫ້​ອ້າຍ​ນ້ອງ ປກ​ສ ໄດ້​ໄປ​ເຮັດ​ສັນ​ຍ​າ​ກັບ​ແຕ່​ລະ​ຄອບ​ຄົວ​ຫັ້ນ ຄັນ​ຖ້າ​ວ່າ​ປູກ​ຫັ້ນ​
ນີ້ ບໍ່​ແມ່ນ​ແຕ່​ສິ​ປັບ​ໄໝ​ເດ້ ແຕ່​ວ່າ​ຈະ​ຕ້ອງ​ມາ​ລົງ​ໂທດ ມາ​ເຂົ້າ​ຄຸກ​ເທົ່າ​ໃດ ສິ​ປັບ​
ໄໝ​ເທົ່າ​ໃດ ເຂົາ​ເຈົ້າ​ກະ​ໄດ້​ເຊັນ​ແລ້ວ​ເດ້.”

ກະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ​ລາວ ຍັງ​ລາຍ​ງານ​ດ້ວຍ​ວ່າ ເຄືອຂ່າຍ​ການ​
ຄ້າ​ຢາ​ເສບ​ຕິດ​ຢູ່​ໃນ​ລາວ ມີ​ລັກ​ສະ​ນະ​ຂ້າມ​ຊາດ ທີ່​ມີ​ການ​ນຳ​ໃຊ້​ເທກ​ນິກ​ຂັ້ນ​ສູງ ເຮັດ
​ໃຫ້​ຍາກ​ຕໍ່​ການ​ຕິດ​ຕາມ​ຈັບ​ກຸມ ທັງ​ຍັງ​ເຮັດ​ໃຫ້​ຂະ​ບວນ​ການ​ດັ່ງ​ກ່າວ​ນີ້ ສາ​ມາດ​ລັກ​
ລອບ​ຂົນ​ສົ່ງ​ຢາ​ເສບ​ຕິດ​ຈາກ​ເຂດ​ສາມ​ຫຼ່ຽມ​ຄຳ ຜ່ານ​ລາວ​ໄປ​ຕ່າງ​ປະ​ເທດ​ໄດ້​ຫຼາຍ
​ຂຶ້ນ​ດ້ວຍ​ການ​ໃຊ້​ຖະ​ໜົນ​ເລກ​ 13 ແລະ​ເລກ 9 ເປັນ​ເສັ້ນ​ທາງ​ຫລັກ​ໃນ​ການ​ລັກ​ລອບ
​ຂົນ​ສົ່ງ ແລະ​ຍັງ​ເຮັດ​ໃຫ້​ສັງ​ຄົມລາວຜະ​ລິດ​ກັນ​ຊາ ອາ ຊະ​ຍ​າ​ກຳ​ກ່ຽວ​ກັບຢາ​ເສບ​ຕິດ
ເພີ້ມ​ຂຶ້ນ​ດ້​ວຍ ໂດຍ​ສານ​ປະ​ຊາ​ຊົນ​ລາວ​ໄດ້​ຕັດ​ສິນຄວາມ​ຜິດໄປ​ແລ້ວ 28,475 ຄະ
​ດີ​ຈາກທັງ​ໝົດ 29,780 ຄະ​ດີ​ໃນ 5 ປີຜ່ານ​ມາ.

XS
SM
MD
LG