ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເປີດກິດຈະການຮ້ານອາຫານ ໃນແຂວງຜົ້ງສາລີ


ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ່ານຄໍາຕັນ, ສະແດງໃຫ້ເຫັນຮ້ານ TS ເຊິ່ງເປັນນຶ່ງໃນສາມຮ້ານທີ່ທ່ານຄໍາຕັນເປັນເຈົ້າຂອງ, ຕັ້ງຢູ່ເມືອງບູນເໜືອ, ແຂວງຜົ້ງສາລີ, ສປປ ລາວ.
ຮູບທີ່ໄດ້ຮັບການສະໜອງໃຫ້ໂດຍ ທ່ານຄໍາຕັນ, ສະແດງໃຫ້ເຫັນຮ້ານ TS ເຊິ່ງເປັນນຶ່ງໃນສາມຮ້ານທີ່ທ່ານຄໍາຕັນເປັນເຈົ້າຂອງ, ຕັ້ງຢູ່ເມືອງບູນເໜືອ, ແຂວງຜົ້ງສາລີ, ສປປ ລາວ.

ມີຫຼາຍຄົນຢາກປະກອບທຸລະກິດ ເພື່ອຫາທາງເສີມຂະຫຍາຍອາຊີບໃນ ການສ້າງລາຍຮັບ, ເຊິ່ງໃນກໍລະນີນີ້ ເພິ່ນເລີ້ມຕົ້ນທຸລະກິດຮ້ານອາຫານຈາກ ການດໍາເນີນງານເກັບກ່ຽວປະສົບການ ແລະມີມຸມມອງທີ່ແຕກຕ່າງ ຈົນໄດ້ເປັນ ເຈົ້າຂອງທຸລະກິດຮ້ານອາຫານສາມຮ້ານ ໃນໄລຍະເວລາບໍ່ດົນ. ທິບສຸດາ ມີລາຍລະອຽດມາສະເໜີທ່ານ ໃນອັນດັບຕໍ່ໄປ.

ຜູ້ຄົນສ່ວນຫຼາຍ ມັກຈະມີທັດສະນະວ່າ ຖ້າຈະເປີດຮ້ານອາຫານ ພວກເຮົາຄວນ ຫາສະຖານທີ່ທີ່ເໝົາສົມ ແລະເປັນເມືອງໃຫຍ່, ເພາະຈະມີຜູ້ຄົນສັນຈອນໄປມາ ຫຼາຍ, ແຕ່ ທ່ານຄໍາຕັນ ເຊິ່ງເປັນເຈົ້າຂອງກິດຈະການຮ້ານອາຫານ 3 ຮ້ານ ຢູ່ໃນເມືອງບູນເໜືອ ແຂວງຜົ້ງສາລີ ກ່າວວ່າ ເພິ່ນເລືອກທີ່ຈະມາເປີດຮ້ານຢູ່ທີ່ ນີ້ເພາະເປັນບ່ອນທີ່ມີການຄ້າຂາຍ, ແຕ່ລັກສະນະການບໍລິການຮ້ານອາຫານ ແບບເມືອງໃຫຍ່ບໍ່ຄ່ອຍມີ ໂດຍພັດທະນາຈາກປະສົບການທີ່ຕົນເອງສະສົມມາ ເຊິ່ງເພິ່ນເລົ່າໃຫ້ຟັງວ່າ:

“ຂ້ອຍມາເປີດວັນທີ 23 ເດືອນ 11 ປີ 2019, ເພາະວ່າຕອນນັ້ນຂ້ອນຢູ່ ຜົ້ງສາລີ ຢູ່ລະເຂົາຊິຍ້າຍແຂວງມາລະຂ້ອຍລະມາກ່ອນ ຂ້ອຍເບິ່ງການຕະ ຫຼາດວ່າເຂົາຊິມາຢູ່ອີຫຼີຕົວນິ ຊິມາຢູ່ນີ້ບໍ່ໄດ້ເພາະວ່າຂ້ອຍຢູ່ພຸ່ນລະຂ້ອຍໄປ ເປັນຫຸ້ນເອົາ, ຂ້ອຍມາປຸບລະຂ້ອຍບໍລິຫານແບບທໍາອິດວ່າ ຂ້ອຍບໍ່ໄດ້ຮຽນໂຕນີ້ ແຕ່ວ່າຂ້ອຍມີພອນສະຫວັນດ້ານອາຫານລະຂ້ອຍເກັ່ງ ຂ້ອຍເປັນຜູ້ບໍລິຫານ ຂອງໂຮງແຮມແສນສຸກ ໝາຍຄວາມວ່າທຸກໆອາຫານທີ່ຂ້ອຍຊີມລະຂ້ອຍຊິ ຮູ້ວ່າໃສ່ຫຍັງ ສອງມາວັດຖຸດິບທີ່ຊື້ ແຕ່ກີ້ຂ້ອຍເປັນຜູ້ຈັດການລະພໍ່ຄົວແມ່ຄົວ Chef ໃຫຍ່ໆຊິຊື້ຫຍັງລະຕ້ອງມາຜ່ານຂ້ອຍ ຂ້ອຍຈັງອະນຸມັດວ່າສ່ວນປະສົມ ມັນມີຫຍັງ ມີຫຍັງ.”

ທ່ານຄໍາຕັນກ່າວວ່າ ກິດຈະການຮ້ານອາການຂອງເພິ່ນ ຂະຫຍາຍອອກມາໄດ້ ຈາກການຕໍ່ຍອດໃນການຂາຍອາຫານຂອງແຕ່ລະຮ້ານ, ນອກຈາກນັ້ນ ເພິ່ນຈະ ຫາຊື້ຮ້ານອາຫານເກົ່າ ທີ່ເຂົາເຈົ້າບໍ່ສາມາດດໍາເນີນກິດຈະການຕໍ່ໄດ້ ໂດຍເພິ່ນ ຈະເສັ້ງຮ້ານດ້ວຍການຈ່າຍເປັນງວດໃຫ້ກັບຜູ້ຂາຍ ຫຼັງຈາກທີ່ມີການຕົກລົງ ລາຄາກັນແລ້ວຕາມເອກະສານ.

ນຶ່ງໃນຮ້ານອາຫານຂອງ ທ່ານຄໍາຕັນ ທີ່ຕັ້ງຢູ່ແຄມນໍ້າ, ເມືອງບູນເໜືອ, ແຂວງຜົງສາລີ, ສປປ ລາວ.
ນຶ່ງໃນຮ້ານອາຫານຂອງ ທ່ານຄໍາຕັນ ທີ່ຕັ້ງຢູ່ແຄມນໍ້າ, ເມືອງບູນເໜືອ, ແຂວງຜົງສາລີ, ສປປ ລາວ.

ນອກຈາກນັ້ນ ອາຫານທີ່ຂາຍ ກໍເປັນຈຸດສໍາຄັນສໍາລັບຜູ້ມາໃຊ້ບໍລິການ, ເຊິ່ງ ທ່ານຄໍາຕັນກ່າວວ່າ ເນື່ອງຈາກແຂວງຜົ້ງລີ ເປັນແຂວງທີ່ມີຊາຍແດນຕິດກັບ ສປ ຈີນ, ດັ່ງນັ້ນພໍ່ຄ້າຊາວຂາຍຊິໄປມາປະຈໍາ ເພິ່ນຈຶ່ງມີເມນູອາຫານຂາຍ ທີ່ຫຼາກຫຼາຍ ເພື່ອໃຫ້ຖືກປາກລູກຄ້າຫຼາຍໆຄົນ ໂດຍສະເພາະ ການເພີ້ມຄວາມ ຫຼາກຫຼາຍຂອງເມນູຈາກດັ້ງເດີມ ໃຫ້ມີຕາມຄວາມຕ້ອງການຂອງລູກຄ້າ:

“ຕາມສັ່ງປີ້ງໄກ່ ໄກ່ປອກໄກ່ປີ້ງຂ້ອຍມີຄົບໝົດ ແລະກໍເລີຍລູກຄ້າໜີບໍ່ໄດ້ ແລະຮ້ານເບຍຂ້ອຍເປີດ 10 ໂມງຂຶ້ນໄປ ມີຊີ້ນດາດ ຊີ້ນຈຸ່ມ ແລ້ວແຕ່ເຈົ້າ ສັ່ງມາເລີຍ, ຊີ້ນດາດ ຊີ້ນຈຸ່ມຂອງຂ້ອຍລະເປັນຫຼັກ ບ່ອນອື່ນກໍເຮັດຄືກັນ ແຕ່ວ່າອາຫານຂ້ອຍເປັນຮ້ານຫຼັກຂອງແຂວງເລີຍວ່າ ໃນມື້ນີ້ຂ້ອຍເຮັດໂປຣ ບໍ່ມີຮ້ານໃດເຮັດໂປຣໄດ້ ຂ້ອຍໂປຣເບຍແກັດນຶ່ງ 262,000 ຂ້ອຍມາຂາຍ 119,000 ແຕ່ວ່າຂ້ອຍເອົາອາຫານນັ້ນມາປົນ, ມັນແພງ ແຕ່ວ່າຂ້ອຍຊໍ້າພັດ ເຮັດຫຼາຍອີກ ຄືວ່າຕໍາທະເລຂ້ອຍນິ ຖ້າວ່າຕໍາທະເລລວມ ຂ້ອຍຂາຍ 100,000, ວຽງຈັນເຂົາຂາຍ 60,000. ເມື່ອກ່ອນກ່ອນຂ້ອຍມາເຮັດ ຂ້ອຍກະເຮັດ 19,000 ກີບ ຕອນນັ້ນເງິນກະທໍາມະດາເນາະ.”

ທ່ານຄໍາຕັນກ່າວວ່າ ຮ້ານອາຫານທັງສາມຂອງເພິ່ນ ຈະເປັນຮ້ານອາຫານສາມ ປະເພດແຕກຕ່າງກັນເຊັ່ນ ຮ້ານອາຫານຕາມສັ່ງທົ່ວໄປ, ຮ້ານກິນດື່ມ ແລະ ຮ້ານເຝີ.

ນັ້ນໝາຍຄວາມວ່າ ພະນັກງານຢູ່ໃນຮ້ານຂອງເພິ່ນກໍມີຫຼາຍສົມຄວນ, ເຊິ່ງ ເພິ່ນຈະຮັບພະນັກງານທີ່ເປັນຄົນຢູ່ໃນທ້ອງຖິ່ນ. ແນວໃດກໍຕາມ, ຈຸດເດັ່ນໃນ ການບໍລິຫານຂອງເພິ່ນ ເພິ່ນຈະບໍ່ຈ່າຍເງິນເດືອນໃຫ້ພະນັກງານໃນມື້ດຽວກັນ, ຄວາມໝາຍກໍຄື ເພິ່ນຈະກໍານົດການເບີກຈ່າຍໃຫ້ແຕ່ລະພາກສ່ວນໃນແຕ່ລະ ອາທິດ ເພາະຈຸດນີ້ ຈະບໍ່ເຮັດໃຫ້ເງິນທີ່ເບີກຈ່າຍອອກໄປນັ້ນເປັນກ້ອນໃຫຍ່ຄັ້ງ ດຽວ ເຊິ່ງມັນຈະສ່ຽງຕໍ່ການໝູນເງິນ.

ສໍາລັບວັດຖຸດິບໃນການສະໜອງເຂົ້າຮ້ານ, ທ່ານຄໍາຕັນບອກວ່າ ວັດຖຸດິບເກືອບ ທັງໝົດແມ່ນຫາໄດ້ຢູ່ຕາມທ້ອງຕະຫຼາດໃນທ້ອງຖິ່ນ ແລະບາງສ່ວນທີ່ມາຈາກ ຕະຫຼາດແຂວງຫຼວງນໍ້າທາ, ແຕ່ປະເພດເຄື່ອງດື່ມ ແມ່ນເຄື່ອງທີ່ມາສົ່ງແຕ່ ວຽງຈັນ ທີ່ມາສົ່ງໃຫ້ຕົວແທນຈໍາໜ່າຍຢູ່ໃນແຂວງ.

ນຶ່ງໃນຮ້ານອາຫານຂອງ ທ່ານຄໍາຕັນ, ເມືອງບູນເໜືອ, ແຂວງຜົ້ງສາລີ, ສປປ ລາວ.
ນຶ່ງໃນຮ້ານອາຫານຂອງ ທ່ານຄໍາຕັນ, ເມືອງບູນເໜືອ, ແຂວງຜົ້ງສາລີ, ສປປ ລາວ.

ນອກຈາກນັ້ນ, ທາງຮ້ານ ຍັງຮັບຈັດງານລ້ຽງຕ່າງໆ ເຊິ່ງທາງຜູ້ໃຊ້ບໍລິການສາ ມາດສັ່ງໄດ້ລ່ວງໜ້າ, ສ່ວນລາຄາຂອງການຮັບເໝົາ ຈະຂຶ້ນຢູ່ກັບຈໍານວນຄົນ, ລາຍການອາຂອງອາຫານ ແລະປະເພດຂອງເຄື່ອງດື່ມ.

ແນວໃດກໍຕາມ, ທ່ານຄໍາຕັນຍັງກ່າວຕື່ມອີກວ່າ ການເປີດຮ້ານອາຫານ ກໍຄືວຽກບໍລິການອັນນຶ່ງ ຖ້າຜູ້ທີ່ສົນໃຈຢາກມີທຸລະກິດຮ້ານອາຫານ ຜູ້ປະກອບການຈະຕ້ອງເປັນຄົນໃຈກວ້າງຕໍ່ລູກຄ້າ, ເຊື່ອໝັ້ນລູກຄ້າ ແລະຊື່ສັດ ຕໍ່ລູກຄ້າກ່ອນ ຈາກນັ້ນລູກຄ້າກໍຈະປະຕິບັດກັບເຮົາ ເໝືອນດັ່ງທີ່ເຮົາປະຕິບັດຕໍ່ ພວກເຂົາເຈົ້າເຊັນກັນ.

ເວົ້າລວມແລ້ວ, ການດໍາເນີນທຸລະກິດຮ້ານອາຫານ ບໍ່ວ່າຈະຢູ່ຂົງເຂດໃດ ກໍຕາມ, ສິ່ງສໍາຄັນສໍາລັບຜູ້ທີ່ຈະປະກອບການຄວນເອົາໃຈໃສ່ກໍຄື ການເກັບກ່ຽວ ປະສົບການ, ການຕັດສິນໃຈກ່ອນລົງມືປະຕິບັດ, ພັດທະນາຮູບແບບ ແລະ ວິທີການໃໝ່ໆຢູ່ສະເໜີ ແລະອັນສໍາຄັນ ຕ້ອງກ້າທີ່ຈະລົງມື ແລະຮັບມືໃຫ້ໄດ້ ໃນທຸກໆສະຖານະການ.

XS
SM
MD
LG