ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມໂອເປັກ ແລະປະເທດສົ່ງອອກນໍ້າມັນ ອື່ນໆ ຕົກລົງ ຫລຸດການຜະລິດນໍ້າມັນ ລົງ


ຮູບເຄື່ອງໝາຍ ອົງການສົ່ງອອກນໍ້າມັນ ຫລື OPEC ຕິດຢູ່ໃນສໍານັກງານໃຫຍ່ຂອງອົງການດັ່ງກ່າວຢູ່ນະຄອນວຽນນາ ຂອງອອສເຕຣ (ພາບຖ່າຍໃນວັນທີ 7 ທັນວາ, 2018)
ຮູບເຄື່ອງໝາຍ ອົງການສົ່ງອອກນໍ້າມັນ ຫລື OPEC ຕິດຢູ່ໃນສໍານັກງານໃຫຍ່ຂອງອົງການດັ່ງກ່າວຢູ່ນະຄອນວຽນນາ ຂອງອອສເຕຣ (ພາບຖ່າຍໃນວັນທີ 7 ທັນວາ, 2018)

ກຸ່ມໂອເປັກ (OPEC) ແລະ ພັນທະມິດຂອງກຸ່ມດັ່ງກ່າວ ລວມທັງ ຣັດເຊຍ ແລະເມັກຊິໂກ ໄດ້ຕົກລົງກັນໃນວັນອາທິດວານນີ້ວ່າ ຈະຫລຸດການ ຜະລິດ ນໍ້າມັນຂອງໂລກລົງ 9 ລ້ານ 7 ແສນຖັງຕໍ່ມື້ ນັບແຕ່ວັນທີ 1 ພຶດສະພາ ເປັນຕົ້ນໄປ ເພື່ອກະຕຸ້ນໃຫ້ລາຄານໍ້າມັນໂລກ ທີ່ຕົກຕໍ່າລົງຍ້ອນການລະບາດ ລະດັບໂລກຂອງໄວຣັສ ໂຄໂຣນານັ້ນ ພຸ້ງຕົວ ສູງຂຶ້ນໄດ້.

ບັນດາລັດຖະມົນຕີຂອງ 23 ປະເທດທີ່ຜະລິດນໍ້າມັນ ໄດ້ຈັດກອງປະຊຸມສຸກ ເສີນທາງອອນລາຍຂຶ້ນ ແລະໄດ້ບັນລຸຂໍ້ຕົກລົງນໍາກັນບໍ່ພໍເທົ່າໃດຊົ່ວໂມງກ່ອນ ການຊື້ຂາຍນ້ຳມັນໃນອາທິດໃໝ່ຈະເລີ້ມຂຶ້ນ.

ລາຄາຂອງນໍ້າມັນດິບ ເບຣນ ທີ່ເປັນຂີດມາດຕະຖານໄດ້ຕົກລົງ ມາຢູ່ໃນລະດັບ ປະມານ 30 ໂດລາຕໍ່ຖັງໃນເດືອນແລ້ວນີ້ ແລະໃນຈຸດນຶ່ງ ໄດ້ຕົກລົງເຖິງ 20 ໂດລາ ຊຶ່ງໄດ້ສົ່ງຜົນກະທົບຕໍ່ງົບປະມານຂອງບັນດາປະເທດທີ່ກາງຕໍ່ອາໄສໃນ ການຂາຍນໍ້າມັນ.

ບັນດາປະເທດສະມາຊິກຂອງອົງການສົ່ງອອກນໍ້າມັນ ທີ່ນໍາພາໂດຍ ຊາອຸດີ ອາຣາເບຍ ແລະປະເທດຜະລິດນໍ້າມັນລາຍໃຫຍ່ອື່ນໆ, ໂດຍສະເພາະແມ່ນ ຣັດເຊຍ ໄດ້ຕົກລົງກັນໃນວັນພະຫັດຜ່ານມາວ່າ ຈະຫລຸດການຜະລິດນໍ້າມັນ ລົງປະມານ 10 ເປີເຊັນ ຂອງປະລິມານ ນໍ້າມັນທີ່ສະໜອງໃຫ້ໂລກ ແຕ່ວ່າ ເມັກຊິໂກໄດ້ຄັດຄ້ານຕໍ່ປະລິມານ ທີ່ປະເທດຕົນຖືກບອກໃຫ້ຜະລິດນັ້ນ ຊຶ່ງ ໄດ້ເຮັດໃຫ້ບໍ່ສາມາດບັນລຸຂໍ້ຕົກລົງຂັ້ນສຸດທ້າຍໄດ້.

ຢູ່ພາຍໃຕ້ຂໍ້ຕົກລົງດັ່ງກ່າວ, ເມັກຊິໂກຈະຫລຸດການຜະລິດຂອງຕົນ ລົງ 1 ແສນຖັງຕໍ່ມື້ ແທນທີ່ຈະເປັນ 4 ແສນຖັງ ໂດຍໄວເທົ່າທີ່ຈະໄວໄດ້.

ຊາອຸດີ ອາຣາເບຍ ເປັນປະເທດທີ່ສົ່ງອອກນໍ້າມັນລາຍໃຫຍ່ທີ່ສຸດຂອງໂລກ ແລະ ມີບໍ່ນໍ້າມັນສະສົມຫລາຍທີ່ສຸດ ເຖິງແມ່ນວ່າດຽວນີ້ ສະຫະລັດຈະເປັນ ຜະເທດຜະລິດນໍ້າມັນຫລາຍຂຶ້ນກໍຕາມ.

ປະທານາທິບໍດີດໍໂນລ ທຣໍາ ຜູ້ທີ່ໄດ້ຊຸກຍູ້ໃຫ້ບັນດາບໍລິສັດຜະລິດນໍ້າມັນໃຫ້ ຫລຸດການຜະລິດລົງນັ້ນ ມີຄວາມຍິນດີນໍາຕໍ່ຂໍ້ຕົກລົງດັ່ງກ່າວ.

“ອັນນີ້ຈະຊ່ວຍກອບກູ້ເອົາວຽກເຮັດງານທໍາ ໃນຂະແໜງພະລັງງານໄວ້ໄດ້ຫຼາຍ ພັນໜ້າວຽກຢູ່ໃນສະຫະລັດ. ຂ້າພະເຈົ້າຢາກຂອບໃຈແລະຊົມເຊີຍປະທານາທິ ບໍດີປູຕິນຂອງຣັດເຊຍ ແລະ ກະສັດ ຊາລມານ ຂອງຊາອຸດີ ອາຣາເບຍ. ຂ້າ ພະເຈົ້າຫາກໍໄດ້ລົມກັບພວກ ເຂົາເຈົ້າໂດຍຜ່ານໂທລະສັບອອກຈາກຫ້ອງການ ຮູບຊົງໄຂ່. ມັນເປັນຂໍ້ຕົກລົງທີ່ດີຫລາຍທີ່ສຸດສໍາລັບທຸກຄົນ.

ລັດຖະມົນຕີກະຊວງນໍ້າມັນຂອງອີຣ່ານ, ທ່ານ ບີຈານ ນາມດາ ຊັງກາເນ (Bijan Namdar Zanganeh) ເວົ້າວ່າ ຜົນຂອງການຫລຸດນໍ້າມັນລົງຈະ ເຫັນໄດ້ໃນທັນທີ ທັນໃດເລີຍ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG