ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸຸ່ມປະ​ເທດ ຜະລິດນຳ້ມັນ ຈະຮັກສາ​​ ລະດັບ ການຜະລິດ​ ນຳ້ມັນຂອງໂລກ ໃນປັດຈຸບັນ


ກຸຸ່ມປະ​ເທດຜະລິດນຳ້ມັນຂອງ​ໂລກ ຫລື OPEC
ກຸຸ່ມປະ​ເທດຜະລິດນຳ້ມັນຂອງ​ໂລກ ຫລື OPEC

ກຸຸ່ມປະ​ເທດຜະລິດນຳ້ມັນຂອງ​ໂລກ ຫລື OPEC ​ໄດ້​ຕັດສິນ
​ໃຈ​ຮັກສາການຜະ ລິດ​ນຳ້ມັນໄວ້ ໃນລະດັບປັດຈຸບັນ ​ເຖິງ​ແມ່ນ
​ວ່ານຳ້ມັນ​ທີ່ມີເກີນຄວາມຕ້ອງການ ຢູ່​ໃນທົ່ວ​ໂລກ​ ​ເຮັດ​ໃຫ້​ລາ
ຄາຕະຫລາດຕົກ​ຕຳ່ຫລາຍ​ກ່ອນ 30 ​ເປີ​ເຊັນນັບຕັ້ງ​ ແຕ່​ເດືອນ
​ມິຖຸນາ​ເປັນ​ຕົ້ນ​ມາ.

ຂ່າວ​ກ່ຽວກັບການ​ຕັດສິນ​ໃຈນີ້ ​ໄດ້​ມີ​ຂື້ນ​ຢູ່​ນະຄອນ Vienna
​ໂດຍກຸ່ມ 12 ປະ​ເທດຜູ້ຜະລິດ​ນຳ້ມັນ ເຮັດໃຫ້ລາຄາ​ນຳ້ມັນ​ດິບ
ຂອງບໍລິສັດ Brent ຫລຸດລົງອີກ​ 4 ​ໂດ​ລາອັນເປັນລາຄາຕ່ຳ
ສຸດໃນຮອບ​ສີ່​ປີ ມາເປັນ 73 ​ໂດ​ລາ ຕໍ່​ນຶ່ງຖັງ.

ກອງປະຊຸມຂອງອົງການ OPEC ຊຶ່ງເບິ່ງກັນ​ຢ່າງ​ກວ້າງ​ຂວາງ​ວ່າເປັນເລື້ອງ ສຳ​ຄັນ​ທີ່​ສຸດ
ໃນຮອບ​ຫລາຍ​ປີນັ້ນ ​ມີຂຶ້ນໃນ​ຂະນະ​ທີ່​ການ​ຜະລິດນຳ້ມັນ​ຈາກຫີນ​ກຳລັງເພີ້ມຂຶ້ນ ​ຢູ່​ໃ​ນ
ສະຫະລັດ. ບັນດາ​ນັກທຳ​ນາຍກ່າວ​ວ່າ ການ​ຜະລິດນ້ຳມັນ ຈາກຫີນ ຂອງສະຫະລັດ ຈະ
​ຜະລິດນ້ຳມັນ​ເພີ້​ມຕື່ມ 1 ລ້ານຖັງ ຕໍ່​ມື້​ໃນ​ປີ​ນີ້ ​ແລະຈະ​ເພີ້​ມຂຶ້ນເປັນຫລາຍລ້ານຖັງຕໍ່​ມື້​ໃນ
​ປີ 2015.

ໃນ​ການ​ຜະລິດ​ຂອງອົງການ OPEC ປັດຈຸບັນນີ້ ຊຶ່ງຢູ່​ໃນລະດັບ 30 ລ້ານຖັງ ຕໍ່​ມື້ນັ້ນ
ບັນດາ​ນັກວິ​ເຄາະກ່າວ​ວ່າ ການ​ເພີ້​ມການຜະລິດ​ຢູ່​ໃນສະຫະລັດ ແມ່ນພິສູດໃຫ້ເຫັນວ່າ
ຈະເປັນການລົບກວນ​ໂດຍ​ສະ​ເພາະ​ແກ່ອົງການ OPEC ຊຶ່ງຍັງບໍ່​ເຫັນວ່າທາງອົງການມີ
​ຍຸດ​ທະສາດແບບໃດ ເພື່ອຮັບມືນ້ຳມັນທີ່​ມີຫລາ​ຍ​ເກີນ​ໄປ.

OPEC SOTVO
please wait
Embed

No media source currently available

0:00 0:00:37 0:00

XS
SM
MD
LG